31 ວັນລຽນຕິດ ເຊື້ອໂຄວິດບໍ່ຕິດຢູ່ລາວເພີ່ມ ມີ 1 ກໍລະນີເດີມໄດ້ອອກໂຮງໝໍ

31 ວັນ​ຕໍ່​ເນື່ອງ ທີ່​ແພດ​ໝໍ​ບໍ່​ພົບ​ຜູ້​ຕິດ­ເຊື້ອ​ພະ­ຍາດ​ອັກ­ເສບ​ປອດ ທີ່​ເກີດ​ຈາກ​ເຊື້ອ​ຈຸ​ລະ​ໂຣກ​ສາຍ​ພັນ ໃໝ່ (COVID-19) ຢູ່ ສປປ ລາວ ຕາມ​ການ​ຖະ­ແຫຼງ​ຂ່າວ​ຂອງ​ຄະ­ນະ​ສະ­ເພາະ​ກິດ ເພື່ອ​ປ້ອງ​ກັນ ຄວບ​ຄຸມ ແລະ ແກ້​ໄຂ​ພະ­ຍາດ COVID-19 ວັນ​ທີ 13 ພຶດ­ສະ­ພາ 2020 ຢູ່​ສູນ​ປະ­ຕິ­ບັດ​ງານ​ຄະ­ນະ​ສະ­ເພາະ​ເພື່ອ​ປ້ອງ​ກັນ ຄວບ​ຄຸມ ແລະ ແກ້​ໄຂ​ພະ­ຍາດ COVID-19 ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ຕົວ​ເລກ​ສະ​ສົມ​ຜູ້​ຕິດ­ເຊື້ອ​ຍັງ​ຢູ່​ທີ່ 19 ຄົນ ແລະ ປິ່ນ­ປົວ​ຫາຍ​ດີ​ກັບ​ຄືນ​ບ້ານ ເພື່ອ​ຕິດ­ຕາມ​ອາ­ການ​ອີກ 1 ຄົນ ລວມ​ເປັນ 14 ຄົນ.

ທ່ານ ພູ­ທອນ ເມືອງ​ປາກ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ຜູ້​ປະ­ຈຳ­ການ​ຄະ­ນະ​ສະ­ເພາະ​ກິດ ເພື່ອ​ປ້ອງ​ກັນ ຄວບ​ຄຸມ ແລະ ແກ້​ໄຂ​ພະ­ຍາດ COVID-19 ກ່າວ​ວ່າ: ວັນ​ທີ 12 ພຶດ­ສະ­ພາ 2020 ໄດ້​ເກັບ​ຕົວ­ຢ່າງ​ມາ​ກວດ 101 ຄົນ ໃນ​ນີ້​ມີ​ກໍ­ລະ­ນີ​ສົງ­ໄສ 2 ຄົນ ຜູ້​ຕິດ­ເຊື້ອ​ທີ່​ຄົບ​ຮອດ 14 ວັນ 2 ຄົນ (ນ້ຳ­ເບີ 14 ແລະ 12) ແຮງ​ງານ​ລາວ​ທີ່​ກັບ​ມາ​ຈາກ​ປະ­ເທດ​ໄທ 65 ຄົນ ແຮງ​ງານ​ໄທ​ທີ່​ເຂົ້າ​ມາ​ລາວ 2 ຄົນ (ຢູ່​ແຂວງ​ໄຊ​ຍະ​ບູ​ລີ) ແລະ ບຸກ­ຄົນ​ທົ່ວ​ໄປ​ບໍ່​ມີ​ອາ​ການ­ສະ­ແດງ 30 ຄົນ.

ສຳ­ລັບ​ແຮງ​ງານ​ລາວ​ທີ່​ກັບ​ມາ​ຈາກ​ປະ­ເທດ​ໄທ 65 ຄົນ ໃນ​ນີ້​ແຂວງ​ວຽງ​ຈັນ 25 ຄົນ ຈຳ­ປາ​ສັກ 16 ຄົນ ສະ­ຫວັນ​ນະ​ເຂດ 11 ຄົນ ຄຳ​ມ່ວນ 10 ຄົນ ບໍ​ລິ​ຄຳ​ໄຊ 02 ຄົນ ວຽງ​ຈັນ 02 ຄົນ ແລະ ແຂວງ​ສາ ລະ​ວັນ 1 ຄົນ ຜົນ​ກວດ​ທັງ​ໝົດ​ຂອງ​ແຮງ​ງານ​ລາວ ແຮງ​ງານ​ໄທ​ທີ່​ເຂົ້າ​ມາ ແລະ ກໍ­ລະ­ນີ​ສົງ­ໄສ​ຂອງ​ວັນ​ທີ 12 ພຶດ­ສະ­ພາ 2020 ແມ່ນ​ບໍ່​ພົບ​ເຊື້ອ (ໝາຍ​ຄວາມ​ວ່າ​ບໍ່​ມີ​ຜູ້​ຕິດ­ເຊື້ອ​ໃໝ່) ສັງ​ລວມ​ການ​ກວດ​ວິ­ເຄາະ​ແຕ່​ເດືອນ​ມັງ­ກອນ-ວັນ​ທີ 12 ພຶດ­ສະ­ພາ 2020 ໄດ້​ເກັບ​ຕົວ­ຢ່າງ​ມາ​ກວດ 3.975 ຕົວ­ຢ່າງ ກວດ​ພົບ​ເຊື້ອ​ສະ​ສົມ 19 ຄົນ (31 ມື້​ແລ້ວ​ທີ່​ບໍ່​ພົບ​ຜູ້​ຕິດ­ເຊື້ອ​ໃໝ່) ແລະ ມີ​ຜູ້​ປິ່ນ­ປົວ​ຫາຍ​ດີ​ອອກ​ໂຮງ­ໝໍ​ວັນ​ນີ້​ອີກ 1 ຄົນ ຍັງ​ຕິດ­ຕາມ​ຢູ່​ໂຮງ­ໝໍ 5 ຄົນ.

ປັດ­ຈຸ­ບັນ ທົ່ວ​ປະ­ເທດ​ມີ​ສູນ​ຈຳ­ກັດ​ບໍ­ລິ­ເວນ 60 ສູນ ມີ​ຜູ້​ຈຳ­ກັດ​ບໍ­ລິ­ເວນ​ຢູ່​ສູນ 1.919 ຄົນ ໄດ້​ເກັບ​ຕົວ­ຢ່າງ​ມາ​ກວດ​ວິ­ເຄາະ ທັງ​ໝົດ​ນີ້​ບໍ່​ມີ​ຜູ້​ຕິດ­ເຊື້ອ.

# ຂ່າວ & ພາບ : ຊິ​ລິ​ການ​ດາ

error: Content is protected !!