ນາຍົກລັດຖະມົນຕີ ສສ ຫວຽດນາມ ວາງພວງມາລາໄວ້ອາໄລ ສະຫາຍພົນເອກ ສີສະຫວາດ ແກ້ວບຸນພັນ

    ໃນຕອນບ່າຍວັນທີ 13 ພຶດສະພາ 2020 ທີ່ສະໂມສອນກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ ສະຫາຍ ຫງວຽນ ຊວນຝຸກ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໄດ້ຕາງໜ້າພັກ-ລັດຖະບານ ແລະ ປະຊາຊົນຫວຽດນາມ ເດີນທາງມາວາງພວງມາລາໄວ້ອາໄລແດ່ດວງວິນຍານຂອງສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ອະດີດນາຍົກລັດຖະມົນຕີ ອະດີດຮອງປະທານປະເທດ ອະດີດປະທານສູນກາງແນວລາວສ້າງຊາດ ເພື່ອສະແດງເຖິງຄວາມຮູ້ບຸນຄຸນ ແລະ ອາໄລອາວອນຢ່າງສຸດຊຶ້ງຕໍ່ການຈາກໄປຂອງສະຫາຍພົນເອກ ສີສະຫວາດ ແກ້ວບຸນພັນ ຢ່າງບໍ່ມີມື້ຫວນກັບຄືນມາ.

    ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ແມ່ນນັກຮົບປະຕິວັດທີ່ອົງອາດກ້າຫານ ທີ່ໄດ້ຮ່ວມສໍາພັນສູ້ຮົບຄຽງບ່າຄຽງໄຫຼ່ກັບທະຫານນັກຮົບປະຕິວັດຫວຽດນາມ ເພື່ອຕໍ່ສູ້ກູ້ຊາດຕ້ານກັບພວກຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ບໍ່ພຽງແຕ່ເປັນຜູ້ທີ່ເຄົາລົບຮັກຂອງກໍາລັງປະກອບອາວຸດ ແລະ ປະຊາຊົນລາວບັນດາເຜົ່າເທົ່ານັ້ນ ແຕ່ຍັງແມ່ນຜູ້ທີ່ເຄົາລົບຮັກ ແລະ ນັບຖືຈາກພັກ-ລັດຖະບານ ກໍາລັງປະກອບອາວຸດ ແລະ ປະຊາຊົນ ສສ ຫວຽດນາມນໍາອີກດ້ວຍ.

error: Content is protected !!