ການຊ່ວຍຮັກສາຄວາມປອດໄພ ເເລະ ສະໜອງຄວາມຮູ້ໃຫ້ປະຊາຊົນ ພ້ອມທັງສະໜັບສະໜູນໃຫ້ເຂົາເຈົ້າໄດ້ຮັບການຊ່ວຍເຫຼືອໃນໄລຍະ COVID-19 ຢູ່ປະເທດລາວ

         Facebook ຢາກສ້າງຄວາມສຳພັນທີ່ດີໃນຮູບແບບທີ່ເເທ້ຈິງ ແລະ ສະພາບເເວດລ້ອມທີ່ປອດໄພ ໃນການບໍລິໂພກສື່ອອນລາຍໃນໄລຍະພະຍາດ COVID-19 ກໍາລັງລະບາດໃນທົ່ວໂລກ ການທີ່ປະຊາຊົນໄດ້ຮັບຮູ້ຂໍ້ມູນທີ່ຖືກຕ້ອງນັ້ນ ເປັນປັດໄຈທີ່ສຳຄັນທີ່ສຸດ ເຊິ່ງຈະຊ່ວຍໃນການຄັດແຍກການເເບ່ງປັນຂໍ້ມູນຂ່າວສານອອນລາຍ ຂ່າວສານທີ່ບໍ່ມີການຢັ້ງຢືນເຖິງຄວາມເປັນຈິງ ຈະສ້າງຄວາມສັບສົນ ແລະ ອາດຈະເຮັດໃຫ້ປະຊາຊົນເດືອດຮ້ອນໄດ້. Facebook ໄດ້ຊ່ວຍຫາວິທີການກໍາຈັດ ແລະ ຈໍາກັດຂ່າວປອມ ເພື່ອຊ່ວຍໃຫ້ທຸກຄົນໄດ້ຮັບພຽງຂໍ້ມູນທີ່ເເທ້ຈິງ ໂດຍການເຊື່ອມຕໍ່ປະຊາຊົນ ແລະ ຂ່າວສານຈາກອົງການອະນາໄມໂລກ ແລະ ອົງກອນອື່ນໆທີ່ໜ້າເຊື່ອຖືໃນ Newsfeed ເຊິ່ງທຸກວັນນີ້ກໍສາມາດເຂົ້າໄປທີ່ໜ້າສູນລວມຂໍ້ມູນຂ່າວສານ ໂຄວິດ-19 ຫຼື COVID-19 Information Center ເມື່ອຕ້ອງການຄົ້ນຫາຂໍ້ມູນກ່ຽວກັບໂລກດັ່ງກ່າວ ໂດຍການກົດເຂົ້າໄປທີ່ປຸ່ມຫົວຂໍ້ COVID-19 Information Center ໃນ newsfeed ຂອງທ່ານ ສູນດັ່ງກ່າວຈະສົ່ງທ່ານເຂົ້າໄປໜ້າຂອງອົງກອນສາທາລະນະສຸກຂອງປະເທດນັ້ນໆ ລວມມີສູນຂ່າວສານການແພດສຸຂະ ສຶກສາ ແລະ ອົງກອນທີ່ກ່ຽວຂ້ອງອື່ນໆ ສູນດັ່ງກ່າວກໍມີການລາຍງານຂ່າວສານ ບົດຄວາມ ວິດີໂອ ເເລະ ໂພສກ່ຽວກັບໂລກດັ່ງກ່າວ ພ້ອມທັງຄຳແນະນຳຫຼ້າສຸດຕາມເວລາຈິງ ອີກບໍ່ດົນນີ້ ຄົນລາວກໍຈະມີປຸ່ມ ຊ່ວຍເຫຼຶອຊຸມຊົນ ຫຼື Community Help ເພື່ອຮ້ອງຂໍ ຫຼື ສະເໜີການຊ່ວຍເຫຼືອໃຫ້ຊຸມຊົນຂອງທ່ານ.

      ທ່ານ ວິສິດ ຄຳລືຊາ ຫົວໜ້າສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາ ກະຊວງສາທາລະນະສຸກ ກ່າວວ່າ: ໃນຂະນະທີ່ພວກເຮົາກຳລັງປະເຊີນກັບບັນຫາໂລກລະບາດທົ່ວໂລກ ການທີ່ຄົນລາວໄດ້ມີການຮັບຮູ້ເຖິງຂໍ້ມູນທີ່ເເທ້ຈິງນັ້ນສຳຄັນທີ່ສຸດ ພື້ນທີ່ສື່ສັງຄົມຕ່າງໆ ມີໜ້າທີ່ອັນສຳຄັນໃນໄລຍະແບບປັດຈຸບັນ ເເລະ ການດຳລົງຊີວິດປະຈຳວັນ ພວກເຮົາໄດ້ສັງເກດເຫັນວ່າ ໜ້າສູນລວມຂໍ້ມູນກ່ຽວກັບພະຍາດ COVID-19 ໃນ Facebook ນັ້ນມີປະໂຫຍດຫຼາຍ ແລະ ເປັນສູນກາງໃຫ້ພວກເຮົາສາມາດເເບ່ງປັນຂໍ້ມູນທີ່ສະດວກໄດ້.

error: Content is protected !!