ໂພນຕ້ອງສະຫວາດຕັ້ງໜ້າຜັນຂະຫຍາຍຄຳສັ່ງເລກທີ 06/ນຍ ຮ່ວມຕ້ານພະຍາດ Covid-19​

    ບ້ານໂພນຕ້ອງສະຫວາດ ເປັນບ້ານໜຶ່ງທີ່ນອນໃນ 30 ບ້ານໃນເມືອງຈັນທະບູລີ ທີ່ໄດ້ຕັ້ງໜ້າຜັນຂະຫຍາຍຄຳສັ່ງເລກທີ 06/ນຍ ຂອງນາຍົກລັດຖະມົນຕີ ໂດຍເຜີຍແຜ່ໃຫ້ປະຊາຊົນພາຍໃນບ້ານເອົາໃຈໃສ່ຈັດຕັ້ງປະຕິບັດຢ່າງເຂັ້ມງວດ. 

    ທ່ານ ນາງ ອ່ອນຄຳ ວິຈິດວົງສາ ເລຂາພັກບ້ານ ນາຍບ້ານໂພນຕ້ອງສະຫວາດ ໄດ້ໃຫ້ສຳພາດວັນທີ 15 ເມສາ 2020 ວ່າ: ນັບແຕ່ໄດ້ຮັບແຈ້ງການເລກທີ 06/ນຍ ຂອງນາຍົກລັດຖະມົນຕີ ກໍໄດ້ນຳມາຜັນຂະຫຍາຍ ໂດຍໄດ້ແຕ່ງຕັ້ງຄະນະສະເພາະກິດຂອງຂັ້ນບ້ານ ແບ່ງເປັນ 3 ຈຸ ຈຸໜຶ່ງຮັບຜິດຊອບ 25 ໜ່ວຍ ທັງໄປຕິດຕາມກຸ່ມເປົ້າໝາຍທີ່ເດີນທາງມາຈາກປະເທດກຸ່ມສ່ຽງ ໃນນັ້ນ ມີ 8 ກໍລະນີ ທີ່ເດີນທາງມາຈາກປະເທດກຸ່ມສ່ຽງ ໂດຍໄດ້ມີແຕ່ລະຈຸຕິດຕາມແນະນຳໃຫ້ເຂົາເຈົ້າແຍກປ່ຽວຕົນເອງ ທັງໄດ້ແນະນຳໃຫ້ວັດແທກອຸນນະພູມໃນແຕ່ລະວັນ ປັດຈຸບັນ ກຸ່ມເປົ້າໝາຍ 8 ກໍລະນີແມ່ນພົ້ນການກຳນົດການກັກບໍລິເວນຕົນເອງໃນໄລຍະ 14ວັນ. ພ້ອມນັ້ນກໍໄດ້ຮັບແຈ້ງການຈາກຂັ້ນ ນວ ແລະ ຂັ້ນເມືອງ ໂດຍໄດ້ນຳເອົາແຈ້ງການລົງເຜີຍແຜ່ໃຫ້ປະຊາຊົນ ແລະ ໃນໄລຍະປີໃໝ່ ແມ່ນໄດ້ເຮັດເປັນ 2 ລະບົບ ເຊິ່ງລະບົບທີ ໜຶ່ງແມ່ນໄດ້ອັດເອົາແຈ້ງການ ພ້ອມດ້ວຍແຈ້ງການຂອງບ້ານຕິດຂັດນຳສົ່ງໃຫ້ຫົວໜ້າໜ່ວຍ ຮອງໜ່ວຍ 10 ຫຼັງຄາ ເພື່ອບອກໃຫ້ລູກໜ່ວຍຂອງຕົນໄດ້ຮັບຮູ້ໃນບັນດາຂໍ້ຫ້າມ ຫຼື ແຈ້້ງການທີ່ຂັ້ນເທິງໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດ ທັງໄດ້ນຳພາທາງອຳນາດການປົກຄອງ ສົມທົບກັບໜ່ວຍງານ ປກສ ປກຊ ຂອງບ້ານ ໄດ້ລົງເຜີຍແຜ່ໂຄສະນາບັນດາແຈ້ງການເລກທີ 487 ວ່າດ້ວຍການຫ້າມຂາຍເຫຼົ້າເບຍໃຫ້ໄລຍະບຸນປີໃໝ່ນີ້ ແລະ ຫ້າມຊຸມນຸມ ໂດຍເນັ້ນໃສ່ເຜີຍແຜ່ໂຄສະນາບັນດາຫ້ອງແຖວ ຫ້ອງເຊົ່າ ທັງໄດ້ລົງກວດຕິດຕາມ ຖ້າພົບເຫັນຜູ້ລະເມີດແມ່ນຈະໄດ້ເຮັດບົດບັນທຶກ ແລະ ສຶກສາອົບຮົມກຸ່ມເປົ້າໝາຍ ແລະ ສົມທົບກັບພາກສ່ວນກ່ຽວຂ້ອງເພື່ອປະຕິບັດຕາມກົດໝາຍຂອງບ້ານເມືອງ ນອກຈາກນັ້ນ ກໍໄດ້ເຜີຍແຜ່ໃຫ້ຄວາມຮູ້ໃຫ້ປະຊາຊົນຮູ້ຜົນຮ້າຍ ແລະ ວິທີປ້ອງກັນພະຍາດດັ່ງກ່າວ ໂດຍແນໃສ່ຄຳສັ່ງເລກທີ 06/ນຍ ຄືຫ້າມບໍ່ໃຫ້ປະຊາຊົນອອກບ້ານ ຖ້າໄລຍະນີ້ ມີຄວາມຈຳເປັນຕ້ອງອອກຈາກບ້ານ ແມ່ນຕ້ອງໄດ້ມາເຮັດໃບຂໍຢັ້ງຢືນນຳບ້ານໂດຍບໍ່ເສຍຄ່າ ເພື່ອຢັ້ງຢືນເຖິງຄວາມຈຳເປັນໃນການອອກເດີນທາງໄປສະຖານທີ່ອື່ນ ແຕ່ສຳລັບບ້ານຂອງພວກເຮົາ ປະຊາຊົນແມ່ນໃຫ້ຄວາມຮ່ວມມືມີພຽງ 20 ຄົນເທົ່ານັ້ນ ທີ່ມາຂໍອະນຸຍາດເດີນທາງອອກນອກເຮືອນ. 

    ທ່ານ ນາງ ອ່ອນຄຳ ວິຈິດວົງສາ ໄດ້ຂໍຮຽກຮ້ອງໃຫ້ປະຊາຊົນບ້ານໂພນຕ້ອງສະຫວາດ ກໍຄື ບ້ານອື່ນໆ ຕ້ອງພ້ອມພຽງກັນຈັດຕັ້ງປະຕິບັດບັນດາຂໍ້ຫ້າມ ຫຼື ວ່າແຈ້ງການຂອງຂັ້ນເທິງ ໂດຍສະເພາະໃຫ້ຢູ່ພາຍໃນເຮືອນ ເພື່ອຊ່ວຍຈຳກັດການແຜ່ລະບາດຂອງພະຍາດນີ້ໃຫ້ຢູ່ໃນວົງແຄບ ນັບມື້ນັບຫຼຸດລົງ ແລະ ໝົດອອກໄປຈາກປະເທດລາວຂອງພວກເຮົາ.

error: Content is protected !!