
ໃນສະພາບທີ່ປະເທດເຮົາພວມພົບບັນຫາຫຍຸ້ງຍາກ ກ່ຽວກັບການລະບາດຂອງພະຍາດໂຄວິດ-19 ນີ້ ບັນດາບໍລິສັດ ຫ້າງຮ້ານ ບຸກຄົນ ແລະ ພາກສ່ວນຕ່າງໆໃນສັງຄົມ ຕ່າງກໍໄດ້ມີຈິດໃຈເອື້ອເຟື້ອເພື່ອແຜ່ ດ້ວຍການແຈກຢາຍເຄື່ອງອຸປະໂພກ-ບໍລິໂພກຕ່າງໆ ໃຫ້ແກ່ປະຊາຊົນຄົນລາວ ເພື່ອຫວັງຊ່ວຍເຫຼືອເຊິ່ງກັນ ແລະ ກັນ.

ທ່ານ ສີສົມບັດ ພິລາວົງ ປະທານບໍລິສັດ ສີສົມບັດເຊົ່າສິນເຊື່ອ ໄດ້ໃຫ້ສຳພາດວ່າ: ເນື່ອງຈາກເປັນສະພາບການລະບາດຂອງພະຍາດໂຄວິດ-19 ທີ່ແຜ່ລະບາດ ດັ່ງນັ້ນ ໃນວັນທີ 15 ເມສາ 2020 ທາງຄອບຄົວໄດ້ນຳເອົາເຄື່ອງບໍລິໂພກມາແຈກຢາຍໃຫ້ປະຊາຊົນ ໂດຍໄດ້ນຳເອົາເຂົ້າ ໝີ່ສຳເລັດຮູບ ແລະ ໄຂ່ ມາແຈກຢາຍໃຫ້ປະຊາຊົນ ຈຳນວນ 1.400 ຖົງ ໃນນັ້ນມີໄຂ່ຈຳນວນ 10 ໜ່ວຍ ໝີ່ 10 ຫໍ່ ເຂົ້າຈຳນວນ 6 ກິໂລກຣາມ ລວມມູນຄ່າ 100 ກວ່າລ້ານ ແລະ ໃນຕໍ່ໜ້າ ຖ້າຫາກພະຍາດນີ້ຍັງສືບຕໍ່ລະບາດ ສັງຄົມມີຄວາມຫຍຸ້ງຍາກ ແມ່ນຈະໄດ້ມີແຜນແຈກຢາຍສືບຕໍ່ຈົນກວ່າພະຍາດຈະເບົາບາງ ເຊິ່ງການແຈກຢາຍໃນຄັ້ງນີ້ ຈະເປັນການຖອດຖອນບົດຮຽນ ເພາະບໍ່ໄດ້ຄາດການມາກ່ອນວ່າປະຊາຊົນຈະເດີນທາງມາຮັບເຄື່ອງຈຳນວນຫຼາຍເຊັ່ນນີ້.

ການທີ່ບໍລິສັດດັ່ງກ່າວມີນ້ຳໃຈເອື້ອເຟື້ອເພື່ອແຜ່ ຊ່ວຍເຫຼືອເຊິ່ງກັນ ແລະ ກັນຄືແນວນີ້ ກໍຂໍຊົມເຊີຍ ເຖິງວ່າຈະຍັງບໍ່ສອດຄ່ອງກັບການປະຕິບັດຕາມຄຳສັ່ງເລກທີ 06/ນຍ ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ ການລະບາດ ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານໂຄວິດ-19 ໂດຍສະເພາະແມ່ນ ການຫ້າມບໍ່ໃຫ້ອອກຈາກບ້ານ ບໍ່ໃຫ້ມີການໂຮມຊຸມນຸມທີ່ມີຄົນເປັນຈຳນວນຫຼາຍ ເຊິ່ງຈະມີຄວາມສ່ຽງຕໍ່ການຕິດເຊື້ອໄດ້ ແຕ່ກໍມີຫຼາຍຄຳຄິດຄຳເຫັນ ທີ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄວາມມີນ້ຳໃຈຂອງບໍລິສັດດັ່ງກ່າວ ແຕ່ວິທີການແຈກຢາຍນັ້ນອາດຈະບໍ່ເໝາະສົມ ຄວນໃຫ້ອຳນາດການປົກຄອງບ້ານ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າມາມີສ່ວນຮ່ວມໃນການຈັດລະບຽບ ຫຼື ຜູ້ທີ່ຈະມາເອົານັ້ນ ກໍຄວນມີວິທີການເພື່ອປ້ອງກັນຕົນເອງ ເຊັ່ນ: ໃສ່ຜ້າອັດປາກ ອັດດັງ ການຮັກສາໄລຍະຫ່າງ ແລະ ວິທີການປ້ອງກັນອື່ນໆທີ່ເໝາະສົມ.