ນັກຮົບຊຸດຂາວ

ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ໄດ້​ສະ­ທ້ອນ​ໃຫ້​ເຫັນ​ຫຼາຍ​ບັນ­ຫາ​ຂອງ​ຄົນ​ໃນ​ສັງ­ຄົມ ເຊັ່ນ: ການ​ຊ່ວງ​ຊີງ​ສົກ​ສວຍ​ຊື້​ເຄື່ອງ​ຂາຍ­ຂອງ ໂດຍ​ຂຶ້ນ​ລາ­ຄາ​ຍາມ​ສະ­ພາບ​ບ້ານ​ເມືອງ​ວິ​ກິດ ຄົນ​ຂາຍ​ບາງ​ກຸ່ມ​ກໍ​ບໍ່​ສົນ​ວ່າ​ສິນ­ຄ້າ​ໄດ້​ຄຸນ​ນະ​ພາບ ຂໍ​ພຽງ​ແຕ່​ໄດ້​ເງິນ ບາງ​ຄົນ​ຖືກ​ຕົວະ​ຕົ້ມ​ຫັກ​ຫຼ່ຽມ​ຜົນ​ປະ­ໂຫຍດ​ກັນ ເຖິງ​ຂັ້ນ​ຮ້ອງ­ໄຫ້​ເປີດ​ເສື້ອ​ໃຫ້​ສັງ­ຄົມ​ໄດ້​ເຫັນ ນີ້​ຄື​ທາດ​ແທ້​ຂອງ​ຄົນ​ພຽງ​ບາງ​ກຸ່ມ ເອີ້ນ​ວ່າ: ສວຍ­ໂອ­ກາດ​ເຫັນ­ແກ່​ໄດ້ ເພາະ​ມີ​ນິ­ໄສ​ເຫັນ​ແຕ່​ຜົນ​ປະ­ໂຫຍດ​ເຕັມ​ຫົວ­ໃຈ. ການ​ປິ່ນ­ປົວ​ພະ­ຍາດ​ໂຄ​ວິດ-19 ຖື​ໄດ້​ວ່າ​ເປັນ​ການ​ເສຍ­ສະ­ຫຼະ​ສູງ​ຂອງ​ແພດ​ໝໍ ໂດຍ​ອາ­ໄສ​ຈິດ­ໃຈ​ກ້າ­ຫານ…

ມູນນິທິຮ່ວມໃຈພັດທະນາ ປະກອບສ່ວນຊ່ວຍເຫຼືອສັງຄົມຕ້ານພະຍາດໂຄວິດ-19

    ທ່ານ ພູວົງ ພະມີສິດ ປະທານມູນນິທິຮ່ວມໃຈພັດທະນາ ເຈົ້າຂອງຮ້ານພູວົງ ແລະ ເຈົ້າຂອງສວນພຶກສາ ໃຫ້ສໍາພາດວັນທີ 7 ພຶດສະພາ 2020 ວ່າ: ນັບແຕ່ປະເທດເຮົາໄດ້ມີລາຍງານການຕິດເຊື້ອພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ລັດຖະບານກໍໄດ້ມີຄໍາສັ່ງຂອງນາຍົກລັດຖະມົນຕີ…

ແຮງງານລາວໃນຕ່າງແດນຍັງບໍລິສຸດ

ໃຜໆ​ກໍ​ເປັນ​ຫ່ວງ​ເປັນ​ໄຍ​ວິ­ຕົກ​ກັງ­ວົນ​ນຳ ເມື່ອ​ເວົ້າ​ເຖິງ​ແຮງ​ງານ​ລາວ​ໃນ​ຕ່າງ​ແດນ ແລະ ກໍ​ເປັນ​ທີ່​ຮູ້​ກັນ​ດີ​ແລ້ວ​ວ່າ: ແຮງ​ງານ​ລາວ​ໃນ​ຕ່າງ​ແດນ ກໍ​ແມ່ນ​ກຳ­ມະ­ກອນ ຊາວ​ຜູ້​ອອກ­ແຮງ​ງານ​ຄົນ​ລາວ ທີ່​ຂາດ​ໂອ­ກາດ​ໃນ​ການ​ຊອກ​ຫາ​ວຽກ​ເຮັດ​ງານ​ທຳ​ໃນ​ປະ­ເທດ​ຕົນ​ຍັງ​ບໍ່​ທັນ​ໄດ້ ຍ້ອນ​ຕຳ­ແໜ່ງ​ງານ​ໃນ​ສະ­ຖານ­ທີ່​ທຳ​ງານ​ມີ​ຂອບ​ເຂດ​ຈຳ­ກັດ ຫຼື ອີກ​ປະ­ການ​ໜຶ່ງ ແຮງ​ງານ​ແມ່ນ​ເປັນ​ຊາວ​ໄຮ່­ນາ ບໍ່​ແມ່ນ​ກຳ­ມະ­ກອນ​ໂດຍ​ອາ­ຊີບ ການ​ເຮັດ​ນາ​ໄດ້​ພຽງ​ລະ­ດູ​ດຽວ​ລະ­ດູ­ຝົນ. ຫຼັງ​ຈາກ​ມ້ຽນ​ມັດ​ເຂົ້າ​ຂື້ນ​ເລົ້າ​ຂື້ນ​ເຍຍ​ແລ້ວ ເງື່ອນ­ໄຂ​ເຮັດ​ນາ­ແຊງ​ບໍ່​ມີ​ກໍ​ຫວ່າງ​ງານ.…

ລະເມີດປ້າຍຫ້າມ ມີຄວາມສ່ຽງເກີດອຸບັດເຫດຕາມຖະໜົນ

ເສັ້ນ­ທາງ​ຢູ່​ໃນ ສປປ ລາວ ມີ​ການ​ແບ່ງ​ຊ່ອງ​ຈະ­ລາ­ຈອນ​ອອກ​ເປັນ​ເຂດ​ການ​ນຳ​ໃຊ້​ສະ­ເພາະ ເຊິ່ງ​ແຕ່​ລະ​ເສັ້ນ​ທີ່​ແຕ້ມ​ຕາມ​ໜ້າ​ທາງ ແມ່ນ​ບົ່ງ​ບອກ​ເຖິງ​ການ​ນຳ​ໃຊ້​ພາ­ຫະ­ນະ​ແຕ່​ລະ​ຊະ­ນິດ ມີ​ການ​ກຳ­ນົດ​ຊ່ອງ​ທາງ​ຄວາມ​ໄວ​ປານ​ກາງ ແລະ ຄວາມ​ໄວ​ສູງ ນອກ​ນີ້ ຍັງ​ມີ​ການ​ກຳ­ນົດ​ຈຸດ​ແຊງ​ໃນ​ໄລ­ຍະ​ທີ່​ແຊງ​ໄດ້ ຫຼື ບໍ່​ໄດ້ ຈຸດ​ລ້ຽວ ຈຸດ​ປ່ອຍ​ສິດ ແລະ…

ນາຊາຍທອງ ສຳເລັດການເກັບກ່ຽວເຂົ້ານາແຊງໃນເນື້ອທີ 2.681 ເຮັກຕາ

    ມາຮອດປັດຈຸບັນ ຊາວກະສິກອນເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ຂຸ້ນຂ້ຽວເກັບກ່ຽວເຂົ້ານາແຊງໄດ້ສຳເລັດໃນຕົ້ນເດືອນພຶດສະພາ ແລະ ພວມສືບຕໍ່ການຜະລິດເຂົ້ານາປີໃນເນື້ອທີ 7.794 ເຮັກຕາ.     ທ່ານ ໄກຍະສັກ ມະນີວົງ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງນາຊາຍທອງ…

ພຶດສະພາ ຫາ ກໍລະກົດ ບໍ່ແກ້ວ-ໄຊຍະບູລີຈະປະສົບໄພແຫ້ງແລ້ງ ຊາວກະສິກອນຄວນໃຊ້ນໍ້າຢ່າງປະຢັດ

    ອີງຕາມພະຍາກອນລະດູການອຸຕຸກະເສດ 18 ແຂວງທົ່ວປະເທດ ສະບັບພະຍາກອນປະຈຳເດືອນພຶດສະພາ ຫາ ເດືອນກໍລະກົດ 2020 ໃຫ້ຮູ້ວ່າ: ໃນຂອບເຂດທົ່ວປະເທດລາວ ອາດຈະມີການສູນເສຍຜົນຜະລິດ ເນື່ອງຈາກອຸນຫະພູມຄວາມຮ້ອນສູງໃນໄລຍະລະດູອອກດອກຂອງພືດ ແຕ່ວ່າໂດຍລວມແລ້ວ ປະລິມານຝົນຕົກ ຄາດວ່າຈະຕົກໃນປະລິມານປານກາງ.   …

ຜ່ານ​ມາ​ເຮົາ​ໄດ້​ປະຕິບັດ​ວຽກ​ງານ​ນີ້​ເຂັ້ມ​ງວດ​ແລ້ວ ຫຼື ບໍ່?

    ກົດໝາຍ​ວ່າ​ດ້ວຍ ການ​ປົກ​ປ້ອງ​ຜູ້​ຊົມໃຊ້ ຊຶ່ງ​ໄດ້​ປະກາດ​ໃຊ້​ໃນ​ປີ 2010 ມາ​ຮອດ​ປັດຈຸບັນ​ກໍ ເກຶອບ10 ປີ ຜົນ​ການຈັດຕັ້ງ​ປະຕິບັດ ກໍ​ເຫັນ​ວ່າ​ປະຊາຊົນ​ລາວ​ບັນດາເຜົ່າ ກໍ​ໄດ້​ຮັບ​ການ​ປົກ​ປ້ອງທາງ​ດ້ານ​ສິດ ແລະ ຜົນ​ປະໂຫຍດ​ຈາກ​ກົດໝາຍ​ສະບັບ​ນີ້ ຫລາຍ​ພໍ​ສົມຄວນ ແລະ ຍັງ​ຈະ​ສຶບ​ຕໍ່​ປົກ​ປ້ອງ​ຕະຫຼອດ​ໄປ.…

ເພີ່ມທະວີການປ້ອງກັນອັກຄີໄພໃນໄລຍະລະດູແລ້ງ

ປັດ­ຈຸ­ບັນ ແມ່ນ​ຢູ່​ໃນ​ໄລ­ຍະ​ລະ­ດູ­ແລ້ງ ຫຼາຍ​ພື້ນ​ທີ່​ໄດ້​ປະ​ເຊີນ​ກັບ​ສະ­ພາບ​ອາ­ກາດ​ຮ້ອນ​ອົບ­ເອົ້າ ບາງວັນອຸນ­ຫະ­ພູມ​ສູງ​ເຖິງ 40-42 ອົງ­ສາ ນອກ​ນີ້ ຢູ່​ໃນ​ໄລ­ຍະ​ດັ່ງ­ກ່າວ ກໍ​ມັກ​ຈະ​ເກີດ​ເຫດ​ໄຟ​ໄໝ້​ເຮືອນ​ປະ­ຊາຊົນ​ຈຳ­ນວນ​ຫຼາຍ ຍ້ອນ​ໃຊ້​ໄຟ­ຟ້າ​ຫຼາຍ​ເກີນ​ໄປ​ ຈົນເຮັດ​ໃຫ້​ໄຟ­ຟ້າ​ເກີດ​ລັດ​ວົງ​ຈອນ. ອີງ​ຕາມ​ການ​ລາຍ​ງານ​ຂອງ​ພະ​ແນກ​ຕຳ­ຫຼວດ​ສະ­ກັດ​ກັ້ນ ແລະ ຕ້ານ​ອັກ­ຄີ​ໄພ ນະ­ຄອນ­ຫຼວງ​ວຽງ​ຈັນ ວັນ​ທີ…

ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ສຳເລັດການເຈາະອຸໂມງກຸລົງ

ການ​ກໍ່­ສ້າງ​ອຸ​ໂມງ​ກຸ​ລົງ​ຂອງ​ໂຄງ­ການ​ລົດ­ໄຟ ລາວ-ຈີນ ໄດ້​ເຈາະ​ທະ­ລຸ​ແລ້ວ​ໃນ​ທ້າຍ​ເດືອນ​ເມ­ສາ ຜ່ານ​ມາ ສຳ­ເລັດ​ກ່ອນ​ແຜນ­ການ 43 ມື້ ພາຍ­ຫຼັງ​ດຳ­ເນີນ​ການ​ກໍ່­ສ້າງ​ມາ​ແຕ່​ເດືອນ​ມີ­ນາ 2017 ອຸ​ໂມງ​ດັ່ງ­ກ່າວ​ມີ​ຄວາມ​ຍາວ  9.020  ແມັດ ເປັນ​ອຸ​ໂມງ​ທີ່​ມີ​ຄວາມ​ຍາວ​ອັນ​ດັບ​ສາມ​ຂອງ​ໂຄງ­ການ​ລົດ­ໄຟ​ລາວ-ຈີນ ຕັ້ງ​ຢູ່​ບ້ານ​ກຸ​ລົງ ເມືອງ​ນາ​ໝໍ້ ແຂວງ​ອຸ­ດົມ​ໄຊ. ທ່ານ​ຜູ້​ຮັບ­ຜິດ­ຊອບ​ຂອງ​ບໍ­ລິ­ສັດ​ທາງ​ລົດ­ໄຟ​ລາວ-ຈີນ …

error: Content is protected !!