ເບີ່ງບ້ານເຂົາເອົາບົດຮຽນ 14-05-2020

     ເລື່ອງ​ທີ່​ເລືອກ​ສັນ​ມາ​ໃຫ້​ອ່ານ​ໃນ​ບົດ​ນີ້ ລວມ​ມີ​ຂ່າວ​ກ່ຽວ​ກັບ​ຫົວຄິດ​ລິ​ເລີ່ມ​ຂອງ​ຮ້ານ​ອາຫານ​ຢູ່​ສິງກະໂປ ໃນ​ການ​ຊຸກຍູ້​ໃຫ້​ລູກ​ຄ້າ​ງົດ​ການ​ໃຊ້​ໂທລະສັບ​ມື​ຖື​ເວລາ​ຮັບ​ປະທານ​ອາຫານ ແລະ ເລື່ອງ​ຂີ້​ເຫຍື້ອ​ເອ​ເລັກ​ໂຕຣ​ນິກ​ຢູ່​ຫວຽດນາມ.

    ທີ່ ສິງກະໂປ: ມີ​ເລື່ອງ​ລາວ​ເກົ່າໆ ແຕ່​ມີ​ປະໂຫຍດ​ມະຫາສານ​ຈາກ​ປະເທດ​ສິງກະໂປ ກ່ຽວ​ກັບ​ຂໍ້​ລິ​ເລີ່ມ​ຂອງ​ບາງ​ກຸ່ມ​ຮ້ານ​ອາຫານ​ໃນ​ການ​ຊັກ​ຊວນ​ໃຫ້​ລູກ​ຄ້າ​ເວັ້ນ​ການ​ໃຊ້​ໂທລະສັບ​ມື​ຖື​ເວລາ​ຮ່ວມ​ໂຕະ​ອາຫານ​ນຳ​ກັນ ກຸ່ມ​ຮ້ານ​ອາຫານ​ເຫຼົ່າ​ນີ້​ຖື​ວ່າ​ເວລາ​ຮັບ​ປະທານ​ອາຫານ​ຮ່ວມ​ກັນ​ນັ້ນ ທຸກ​ຄົນ​ຄວນ​ເອົາໃຈໃສ່​ເລື່ອງ​ມະນຸດ​ສຳພັນ ຕ້ອງ​ເບິ່ງ​ໜ້າ ເວົ້າ​ຈາ​ທັກ​ທາຍ​ກັນ​ເພື່ອ​ສ້າງ​ບັນຍາກາດ ບໍ່​ແມ່ນ​ແຕ່ລະຄົນ​ມີ​ຕາຍ​ແຕ່​ເບິ່ງ​ໜ້າ​ຈໍ ຈົນ​ປ່ອນ​ອາຫານ​ເກືອບ​ບໍ່​ຖືກ​ປາກ ເພາະ​ມົວ​ແຕ່​ຈ້ອງ​ຕາ​ໃສ່​ໜ້າ​ຈໍ ບໍ່​ສົນ​ນຳ​ຜູ້​ຮ່ວມ​ໂຕະ ບໍ່​ສົນ​ນຳ​ລົດ​ຊາດ​ອາຫານ.

    ຄຳ​ຂວັນ​ຊັກ​ຊວນ​ຂອງ​ກຸ່ມ​ຮ້ານ​ອາຫານ​ທີ່​ວ່າ​ນີ້​ແມ່ນ ຈົ່ງ​ມ້ຽນ​ໂທລະສັບ​ມື​ຖື-ເຄື່ອງ​ສື່ສານ​ເອ​ເລັກ​ໂຕຣ​ນິກ​ຂອງ​ທ່ານ​ໄວ້​ກ່ອນ ແລ້ວ​ຫັນ​ມາ​ສົນໃຈ​ຜູ້​ຮ່ວມ​ໂຕະ​ອາຫານ​ຂອງ​ທ່ານ ຖ້າ​ຫຍໍ້​ເປັນ​ຄຳ​ເວົ້າ​ສັ້ນໆ​ກໍ​ແມ່ນ “ກິນ​ເຂົ້າ​ເຊົາ​ໃຊ້ !” (ໝາຍ​ຄວາມ​ວ່າ​ເຊົາ​ໃຊ້​ໂທລະສັບ​ຫັ້ນ​ລະ) ຮ້ານ​ອາຫານ​ທີ່​ລິ​ເລີ່ມ​ຄຳ​ຂວັນ “ ກິນ​ເຂົ້າ​ເຊົາ​ໃຊ້ ” ນີ້​ມີ​ຊື່ວ່າ ເດິ ແມນ​ແຮດ​ເຕິນ ຟິດ ມາກ​ເກັດ (Manhattan Fish Market) ບວກ​ກັບ​ອີກ​ຢ່າງ​ໜ້ອຍ 13 ຮ້ານ​ກາເຟ.

   ຂ່າວ​ບອກ​ວ່າ: ສຳລັບ​ຢູ່​ຮ້ານ​ອາຫານ ແມນ​ແຮດ​ເຕິນ ເຊິ່ງ​ມີ​ແຂກ​ຕອມ​ບໍ່​ຂາດ​ສາຍ​ນັ້ນ ທາງ​ຮ້ານ​ໄດ້​ຈັດ​ໃຫ້​ມີ​ແອບ​ມ້ຽນ​ໂທລະສັບ​ມື​ຖື​ຂອງ​ແຂກ​ຢູ່​ແຕ່​ລະ​ໂຕະ ພ້ອມ​ດ້ວຍ​ປະໂຫຍກ​ຄຳ​ເວົ້າ​ຊັກ​ຊວນ​ໃຫ້​ແຂກ​ປິດ​ສຽງ ຂວ້ຳ​ໜ້າ​ໂທລະສັບ​ໄວ້​ໃນ​ແອບ​ຕະຫຼອດ​ເວລາ​ຮັບ​ປະທານ​ອາຫານ ບໍ່​ພຽງ​ແຕ່​ເທົ່າ​ນັ້ນ ຢູ່​ແຕ່​ລະ​ໂຕະ​ກໍ​ຍັງ​ມີ​ບັນດາ​ຫົວຂໍ້​ທີ່​ໜ້າ​ສົນໃຈ​ສຳລັບ​ໃຫ້​ບັນດາ​ແຂກ​ສາມາດ​ເລືອກ​ມາ​ສົນທະນາ​ກັນ.

   ພິເສດ​ສຸດໆ​ໄປ​ກວ່າ​ນັ້ນ ທາງ​ຮ້ານ​ກໍ​ຍັງ​ມີ​ປີ້​ລາງວັນ​ມີ​ມູນ​ຄ່າ​ເປັນ​ເງິນ 5 ໂດ​ລາ​ສິງກະໂປ ເພື່ອ​ຮັບ​ປະທານ​ອາຫານ​ສຳລັບ​ແຂກ​ທີ່​ມ້ຽນ​ໂທລະສັບ​ໄວ້​ໃນ​ແອບ​ຕະຫຼອດ​ໄລຍະ​ຮັບ​ປະທານ​ອາຫານ​ໂດຍ​ບໍ່​ຍອມ​ເປີດ​ເບິ່ງ​ໂທລະສັບ​ເລີຍ ໃນ​ຂະນະ​ທີ່​ຂໍ້​ລິ​ເລີ່ມ​ນີ້​ກາຍເປັນ​ຂ່າວ​ດັງ​ເມື່ອ 6 ປີຜ່ານມາ​ນັ້ນ ທາງ​ຮ້ານ​ອາຫານ ແມນ​ແຮດ​ເຕິນ ໄດ້​ມີ​ແອບ​ມ້ຽນ​ໂທລະສັບ ຈຳນວນ 10.000 ໜ່ວຍ ເພື່ອ​ຢາຍ​ຢູ່​ໜ້າ​ໂຕະ​ຂອງ​ຮ້ານ ແລະ ສາຂາ​ຮ້ານ​ອີກ 16 ແຫ່ງ​ໃນ​ທົ່ວ​ສິງກະໂປ.

   ທີ່ ຫວຽດນາມ: ໃນ​ປັດຈຸບັນ ທຸກໆ​ປະເທດ​ໃນ​ໂລກ​ພວມ​ປະ​ເຊີນ​ກັບ​ບັນຫາ​ຂີ້​ເຫຍື້ອ​ລົ້ນ​ປະເທດ ລາມ​ໄປ​ເປັນ​ຂີ້​ເຫຍື້ອ​ລົ້ນ​ໂລກ ມາດ​ຕະການ​ຈຳກັດ ແລະ ກຳຈັດ​ຂີ້​ເຫຍື້ອ​ຂອງ​ແຕ່​ລະ​ປະເທດ​ນັ້ນ ລ້ວນ​ແຕ່​ສຸມ​ໃສ່​ປະເພດ​ຂີ້​ເຫຍື້ອ​ຜະລິດ​ຕະ​ພັນ​ທີ່​ເຮັດ​ດ້ວຍ​ຢາງ ຫຼື ​ປຼັສ​ຕິກ​ທີ່​ໃຊ້​ເທື່ອ​ດຽວ​ແລ້ວ​ຖິ້ມ ເຊັ່ນ: ຖົງ​ຢາງ​ໃສ່ເຄື່ອງ ຈານ ຈອກ ສ້ອມ ບ່ວງ ທໍ່ດູດ ທີ່​ເຮັດ​ດ້ວຍ​ຢາງ.

   ແຕ່​ກໍ​ມີ​ປະເພດ​ຂີ້​ເຫຍື້ອ​ອີກ​ປະເພດ​ໜຶ່ງ ເຊິ່ງ​ເຖິງ​ວ່າ​ບໍ່​ທັນ​ລົ້ນ​ເມືອງ ແຕ່​ເປັນ​ໄພ​ອັນຕະລາຍ​ສຸດໆ​ຕໍ່​ສິ່ງແວດລ້ອມ ແລະ ສຸຂະພາບ​ຂອງ​ຄົນ​ເຮົາ​ນັ້ນ ກໍ​ຄື ຂີ້​ເຫຍື້ອ​ເອ​ເລັກ​ໂຕຣ​ນິກ ຢູ່​ຫວຽດນາມ ທາງ​ການ​ກໍ​ໄດ້​ປະກາດ​ຫ້າມ​ນຳ​ເຂົ້າ​ເຄື່ອງໃຊ້​ໄອ​ທີ​ປະເພດ​ມື​ສອງ​ຈາກ​ຕ່າງປະເທດ​ຢ່າງ​ເດັດຂາດ ນັບ​ແຕ່​ວັນ​ທີ 15 ທັນວາ ປີ 2015 ເປັນຕົ້ນ​ມາ ຜະລິດ​ຕະ​ພັນ​ທີ່​ເຄື່ອງມື​ດ້ານ​ໄອ​ທີ​ມື​ສອງ​ທີ່​ຫ້າມ​ນຳ​ເຂົ້າ​ນັ້ນ​ລວມ​ມີ ໜ່ວຍ​ຄອມ​ພິວ​ເຕີ​ຕັ້ງ​ຕັກ ແທັບ​ເລັດ ໂທລະສັບ​ມື​ຖື ເຄື່ອງ​ຂະຫຍາຍ​ສຽງ ແຟຼດ​ດິ​​ສ ລວມ​ທັງ​ຊິ້ນ​ສ່ວນ​ປະກອບ​ຂອງ​ຜະລິດ​ຕະ​ພັນ​ເຫຼົ່າ​ນີ້​ດ້ວຍ ນີ້​ແມ່ນ​ສ່ວນ​ໜຶ່ງ​ໃນ​ການ​ປ້ອງ​ກັນ​ຂີ້​ເຫຍື້ອ​ເອ​ເລັກ  ໂຕຣ​ນິກ​ພາຍ​ໃນ​ປະເທດ ເພາະ​ເຄື່ອງມື​ສອງ​ເຫຼົ່າ​ນີ້​ບໍ່​ດົນ​ກໍ​ຈະ​ກາຍເປັນ​ຂີ້​ເຫຍື້ອ​ນັ້ນ​ເອງ.

error: Content is protected !!