ດ່ວນ ! ນາຍົກລັດຖະມົນຕີ ແຈ້ງໃຫ້ສຶບຕໍ່ປະຕິບັດຕາມຄຳສັ່ງ 06/ນຍ ຕື່ມໄປອີກ 14 ວັນ ຈົນຮອດວັນທີ 3 ພຶດສະພາ 2020

ວັນທີ 15 ເມສານີ້ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນວ່າ: ປັດຈຸບັນ ສະພາບການແຜ່ລະບາດເຊື້ອໂຄວິດ-19 ຍັງມີທ່າອ່ຽງເພີ່ມຂື້ນ ມີຜູ້ຕິດເຊື້ອແລ້ວ 19 ກໍລະນີ ແລະ ສາມາດປິ່ນປົວຫາຍດີ 1 ກໍລະນີ ແຕ່ເຖິງແນວໃດກໍດີ ສະພາບການແຜ່ເຊື້ອອາດຈະຂະຫຍາຍກວ້າງ ສະນັ້ນ ລັດຖະບານໄດ້ຕົກລົງໃຫ້ມີການສືບຕໍ່ປະຕິບັດຢ່າງເຂັ້ມງວດ ແລະ ຖືກຕ້ອງຕາມຄຳສັ່ງ ເລກທີ 06/ນຍ ລົງວັນທີ 29 ມີນາ 2020 ແລະ ບັນດານິຕິກໍາ ຂໍ້ແນະນຳຂອງຄະນະສະເພາະກິດ ໃນການປ້ອງກັນ ສະກັດກັ້ນ ແລະ ແກ້ໄຂການລະບາດຂອງໂຄວິດ-19 ຈະແກ່ຍາວໄປຕື່ມອີກ 14 ວັນ ຈົນຮອດວັນທີ 3 ພຶດສະພາ 2020 ແລະ ຖ້າມີການປ່ຽນແປງແນວໃດຈະແຈ້ງຕື່ມ.

error: Content is protected !!