ຈີນ ທົດສອບເຮືອຂົນສິນຄ້າໄຮ້ຄົນຂັບສຳເລັດ

    ສື່ທ້ອງຖິ່ນຈີນລາຍງານວ່າ ຈີນປະສົບຄວາມສຳເລັດໃນການທົດສອບແລ່ນເຮືອບັນທຸກສິນຄ້າ (cargo ship) ໄຮ້ຄົນຂັບໄດ້ເປັນລຳທໍາອິດຂອງປະເທດ ໂດຍການທົດສອບມີຂຶ້ນທີ່ນອກຊາຍຝັ່ງຂອງມົນທົນກວາງຕຸ້ງ ໂດຍເຮືອຂົນສິນຄ້າຄວາມຍາວ 12,86 ແມັດລຳນີ້ ມີຊື່ວ່າ “Jindouyun 0 hao” ວິໄຈ ແລະ ພັດທະນາໂດຍບໍລິສັດ Yunzhou Tech ໄດ້ທຳການທົດສອບແລ່ນອັດຕະໂນມັດເປັນຄັ້ງທໍາອິດຈາກເກາະ Dong’ao ໃນເຂດຈູໄຫ່ ໄປທຽບທ່າຍັງທ່າເຣືອໝາຍເລກ 1 ຂອງຂົວຮົງກົງ – ຈູໄຫ່ – ມາເກ໊ົາໄດ້ເປັນຜົນສຳເລັດ.

    ເຮືອລຳນີ້ເປັນໂຄງການຮ່ວມມືລະຫວ່າງ Yunzhou Tech ບໍລິສັດດ້ານເຕັກໂນໂລຊີໃນຈູໄຫ່ ກັບມະຫາວິທະຍາ ໄລເຕັກໂນໂລຢີຫວູ່ຮັ່ນ ໂດຍໂຄງການນີ້ເລີ່ມຕ້ົນວິໄຈ ແລະ ພັດທະນາໄລຍະທ້າຍປີ 2017 ຈົນຜ່ານການທົດສອບຢ່າງສໍາເລັດສົມບູນໄປເມື່ອວັນທີ 15 ທັນວາ ປີທີ່ຜ່ານມາ.

    ປະທານບໍລິສັດ Yunzhou Tech ກ່າວວ່າ ເຮືອລຳນີ້ໃຊ້ເຕັກໂນໂລຊີຄວບຄຸມເຮືອແບບດິຈິຕອນປັນຍາປະດິດ ຄວບຄູ່ກັບລະບົບຂັບເຄື່ອນໄຟຟ້າ ພ້ອມລະບົບຄວບຄຸມໄລຍະໄກ ລວມເຖິງມີເຊັນເຊີປ້ອງກັນການຕໍາຂອງເຮືອລຳອື່ນໆໃກ້ຄຽງ.

    ຫຼັງຈາກນີ້ ເຮືອລຳດັ່ງກ່າວຈະເຮັດໜ້າທີ່ແລ່ນຂົນສົ່ງສິນຄ້າໄປມາລະຫວ່າງເກາະຈູໄຫ່ ກັບຊາຍຝັ່ງຈີນ ຄວບຄູ່ກັບການທົດສອບໃນຂັ້ນຕໍ່ໄປ ໂດຍເປັນສ່ວນໜຶ່ງຂອງໂຄງການພັດທະນາພື້ນຖານລະບົບຂົນສ່ົງສິນຄ້າທາງເຮືອໃນອະນາຄົດຂອງຈີນ ເຊິ່ງຄາດວ່າຈະຊ່ວຍຫຼຸດຕ້ົນທຶນຄ່າຂົນສ່ົງໄດ້ເຖິງ 20% ແລະ ຫຼຸດຄ່າໃຊ້ຈ່າຍດ້ານເຊື້ອໄຟໄດ້ເຖິງ 15% ຈາກຕ້ົນທຶນຮູບແບບຂົນສ່ົງໃນປັດຈຸບັນ.

error: Content is protected !!