ເຄວ​​ສ ຢູ​ໄນ​ເຕັດ ຫວັງ​ສ້າງ​ຜົນງານ​ດີ ໃນ​ຄອມ​ມານ​ໂດ ລາວ​ລີກ 2

    ທ່ານ ວົງ​ພະ​ທິບ ວິ​ຣະ​ວົງສາ ຜູ້​ຈັດການ​ທີມ ເຄວ​​ສ ຢູ​ໄນ​ເຕັດ ລາຍ​ງານ​ໃຫ້​ຮູ້​ເທ​​ື່ຶ​ບໍ່​ດົນ​ມາ​ນີ້ ວ່າ: ເຄວ​​ສ ຢູ​ໄນ​ເຕັດ ມີ​ຄວາມ​ພ້ອມ​ໃນ​ການ​ແຂ່ງຂັນ​ບານເຕະ ຄອມ​ມານ​ໂດ ລາວ​ລີກ 2 ປະຈຳ​ປີ 2020 ໂດຍ​ໄດ້​ຄັດ​ເລືອກ​ນັກກີລາ ແລະ ເຝິກຊ້ອມ​ປົກກະຕິ ແຕ່​ເນື່ອງ​ຈາກ​ພະຍາດ COVID-19 ກຳລັງ​ລະ ບາດ ໄດ້​ຢຸດ​ເຝິກຊ້ອມ ແລະ ໄດ້​ໃຫ້​ນັກກີລາ​ກັບ​ບ້ານ ເພື່ອ​ພັກຜ່ອນ​ເກັບ​ຕົວ ພ້ອມ​ທັງ​ໄດ້​ແນະນຳ​ໃຫ້​ເຝິກຊ້ອມ ແລະ ອອກກຳລັງ​ກາຍ​ເບົາໆ ເພື່ອ​ກຽມພ້ອມ​ດ້ານ​ຮ່າງກາຍ ແລະ ຈິດໃຈ.

    ສຳລັບ​ປີ​ນີ້ ເຄວ​​ສ ຢູ​ໄນ​ເຕັດ ຈະ​ໃຊ້​ຄູ​ເຝິກ​ໃໝ່ ທີ່​ມີ​ຄວາມ​ສາມາດ​ສູງ ແລະ ຫວັງ​ຈະ​ເຮັດ​ໃຫ້​ຜົນ ງານ​ໃຫ້​ດີ​ທີ່​ສຸດ ນອກ​ນີ້​ຍັງ​ໄດ້​ເສີມ​ນັກກີລາ​ຈຳນວນ​ຫຼາຍ ສ່ວນ​ນັກ​ເຕະ​ຕ່າງປະເທດ ແມ່ນ​ຍັງ​ຕົກລົງ​ກັນ​ບໍ່​ໄດ້ ເນື່ອງ​ຈາກ​ມີ​ຜົນ​ກະທົບ​ຈາກ​ພະຍາດ COVID-19 ສຳລັບ​ຜູ້​ສະໜັບສະໜູນ​ປະກອບ​ມີ​ວິທະຍາ ໄລ ເຄວ​​ສ ວິທະຍາໄລ ທິບ​ວະລີ ແລະ ອົງການ one two one.

    ສະໂມສອນ ເຄວ​​ສ ຢູ​ໄນ​ເຕັດ ສ້າງຕັ້ງ​ຂຶ້ນ​ປີ 2019 ໂດຍ​ມີ​ທີ່​ຕັ້ງ​ຢູ່​ບ້ານ​ສີວິໄລ ເມືອງ​ໄຊ​ທານີ ນະຄອນຫຼວງ​ວຽງ​ຈັນ ໄດ້​ສົ່ງ​ທີມ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ ຄອມ​ມານ​ໂດ ສາຍ ກ ປະຈຳ​ປີ 2019 ໄດ້​ອັນ​ດັບ 10 ລົງ​ແຂ່ງຂັນ 22 ນັດ ຊະນະ 5 ສະເໝີ 3 ເສຍ 15 ມີ 10 ຄະແນນ.

    ການ​ແຂ່ງຂັນ​ບານເຕະ ຄອມ​ມານ​ໂດ ລາວ​ລີກ 2 ປີ 2020 ມີ 12 ທີມ​ເຂົ້າ​ຮ່ວມ ຄື: ເຄວ​​ສ ຢູ​ໄນ​ເຕັດ ທຣີ​ນີ​ຕີ ເອ​​ັຟ​ຊີ ແຄນ​ລາວ ຢູ​ໄນ​ເຕັດ ເອ​​ັສ​ອີ​ຊີ ຢູ​ໄນ​ເຕັດ ເຄ​ພີ​ເອ​​ັສ ເອ​​ັຟ​ຊີ ລາວ ທ໋ອບ ເອ​​ັຟ​ຊີ ນະຄອນຫຼວງ ເອ​​ັຟ​ຊີ ບີ​ແຄນ ຢູ​ໄນ​ເຕັດ ເຮ​​ັສ​ບີ​ທີ 941 ເອ​​ັຟ​ຊີ ກອງທັບ ເອ​​ັຟ​ຊີ ວຽງ​ຈັນ ຢູ​ໄນ​ເຕັດ ແລະ ປະສານ​ໃຈ ເອ​​ັຟ​ຊີ ໂດຍ​ໄດ້​ເລື່ອນ​ວັນ​ເປີດ​ການ​ແຂ່ງຂັນ​ອອກ​ໄປ​ຈົນ​ກວ່າ​ສະພາບ​ການ​ລະບາດ​ຂອງ​ພະຍາດ COVID-19 ຈະ​ຢຸດຕິ.

error: Content is protected !!