ທ່ານນາງ ວຽງສຸວັນ ພະໄຊສົມບັດ ຜູ້ອຳນວຍການໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ (ມສ ວຽງຈັນ) ໃຫ້ສຳພາດວັນທີ 12 ພຶດສະພາ 2020 ວ່າ: ນັບແຕ່ໂຈະການຮຽນ-ການສອນຊົ່ວຄາວ ເນື່ອງຈາກການລະບາດຂອງພະຍາດ COVID-19 ເປັນຕົ້ນມາ ໂຮງຮຽນພວກເຮົາກໍໄດ້ອັດວິດີໂອເພື່ອສອນຜ່ານລະບົບອອນລາຍ ສຳລັບຊັ້ນ ມ4 ແລະ ມ7 ຫຼາຍວິຊາ ເຊັ່ນ: ຄະນິດສາດ ຟີຊິກສາດ ເຄມີສາດ ຊີວະສາດ ພູມສາດ ປະຫວັດສາດ ແລະ ພາສາລາວ-ວັນນະຄະດີ ນອກນີ້ ຄູ-ອາຈານຍັງໄດ້ສົ່ງບົດກວດກາເດືອນ 3 ແລະ ເດືອນ 4 ໃຫ້ນັກຮຽນແກ້ ແລ້ວສົ່ງກັບຄືນໃຫ້ອາຈານ ເຮັດໃຫ້ສາມາດເກັບຄະແນນໄດ້ຄົບຖ້ວນ ແລະ ການຮຽນມີຄວາມຕໍ່ເນື່ອງ ສາມາດຮັບປະກັນການຈົບຫຼັກສູດ ສ່ວນຊັ້ນຮຽນອື່ນກໍໄດ້ສົ່ງບົດຮຽນ ແລະ ຄຳຖາມເຂົ້າກຸ່ມວັອດແອັບ ສົ່ງຕໍ່ໄປຫາຄູປະຈຳຫ້ອງ ແລ້ວສົ່ງຕໍ່ໃຫ້ຜູ້ປົກຄອງແນະນຳລູກຫຼານຕົນເອງຮຽນ ໂດຍຜູ້ປົກຄອງຕ້ອງເອົາໃຈໃສ່ຕິດຕາມໃນໄລຍະພັກຢູ່ເຮືອນ ສ່ວນວັນເວລາເປີດການຮຽນ-ການສອນຄືນນັ້ນ ຕ້ອງໄດ້ລໍຖ້າກະຊວງສຶກສາທິການ ແລະ ກີລາ ວ່າຈະໄດ້ເປີດຮຽນເວລາໃດ ຈຶ່ງຈະແຈ້ງໃຫ້ກັບຄືນມາຮຽນເປັນປົກກະຕິ.

ໄລຍະຜ່ານມາ ໂຮງຮຽນ ມສ ວຽງຈັນ ໄດ້ອະນາໄມສະຖານທີ່ອ້ອມຂ້າງໂຮງຮຽນ ໂຕະ-ຕັ້ງ ຫ້ອງຮຽນ ແລະ ໄດ້ຂໍຄວາມຊ່ວຍເຫຼືອມູນນິທິຈີນ ມາສີດຢາຂ້າເຊື້ອບໍລິເວນໂຮງຮຽນ ຫ້ອງຮຽນ 2 ຄັ້ງ ເພື່ອຮັບປະກັນຄວາມປອດໄພໃນການຮຽນ-ການສອນ ສຳລັບຊັ້ນ ມ4 ແລະ ມ7 ມີນັກຮຽນ 944 ຄົນ ໃນນີ້ ມ4 ມີ 396 ຄົນ ມ7 ມີ 548 ຄົນ ມີຫ້ອງຮຽນພອນສະຫວັນ ຫ້ອງຮຽນໄອທີ ແລະ ຫ້ອງຮຽນບີແລັງ (ຫ້ອງຮຽນ 2 ພາສາ) ມີນັກຮຽນ 20-22 ຄົນຕໍ່ຫ້ອງ ຈະບໍ່ໄດ້ແຍກອອກ ເພາະສາມາດເວັ້ນໄລຍະຫ່າງໄດ້ ສ່ວນຫ້ອງຮຽນທົ່ວໄປມີນັກຮຽນ 40 ຄົນຕໍ່ຫ້ອງ ແບ່ງເປັນ 2 ຫ້ອງ (ແຕ່ລະຫ້ອງຈະບັນຈຸນັກຮຽນ 20 ຄົນ) ໃຫ້ນັ່ງ 1 ຄົນຕໍ່ໂຕະ ເພື່ອເວັ້ນໄລຍະຫ່າງຕາມມາດຕະການຂອງຄະນະສະເພາະກິດປ້ອງກັນພະຍາດ COVID-19 ສ່ວນຕາຕະລາງການຮຽນ-ການສອນ ໄດ້ຈັດຕາຕະລາງຄືນໃໝ່.

ນອກຈາກຄູສອນປະຈຳແລ້ວ ຍັງມີຄູສອນຊັ້ນ ມ ຕົ້ນ ແລະ ມ ປາຍ ມາສອນຊ່ວຍໂຮງຮຽນ ມສ ວຽງຈັນ ມີ 82 ຫ້ອງ ຖ້າເປີດຮຽນແຕ່ ມ4 ແລະ ມ7 ຈະໃຊ້ຫ້ອງຮຽນ 44 ຫ້ອງ ນອກນີ້ພວກເຮົາຍັງມີເຄື່ອງວັດອຸນຫະພູມ ເຈວລ້າງມື ສະບູລ້າງມື ແລະ ໃຫ້ນັກຮຽນໃສ່ຜ້າອັດປາກ-ດັງ ພ້ອມທັງພົກພາເຈວລ້າງມືກ່ອງນ້ອຍຕິດຕົວມານຳ ເຊິ່ງກ່ອນຈະເຂົ້າປະຕູໂຮງຮຽນທັງ 3 ດ້ານ ຈະແທກອຸນຫະພູມທຸກຄົນ ຖ້າມີໄຂ້ຈະໄດ້ແຈ້ງໃຫ້ຄະນະສະເພາະກິດ ແລະ ໃຫ້ຜູ້ປົກຄອງພາໄປກວດຢູ່ໂຮງໝໍ ຖ້າຜູ້ໃດມີອຸນຫະພູມປົກກະຕິ ກໍຈະອະນຸຍາດໃຫ້ເຂົ້າຮຽນ ສ່ວນກິດຈະກຳກາງແຈ້ງຈະຫຼີກເວັ້ນບາງກິດຈະກຳ ເພື່ອບໍ່ໃຫ້ມີຈຳນວນຄົນຫຼາຍ ແລະ ບໍ່ໃຫ້ມີການຊຸມນຸມແອອັດ ສ່ວນອາຫານຮ້ານຄ້າພວກເຮົາມີສະໜອງໃຫ້ແຕ່ໃຫ້ເວັ້ນໄລຍະຫ່າງ ຄື: ໃຫ້ຊັ້ນ ມ4 ອອກກິນເຂົ້າແລ້ວກ່ອນ ຈຶ່ງອະນຸຍາດໃຫ້ຊັ້ນ ມ7 ອອກກິນ ຈຶ່ງແຈ້ງໃຫ້ຜູ້ປົກຄອງກະກຽມອາຫານໃຫ້ລູກມາກິນສ່ວນໃດສ່ວນໜຶ່ງ ສັງລວມແລ້ວໂຮງຮຽນ ມສ ວຽງຈັນ ມີຄວາມພ້ອມທຸກດ້ານໃນການເປີດຮຽນຄືນ ໃນວັນທີ 18 ພຶດສະພາ ທີ່ຈະມາເຖິງ.

ເນື່ອງຈາກຄູ-ອາຈານ ແລະ ນັກຮຽນມີຈຳນວນຫຼາຍ ການສະໜອງນ້ຳຢາລ້າງມື ຜ້າປິດປາກ-ດັງ ອາດບໍ່ພຽງພໍ ຈຶ່ງຮຽກຮ້ອງເຖິງຫ້າງຮ້ານ ບຸກຄົນ ແລະ ສັງຄົມ ປະກອບສ່ວນຊ່ວຍໂຮງຮຽນຕື່ມອີກ ແລະ ຂໍຮຽກຮ້ອງໃຫ້ຜູ້ປົກຄອງນັກຮຽນ ເປັນເຈົ້າການນຳກັນໃນການສະໜອງຜ້າປິດປາກ-ດັງ ແກ່ລູກຫຼານຂອງຕົນ ທັງແນະນຳເຂົາເຈົ້າປະຕິບັດມາດຕະການປ້ອງກັນພະຍາດ COVID-19 ຢ່າງເຂັ້ມງວດ.
# ຂ່າວ & ພາບ: ບຸນມີ