ຄະນະບໍລິຫານງານສູນກາງພັກ ແລະ ລັດຖະບານ ເຂົ້າວາງພວງມາລາສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ​

     ເພື່ອສະແດງຄວາມຮູ້ບຸນຄຸນ ແລະ ອາໄລອາວອນຢ່າງສຸດຊຶ້ງ ຕໍ່ການຈາກໄປຂອງອະດີດຜູ້ນຳຮຸ່ນທຳອິດຂອງລາວ ໃນວັນທີ 13 ພຶດສາພາ 2020 ຢູ່ສະໂມສອນກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ ຄະນະບໍລິຫານສູນກາງພັກ ເຊິ່ງນຳໂດຍສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິການງານສູນກາງພັກ ປະທານປະເທດ ແລະ ຄະນະລັດຖະບານ ນຳໂດຍ ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ ພ້ອມຄະນະ ໄດ້ເຂົ້າວາງພວງພາລາ ແລະ ເຊັນປື້ມໄວ້ອາໄລຕໍ່ການຈາກໄປຂອງສະຫາຍພົນເອກ ສີສະຫວາດ ແກ້ວບຸນພັນ ອະດີດກຳມະການສູນກາງພັກ ສະໄໝທີ I II III IV V VI VII ແລະ VIII ອະດີດເລຂາທິການສູນກາງພັກ ສະໄໝທີ III IV ອະດີດກໍາມະການກົມການເມືອງສູນກາງພັກ ສະໄໝທີ IV VI VII ແລະ VIII ອະດີດນາຍົກລັດຖະມົນຕີ ອະດີດຮອງປະທານປະເທດ ອະດີດປະທານສູນກາງແນວລາວສ້າງຊາດ ອະດີດຫົວໜ້າເສນາທິການສູງສຸດກອງທັບປະຊາຊົນລາວ ອະດີດລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ອະດີດລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ອະດີດເລຂາຄະນະພັກ ປະທານຄະນະປົກຄອງກຳແພງນະຄອນວຽງຈັນ ອະດີດລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ແລະ ອະດີດປະທານຄະນະຂົນຂວາຍສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ນອກຈາກນີ້ຍັງມີຄະນະສະພາແຫ່ງຊາດ ສູນກາງແນວລາວສ້າງຊາດ ຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ ຫ້ອງວ່າການສູນກາງພັກ ກະຊວງປ້ອງກັນປະເທດ ອົງການປົກຄອງນະຄອນຫຼວງວຽງຈັນ ກະຊວງແຜນການ ແລະ ການລົງທຶນ ແລະ ກະຊວງປ້ອງກັນຄວາມສະຫງົບ ເປັນຕົ້ນ ເຊິ່ງໃນແຕ່ລະຄະນະກໍໄດ້ສະແດງຄວາມໄວ້ອາໄລຕໍ່ການຈາກໄປຂອງສະຫາຍສີສະຫວາດ ແກ້ວບຸນພັນ ໃນຄັ້ງນີ້. 

    ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ແມ່ນຜູ້ນຳອາວຸໂສສຳຄັນຮຸ່ນທຳອິດຂອງພັກ-ລັດເຮົາ ທີ່ໄດ້ເອົາຊີວິດຂອງຕົນຕິດພັນກັບການຕໍ່ສູ້ກູ້ຊາດ ຕ້ານຈັດກະພັດລ່າເມືອງຂຶ້ນທັງເກົ່າ ແລະ ໃໝ່ຂອງປະຊາຊົນລາວບັນດາເຜົ່າ ຕະຫຼວດໄລຍະ 30 ກວ່າປີ ສະຫາຍແມ່ນນັກຮົບປະຕິວັດຜູ້ກ້າແກ່ນ ມີນ້ຳໃຈເສຍສະຫຼະອັນສູງສົ່ງ ເປັນໜຶ່ງໃນບັນດານາຍທະຫານນຳພາບັນຊາທີ່ດີເດັ່ນ ແລະ ເປັນທີ່ເຄົາລົບຮັກຂອງກຳລັງປະກອບອາວຸດ ແລະ ປະຊາຊົນລາວບັນດາເຜົ່າ ເພີ່ນແມ່ນພະນັກງານການນຳທີ່ມີແບບແຜນນຳພາທີ່ດີ ມີຄວາມສາມັກຄີ ປອງດອງ ເປັນເອກະພາບພາຍໃນພັກ ແລະ ຢຶດໝັ້ນໃນອຸດົມການປະຕິວັດອັນສູງສົ່ງ ໃນພາລະກິດປະຕິວັດປົດປອຍຊາດ ປົກປັກຮັກສາ ແລະ ສ້າງສາລະບອບໃໝ່ ສະຫາຍໄດ້ມີຜົນງານ ແລະ ຄຸນງາມຄວາມດີທີ່ສະແດງອອກເຖິງຄຸນສົມບັດສິນທຳປະຕິວັດອັນຜ່ອງໃສ ແລະ ຄວາມຮັກແພງເຊື້ອຊາດ ແລະ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຄົາລົບຮັກຈາກສະມາຊິກພັກ ພະນັກງານນັກຮົບ ແລະ ປະຊາຊົນລາວບັນດາເຜົ່າ ກໍຄືປະເທດເພື່ອນມິດຢ່າງກວ້າງຂວາງ ຢ່າງໃດກໍຕາມ ເຖິງວ່າເພີ່ນໄດ້ຈາກແລ້ວ ແຕ່ຜົນງານ ແລະ ຄຸນງາມຄວາມດີທີ່ເພີ່ນໄດ້ສ້າງໄວ້ ຈະຖືກຈາລືກ ແລະ ຈື່ຈຳໄວ້ກັບປະຊາຊົນລາວຄົນຮຸ່ນຫຼັງຕະຫຼອດໄປ.

# ຂ່າວ & ພາບ: ວຽງມາ  

error: Content is protected !!