ລະຫວ່າງ ສອງປະເທດອ້າຍນ້ອງ ລາວ – ຫວຽດນາມ
ຈາກຕະຫຼາດທີ່ປະຊາຊົນເຂົ້າເຖິງບໍລິການໂທລະສັບມືຖືບໍ່ເຖິງ 1/5 ຂອງຈຳນວນປະຊາກອນ ແລະ ໂຄງລ່າງອິນເຕີເນັດຍັງມີຂໍ້ຈຳກັດ, Unitel ໄດ້ຄ່ອຍໆສ້າງ ແລະ ຂະຫຍາຍເຄືອຂ່າຍໂທລະຄົມ ໃຫ້ຄອບຄຸມຢ່າງກວ້າງຂວາງ, ນຳເອົາການເຊື່ອມຕໍ່ໄປເຖິງຊົນນະບົດ, ເຂດຫ່າງໄກ ແລະ ເຂດທຸລະກັນດານຂອງລາວ.

ຈາກພື້ນຖານດ້ານໂທລະຄົມ, ບໍລິສັດໄດ້ຂະຫຍາຍໄປສູ່ຂະແໜງການເງິນດິຈິຕອນ, ສາທາລະນະສຸກ, ການສຶກສາ, ການທ່ອງທ່ຽວ ແລະ ໂລຈິສຕິກ, ທັງຄ່ອຍໆສ້າງເປັນລະບົບນິເວດດິຈິຕອນ ເພື່ອຮັບໃຊ້ປະຊາຊົນ, ພາກທຸລະກິດ ແລະ ລັດຖະບານລາວ. ຕະຫຼອດໄລຍະ 17 ປີ ຜ່ານມາ Unitel ໄດ້ກາຍເປັນຜູ້ໃຫ້ບໍລິການໂທລະຄົມລາຍໃຫຍ່ ອັນດັບ 1 ຂອງ ສປປ ລາວ, ທີ່ສ້າງຄວາມເຊື່ອໝັ້ນຢ່າງສູງ ຈາກລັດຖະບານ ແລະ ປະຊາຊົນລາວ, ໄດ້ຮັບການຮັບຮູ້ຈາກພັກ ແລະ ລັດຖະບານຂອງສອງປະເທດ ໃນຖານະຕົວແບບອັນໂດດເດັ່ນ ຂອງການຮ່ວມມືດ້ານເສດຖະກິດ.


ຜົນສຳເລັດດ້ານໂຄງລ່າງ, ການປະກອບສ່ວນງົບປະມານ, ການສ້າງວຽກເຮັດງານທຳ ແລະ ບັນດາບໍລິການດິຈິຕອນ ໄດ້ສະທ້ອນ ໃຫ້ເຫັນວ່າ: ການຮ່ວມມື ຫວຽດນາມ – ລາວ ຜ່ານ Unitel ບໍ່ແມ່ນພຽງແຕ່ການສ້າງໃຫ້ເກີດວິສາຫະກິດໂທລະຄົມຊັ້ນນຳເທົ່ານັ້ນ, ແຕ່ຍັງເປັນສ່ວນສຳຄັນ ໃນການເປີດກວ້າງພື້ນທີ່ໃໝ່ ເພື່ອການພັດທະນາເສດຖະກິດຂອງ ສປປ ລາວ
ຈາກສາຍໄຟເບີເສັ້ນທຳອິດ ສູ່ໂຄງລ່າງເຊື່ອມຕໍ່ທົ່ວປະເທດ. Unitel – ເຄື່ອງໝາຍການຄ້າ ຂອງບໍລິສັດ Star Telecom – ເປັນຜົນສຳເລັດ ຈາກການຮ່ວມທຶນຮ່ວມມືລະຫວ່າງ ກຸ່ມບໍລິສັດ ອຸດສາຫະກຳ – ໂທລະຄົມທະຫານ (Viettel) ສັງກັດກະຊວງປ້ອງກັນປະເທດ ຫວຽດນາມ ແລະ ບໍລິສັດ Lao Asia Telecom ສັງກັດກະຊວງປ້ອງກັນປະເທດ ສປປ ລາວ, ໂດຍໄດ້ເປີດໃຫ້ບໍລິການຢ່າງເປັນທາງການໃນເດືອນ 10/2009. ການກໍ່ຕັ້ງ Unitel ມີຮາກຖານຈາກຄວາມໄວ້ວາງໃຈອັນແໜ້ນແຟ້ນ ລະຫວ່າງສອງພັກ, ສອງລັດ ແລະ ສອງກອງທັບ, ເປັນຮາກຖານໃຫ້ແກ່ສັນຍາລັກ ຂອງການຮ່ວມມື ທີ່ຖືເອົາປະສິດທິຜົນທາງທຸລະກິດ ຄວບຄູ່ໄປກັບຄວາມຮັບຜິດຊອບ ໃນການຮ່ວມພັດທະນາປະເທດຊາດ.

ໃນເວລານັ້ນ, ຕະຫຼາດໂທລະຄົມໃນລາວ ກຳລັງປະເຊີນກັບຄວາມທີ່ທ້າທາຍບໍ່ໜ້ອຍ. ພູມສັນຖານທີ່ເປັນພູດອຍ ແລະ ປ່າໄມ້, ມີແມ່ນ້ຳລຳເຊຈຳນວນຫຼາຍຕັດຜ່ານ, ລະດູຝົນຍາວນານ, ເສັ້ນທາງເດີນປຽກຊຸ່ມ ແລະ ເກີດດິນເຈື່ອນ, ຂະນະທີ່ປະຊາກອນ ກະຈາຍຕົວຢູ່ໃນພື້ນທີ່ກວ້າງຂວາງ. ໃນໄລຍະກ່ອນທີ່ Unitel ຈະເຂົ້າມາ, ຜູ້ໃຫ້ບໍລິການໂທລະຄົມ ສ່ວນໃຫຍ່ມຸ່ງເນັ້ນການລົງທຶນຢູ່ເຂດຕົວເມືອງ ແລະ ຕາມແນວເສັ້ນທາງຫຼວງ. ສັດສ່ວນປະຊາຊົນທີ່ໃຊ້ບໍລິການຍັງບໍ່ເຖິງ 20%, ໃນຂະນະທີ່ອິນເຕີເນັດສ່ວນໃຫຍ່ຍັງໃຊ້ຜ່ານລະບົບ Dial-up, ແຜ່ຂະຫຍາຍພຽງແຕ່ໃນຕົວເມືອງ ແລະ ມີຄ່າບໍລິການສູງ. ຄວາມຫ່າງໄກດ້ານພູມສັນຖານ ຈຶ່ງເຮັດໃຫ້ການນຳບໍລິການໂທລະຄົມ ໄປເຖິງເຂດຊົນນະບົດ ແລະ ເຂດພູດອຍ ເປັນສິ່ງທ້າທາຍຢ່າງຫຼວງຫຼາຍ.
ເມື່ອໄດ້ຮັບການກໍ່ຕັ້ງຂຶ້ນ, Unitel ກັບເລືອກເສັ້ນທາງທີ່ທ້າທາຍ, ດ້ວຍການລົງທຶນສ້າງເຄືອຂ່າຍ ໃຫ້ຄອບຄຸມຢ່າງກວ້າງຂວາງ ແທນທີ່ຈະເລຶອກເນັ້ນສະເພາະພື້ນທີ່ ທີ່ສາມາດສ້າງກຳໄລໄດ້ງ່າຍ. ບັນດາວິສະວະກອນຫວຽດນາມ ແລະ ລາວ ໄດ້ລົງໄປເຖິງບັນດາບ້ານທີ່ຢູ່ເຂດຫ່າງໄກ, ຂ້າມພູ, ຜ່ານປ່າໄມ້, ວາງສາຍເຄເບີນແຕ່ລະເສັ້ນ ແລະ ກໍ່ສ້າງສະຖານີຮັບ-ສົ່ງສັນຍານແຕ່ລະແຫ່ງ. ດ້ວຍຈິດໃຈ “ຊ່ວຍເພື່ອນມິດ – ກໍຄືຊ່ວຍຕົນເອງ” ໄດ້ກາຍເປັນສ່ວນໜຶ່ງຂອງແນວທາງການດຳເນີນງານ, ສະທ້ອນແນວຄິດທີ່ວ່າ ໂຄງລ່າງການເຊື່ອມຕໍ່ ແມ່ນຮາກຖານທີ່ສຳຄັນໃນໄລຍະຍາວ ສຳລັບການພັດທະນາປະເທດຊາດ.

ຫຼັງຈາກຜ່ານການລົງທຶນ ແລະ ພັດທະນາ ໄປໄດ້ໄລຍະໜຶ່ງ, Unitel ໄດ້ກ້າວຂຶ້ນເປັນຜູ້ໃຫ້ບໍລິການ ທີ່ມີໂຄງລ່າງພື້ນຖານ ໃຫຍ່ທີ່ສຸດໃນລາວ. ຄອງອັນດັບ 1 ດ້ານໂຄງລ່າງເຄືອຂ່າຍ ດ້ວຍສະຖານີ BTS ເກືອບ 10,000 ແຫ່ງ, ມີສະຖານີ 4G-5G ປະມານ 6,000 ຈຸດ, ສາຍເຄເບີນໃຍແກ້ວນຳແສງ ປະມານ 45,000 ກິໂລແມັດ ແລະ ຄອງອັນດັບ 1 ດ້ານການຄອບຄຸມເຄືອຂ່າຍ ເຖິງ 95% ໃນທົ່ວປະເທດ, ໃນນັ້ນ 4G ຄອບຄຸມ 87% ຂອງປະຊາກອນ, ຊ່ວຍໃຫ້ ສປປ ລາວ ກາຍເປັນໜຶ່ງໃນບັນດາປະເທດສະມາຊິກອາຊຽນ ທີ່ມີໂຄງລ່າງໂທລະຄົມ ທີ່ພັດທະນາດີ.
ກ່ອນທີ່ Unitel ຈະເຂົ້າມາດຳເນີນທຸລະກິດຢູ່ ສປປ ລາວ, ຈຳນວນປະຊາຊົນ ທີ່ເຂົ້າເຖິງບໍລິການມືຖື ຍັງຢູ່ໃນລະດັບຕ່ຳ. ໃນໄລຍະພຽງ 6 ປີຕໍ່ມາ, ການຊົມໃຊ້ບໍລິການມືຖື ໄດ້ແຜ່ຂະຫຍາຍຢ່າງກວ້າງຂວາງອອກໃນລາວ. ນອກນີ້ Unitel ຍັງເປັນຜູ້ນຳ ໃນການສະໜອງບໍລິການເນື້ອຫາດິຈິຕອນ ຜ່ານມືຖືເທິງເຄືອຂ່າຍ 4G, ໂດຍສະເພາະບໍລິການໂທລະພາບ, ຟັງເພງອອນລາຍ, ຮັບຊົມຮູບເງົາ, ໂຊຊຽວມີເດຍ ແລະ ອື່ນໆ, ຊ່ວຍຍົກສູງຄຸນນະພາບຊີວິດໃຫ້ແກ່ປະຊາຊົນລາວ.
ໃນຖານະຜູ້ນຳດ້ານການເງິນດິຈິຕອນໃນລາວ, ບໍລິການກະເປົາເງິນອອນລາຍ U-money ຂອງ Unitel ມີຜູ້ລົງທະບຽນໃຊ້ງານຫຼາຍກວ່າ 1.6 ລ້ານບັນຊີ ຫຼັງຈາກເປີດບໍລິການພຽງ 3 ປີ, ຊ່ວຍອຳນວຍຄວາມສະດວກໃນການເຮັດທຸລະກຳທາງການເງິນ, ການຊຳລະເງິນ, ຈ່າຍຄ່າຮຽນ, ຈ່າຍເງິນເດືອນໃຫ້ພະນັກງານລັດ ແລະ ພະນັກງານພາກທຸລະກິດ.
ປະສິດທິຜົນຂອງການຮ່ວມມື ຍັງສະທ້ອນຜ່ານຜົນງານດ້ານທຸລະກິດ. ໃນປີ 2025, Unitel ຮັກສາອັດຕາການເຕີບໂຕໄດ້ຢ່າງໝັ້ນຄົງ, ມີການປະກອບສ່ວນເຂົ້າງົບປະມານລັດລາວ ເພີ່ມຂຶ້ນ 15.3% ທຽບໃສ່ປີກ່ອນ. ພ້ອມທັງສ້າງວຽກເຮັດງານທຳ ແລະ ລາຍໄດ້ ໃຫ້ແກ່ແຮງງານຫຼາຍກວ່າ 30,000 ຄົນ, ລວມໄປເຖິງການຝຶກອົບຮົມ ແລະ ຖ່າຍທອດອົງຄວາມຮູ້ ເພື່ອໃຫ້ບຸກຄະລາກອນລາວ ສາມາດຄ່ອຍໆເປັນເຈົ້າການດ້ານເຕັກໂນໂລຊີ, ການບໍລິຫານ ແລະ ການດຳເນີນງານ.
ພາຍໃຕ້ຄອບຄົວ Unitel, ພະນັກງານຫວຽດນາມ ແລະ ລາວ ໄດ້ຮ່ວມງານ, ແບ່ງປັນ ແລະ ເຕີບໂຕໄປພ້ອມກັນ. ໃນນີ້ການສື່ສານພາສາຫວຽດນາມ – ລາວ ໄດ້ດຳເນີນຢ່າງຄຶກຄື້ນ, ບໍ່ພຽງແຕ່ຫຼຸດຊ່ອງວ່າງດ້ານພາສາ ແຕ່ຍັງຊ່ວຍເພີ່ມພູນຄວາມເຂົ້າໃຈ ເຊິ່ງກັນ ແລະ ກັນ, ດ້ານປະຫວັດສາດ, ວັດທະນະທຳ ແລະ ຜູ້ຄົນ. ຈິດໃຈດັ່ງກ່າວ ຍັງໄດ້ແຜ່ຂະຫຍາຍສູ່ຊຸມຊົນ ຜ່ານການຈັດສັນງົບປະມານຫຼາຍກວ່າ 41 ລ້ານ USD ເພື່ອດຳເນີນບັນດາໂຄງການກຸສົນ, ສະຫວັດດີການສັງຄົມ ແລະ ຕິດຕັ້ງສາຍອິນເຕີເນັດຟຣີຫຼາຍພັນສາຍ ໃຫ້ແກ່ໂຮງຮຽນ.
ຜົນສຳເລັດດ້ານໂຄງລ່າງ ແລະ ປະສິດທິຜົນທາງທຸລະກິດ ສະທ້ອນໃຫ້ເຫັນວ່າ ໂທລະຄົມຢູ່ລາວ ບໍ່ໄດ້ເປັນພຽງແຕ່ຂະແໜງການສະໜອງບໍລິການສື່ສານອີກຕໍ່ໄປ. ການເຊື່ອມຕໍ່ທີ່ຄອບຄຸມຢ່າງກວ້າງຂວາງ ໄດ້ກາຍເປັນຮາກຖານສຳຄັນ ໃນການຂະຫຍາຍກິດຈະກຳທາງເສດຖະກິດ, ບໍລິການ ແລະ ເປີດໂອກາດການພັດທະນາໄປສູ່ຫຼາຍພື້ນທີ່. ທີ່ໃນອະດີດຍັງມີຂໍ້ຈຳກັດດ້ານໂຄງລ່າງພື້ນຖານ.
ການຫັນປ່ຽນດິຈິຕອນໃນ ສປປ ລາວ ກຳລັງດຳເນີນໄປຢ່າງເຂັ້ມແຂງ ແລະ ໄດ້ກາຍເປັນໜຶ່ງໃນວາລະສຳຄັນຂອງປະເທດ ຂອງການກ້າວສູ່ຄວາມທັນສະໄໝ, ຍົກສູງຄຸນນະພາບການບໍລິຫານ, ພັດທະນາບໍລິການພາກລັດ ແລະ ຂະຫຍາຍເສດຖະກິດດິຈິຕອນ. ໃນຂະບວນການດັ່ງກ່າວ, ບໍລິສັດ Star Telecom (Unitel) – ສັນຍາລັກແຫ່ງການຮ່ວມມື ລາວ – ຫວຽດນາມ – ໄດ້ກ້າວຂຶ້ນມາເປັນໜຶ່ງ ໃນເສົາຫຼັກສຳຄັນ ຂອງການມີສວ່ນຮ່ວມ ວາງຮາກຖານໂຄງລ່າງພື້ນຖານ ແລະ ພັດທະນາແພລດຟອມ ເພື່ອຮອງຮັບລັດຖະບານດິຈິຕອນ, ເສດຖະກິດດິຈິຕອນ ແລະ ສັງຄົມດິຈິຕອນ. Unitel ໄດ້ທົດລອງສຳເລັດເຄືອຂ່າຍ 5G ໃນລາວໃນປີ 2019 ແລະ ເປີດໃຫ້ບໍລິການຢ່າງເປັນທາງການໃນປີ 2024, ເຮັດໃຫ້ລາວກາຍເປັນໜຶ່ງໃນ 5 ປະເທດທຳອິດ ໃນອາຊຽນທີ່ນຳ 5G ມາໃຫ້ບໍລິການ ໃນຮູບແບບທຸລະກິດ. ດັ່ງນັ້ນ, ໂຄງລ່າງໂທລະຄົມຈຶ່ງບໍ່ໄດ້ມີພຽງໜ້າທີ່ຮັບປະກັນການສື່ສານ, ແຕ່ໄດ້ກາຍເປັນຮາກຖານເຮັດໃຫ້ຂໍ້ມູນໄຫຼວຽນ, ບໍລິການດິຈິຕອນດຳເນີນງານ ແລະ ຫຼາຍຂະແໜງການ ໃນຊີວິດປະຈຳວັນກ້າວເຂົ້າສູ່ດິຈິຕອນ. ສຳລັບຄຸນຄ່າທີ່ສຳຄັນຂອງ Unitel ຄືການບໍ່ຢຸດຢູ່ພຽງການສະໜອງສັນຍານມືຖື ແລະ ອິນເຕີເນັດ. ເທິງພື້ນຖານໂຄງລ່າງທີ່ສະສົມ ແລະ ພັດທະນາມາຫຼາຍປີ, ແຕ່ກຳລັງຫັນຕົວມາເປັນວິສາຫະກິດເຕັກໂນໂລຊີ ແລະ ບໍລິການດິຈິຕອນ, ເຂົ້າມາມີບົດບາດເລິກເຊິ່ງຂຶ້ນ ໃນຂະບວນການດິຈິຕອນດ້ານສາທາລະນະສຸກ, ການສຶກສາ, ໄຟຟ້າ, ການທ່ອງທ່ຽວ, ການເງິນ ແລະ ບໍລິການພາກລັດໃນລາວ.
ໃນນີ້ຂະແໜງສາທາລະນະສຸກ, Lao Health ແລະ ລະບົບບໍລິຫານໂຮງໝໍ HIS ໄດ້ຖືກນຳໃຊ້ ຢູ່ໃນຫຼາຍໂຮງໝໍ, ໃນນັ້ນມີໂຮງໝໍ 103 ກອງທັບປະຊາຊົນລາວ. ຂະບວນການກວດ ແລະ ປິ່ນປົວ ໄດ້ຮັບການບໍລິການແບບດິຈິຕອນ, ຊ່ວຍຫຼຸດຂັ້ນຕອນເອກະສານ ແລະ ອຳນວຍຄວາມສະດວກ ໃຫ້ປະຊາຊົນໃນເຂດຫ່າງໄກ ສາມາດເຂົ້າເຖິງບໍລິການໄດ້ງ່າຍຂຶ້ນ.
ດ້ານການສຶກສາ, ໄດ້ພັດທະນາແພລດຟອມ Laos EDU ທົດລອງນຳໃຊ້ເກືອບ 183 ໂຮງຮຽນ ມີຫຼາຍກວ່າ 85,000 ບັນຊີລົງທະບຽນ, ຊ່ວຍບໍລິການດິຈິຕອນ ຂອງຂະບວນການຮັບນັກຮຽນ, ການບໍລິຫານນັກຮຽນ, ການເຊັກຊື່, ຕິດຕາມການຮຽນ ແລະ ເຊື່ອມຕໍ່ໂຮງຮຽນກັບຄອບຄົວ.
ສ່ວນບໍລິການ MyEDL ໃນຂະແໜງໄຟຟ້າ ຊ່ວຍໃຫ້ຫຼາຍກວ່າ 120,000 ຄົວເຮືອນ ສາມາດຕິດຕາມໜ່ວຍການຊົມໃຊ້ໄຟຟ້າ, ກວດເບິ່ງໃບບິນ ແລະ ຊຳລະເງິນແບບອອນລາຍ.
ຂະນະທີ່ ຂະແໜງການທ່ອງທ່ຽວ, ເຮັດໃຫ້ແພລດຟອມ Laos Travel ເຊື່ອມຕໍ່ໂຮງແຮມ, ບໍລິສັດນຳທ່ຽວ ແລະ ຜູ້ໃຫ້ບໍລິການຂົນສົ່ງ ເຂົ້າໃນລະບົບດຽວກັນ. ສ່ວນດ້ານການເງິນດິຈິຕອນ, U-Money ໄດ້ພັດທະນາໄປສູ່ການຜັກດັນການຊຳລະເງິນ ແບບບໍ່ໃຊ້ເງິນສົດ ໃຫ້ແຜ່ຂະຫຍາຍໄປຢ່າງກວ້າງຂວາງ. ໃນຂໍ້ມູນໃນເອກະສານລະບຸວ່າ ກະເປົາເງິນອອນລາຍນີ້ ມີຜູ້ລົງທະບຽນຫຼາຍກວ່າ 1.8 ລ້ານບັນຊີ ຫຼັງຈາກເປີດໃຫ້ບໍລິການ 3 ປີ, ຮອງຮັບການຊຳລະເງິນ, ຈ່າຍຄ່າຮຽນ ແລະ ຈ່າຍເງິນເດືອນ ໃຫ້ພະນັກງານລັດ ແລະ ພາກທຸລະກິດ. ດ້ວຍເຫດນີ້, ບໍລິການການເງິນດິຈິຕອນຈຶ່ງຄ່ອຍໆ ເຂົ້າມາມີບົດບາດ ໃນຊີວິດປະຈຳວັນຂອງປະຊາຊົນ.
ເມື່ອບັນດາແພລດຟອມຖືກເຊື່ອມໂຍງເຂົ້າຫາກັນ, ບົດບາດຂອງໂຄງລ່າງດິຈິຕອນ ຕໍ່ເສດຖະກິດຍິ່ງປາກົດຂື້ນຢ່າງຊັດເຈນ. ການສຶກສາ, ສາທາລະນະສຸກ, ໄຟຟ້າ, ການຊຳລະເງິນ, ການທ່ອງທ່ຽວ ແລະ ບໍລິການພາກລັດ ກຳລັງຄ່ອຍໆປະກອບເປັນລະບົບນິເວດດິຈິຕອນ ທີ່ສາມາດແບ່ງປັນຂໍ້ມູນ ແລະ ດຳເນີນງານໄດ້ຢ່າງໂລ່ງລ່ຽນ. ຈາກພື້ນຖານໂທລະຄົມ, Unitel ກຳລັງຂະຫຍາຍການເຊື່ອມຕໍ່ ໄປສູ່ພາກທຸລະກິດ, ປະຊາຊົນ, ບໍລິການພາກລັດ ແລະ ກິດຈະກຳການຜະລິດ – ທຸລະກິດ.
Unitel Logistics ໄດ້ເປີດຕົວຢ່າງເປັນທາງການໃນວັນທີ 15/10/2025. ໂຄງການນີ້ ໄດ້ມຸ່ງເນັ້ນການກໍ່ສ້າງ “Mega Hub” 3 ແຫ່ງຢູ່ແຂວງອຸດົມໄຊ, ວຽງຈັນ ແລະ ແຂວງສະຫວັນນະເຂດ, ພ້ອມກັບສາງສິນຄ້າທັນສະໄໝ 6 ແຫ່ງ ຢູ່ບັນດາດ່ານຊາຍແດນຍຸດທະສາດ ທີ່ເຊື່ອມຕໍ່ກັບ ຫວຽດນາມ, ໄທ ແລະ ຈີນ, ໂດຍປະສານການຂົນສົ່ງທາງບົກ, ທາງລົດໄຟ ແລະ ທາງອາກາດ.
Unitel Logistics ສະທ້ອນໃຫ້ເຫັນແນວທາງໃໝ່: ຈາກໂຄງລ່າງຂໍ້ມູນ ແລະ ການເຊື່ອມຕໍ່ດິຈິຕອນ ໄປສູ່ໂຄງລ່າງ ທີ່ຮອງຮັບການຈໍລະຈອນສິນຄ້າໂດຍກົງ. ສຳລັບປະເທດທີ່ບໍ່ມີທາງອອກສູ່ທະເລ, ໂລຈິສຕິກມີຄວາມໝາຍຄວາມສຳຄັນຢ່າງຍີ່ງ ຕໍ່ຄວາມສາມາດໃນການເຊື່ອມຕໍ່ຕະຫຼາດ ແລະ ຊຸກຍູ້ການຄ້າ. ໂຄງການນີ້ຄາດວ່າຈະເປີດພື້ນທີ່ການເຕີບໂຕໃໝ່ໃຫ້ກັບ Unitel ນອກເໜືອຈາກຂະແໜງໂທລະຄົມ, ພ້ອມທັງມີສ່ວນຮ່ວມສ້າງເສັ້ນທາງຫຼັກດ້ານການຄ້າ ແລະ ຂົນສົ່ງພາຍໃນປະເທດ, ໃນພາກພື້ນ ແລະ ສາກົນ.
ຄວບຄູ່ໄປກັບການດຳເນີນທຸລະກິດ, Unitel ຍັງຮັກສາບົດບາດການປະກອບສວ່ນ ຕໍ່ສັງຄົມຢູ່ລາວ. ບໍລິສັດໄດ້ຈັດສັນເງິນເກືອບ 50 ລ້ານ USD ເພື່ອວຽກງານການກຸສົນ, ສະຫວັດດີການສັງຄົມ ແລະ ສະໜອງສາຍອິນເຕີເນັດຟຣີຫຼາຍພັນສາຍ ໃຫ້ແກ່ໂຮງຮຽນ. ນອກນັ້ນ, ຍັງໄດ້ໃຫ້ການສະໜັບສະໜູນຫຼາຍກວ່າ 3.3 ລ້ານ USD ແກ່ລັດຖະບານລາວ ໃນການຫັນປ່ຽນດິຈິຕອນ ແລະ ພັດທະນາໂຄງລ່າງລັດຖະບານອີເລັກໂຕຣນິກ.
Unitel ມຸ່ງມັ້ນໃນການພັດທະນາ ຈົນໄດ້ຮັບການຮັບຮູ້ຈາກພັກ ແລະ ລັດຖະບານຂອງສອງປະເທດ ໃນຖານະຕົວແບບອັນໂດດເດັ່ນ ຂອງການຮ່ວມມືເສດຖະກິດ ຫວຽດນາມ – ລາວ. ໃນເດືອນ 6/2026, ໃນໂອກາດເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ສຳນັກງານໃຫຍ່ Viettel, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນເວລານັ້ນ, ໄດ້ປະເມີນວ່າ Unitel ດຳເນີນງານຢ່າງມີປະສິດທິຜົນ, ເປັນຕົວແບບອັນໂດດເດັ່ນ ໃນສາຍພົວພັນຮ່ວມມື ລະຫວ່າງວິສາຫະກິດຂອງສອງປະເທດ, ພ້ອມທັງຄາດຫວັງໃຫ້ບໍລິສັດ ສືບຕໍ່ພັດທະນາຢ່າງຍືນຍົງ, ກ້າວເປັນວິສາຫະກິດເຕັກໂນໂລຊີ ແລະ ໂທລະຄົມຫຼັກ, ມີສ່ວນຮ່ວມຕໍ່ໂຄງລ່າງດິຈິຕອນ, ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການພັດທະນາເສດຖະກິດ – ສັງຄົມຂອງລາວ. ຜົນງານອັນໂດດເດັ່ນ ແລະ ຄວາມພະຍາຍາມອຸທິດຕົນ ໃຫ້ແກ່ປະເທດລາວ ຂອງ Unitel ໄດ້ຢືນຢັ້ນ ຜ່ານລາງວັນ ແລະ ເຄື່ອງໝາຍກຽດຕິຍົດອັນສູງສົ່ງ ຈາກສອງປະເທດ, ໃນນັ້ນມີ ຫຼຽນໄຊອິດສະຫຼະ ຊັ້ນ 1, ຫຼຽນໄຊພັດທະນາ ຊັ້ນ 1, ຫຼຽນໄຊແຮງງານ ຊັ້ນ 1 ຂອງລາວ ແລະ ຫຼຽນໄຊແຮງງານ ຊັ້ນ 2 ຂອງຫວຽດນາມ.
ເມື່ອເບີ່ງຄືນ ຈາກເສັ້ນທາງການພັດທະນາຂອງ Unitel, ຜົນຂອງການຮ່ວມມືໂທລະຄົມ ຫວຽດນາມ – ລາວ ບໍ່ໄດ້ວັດຜົນພຽງແຕ່ ຈຳນວນສະຖານີສົ່ງສັນຍານ, ຈຳນວນກິໂລແມັດ ຂອງສາຍໃຍແກ້ວນຳແສງ ຫຼື ລາຍຮັບເທົ່ານັ້ນ. ແຕ່ຄຸນຄ່າທີ່ຍິ່ງໃຫຍ່ໄປກວ່ານັ້ນ ແມ່ນຄວາມສາມາດໃນການປ່ຽນ “ການເຊື່ອມຕໍ່” ໃຫ້ກາຍເປັນ “ພະລັງແຫ່ງການພັດທະນາ”: ຈາກການໂທຫາກັນຂອງຄົນໃນຄອບຄົວທີ່ຢູ່ຫ່າງໄກ, ໄປສູ່ຫ້ອງຮຽນດິຈິຕອນ, ຄົນເຈັບໃນເຂດຫ່າງໄກສາມາດເຂົ້າເຖິງແພດໝໍ, ຄອບຄົວສາມາດຊຳລະຄ່າໄຟຟ້າຜ່ານໂທລະສັບ ຫຼື ສິນຄ້າກະສິກຳ ຈາກທ້ອງຖິ່ນສາມາດກ້າວໄປໄກກວ່າເກົ່າ ດ້ວຍພະລັງຂອງໂລຈິສຕິກ.
ຈາກ “ຂົວເຊື່ອມ” ດ້ານໂທລະຄົມ, Unitel ກຳລັງຂະຫຍາຍຕົວເປັນ “ເສັ້ນເລືອດໃໝ່” ທີ່ຫຼໍ່ລ້ຽງເສດຖະກິດດິຈິຕອນ ແລະ ຊີວິດດິຈິຕອນ ຂອງປະຊາຊົນລາວ.