ໜີຄວາມຮ້ອນໄປຜ່ອນຄາຍກັບທຳມະຊາດຫາດຄູນ
ອາກາດຮ້ອນອົບເອົ້າແບບນີ້ ໄປພັກຜ່ອນຢູ່ໃສຈຶ່ງຊິໄດ້ ອາບນ້ຳ-ຫຼິ້ນນ້ຳແບບເຢັນໆຜ່ອນຄາຍຄວາມຮ້ອນແບບນີ້ໄດ້ ມື້ນີ້ຈະມາແນະນຳຜູ້ທີ່ຢູ່ໃກ້ ແລະ ຢູ່ໄກສະຖານທີ່ທ່ອງທ່ຽວຫາດຄູນ ສຳລັບຜູ້ທີ່ຢູ່ໄກ ຖ້າຕ້ອງການໄປສຳຜັດກັບບັນຍາກາດຕົວຈິງ ກໍຕ້ອງໃຫ້ປະຕິບັດຕາມມາດຕະການຕ່າງໆຢ່າງເຂັ້ມງວດ ເພາະວ່າໄລຍະນີ້ ຍັງຢູ່ໃນການຈັດຕັ້ງປະຕິບັດຄຳສັ່ງ 06/ນຍ ເມື່ອໃດການລະບາດຂອງ COVID-19 ໝົດໄປຈາກປະເທດຂອງພວກເຮົາແລ້ວ ຈຶ່ງຄ່ອຍໄປພັກຜ່ອນຢ່ອນໃຈແກ້ເມື່ອຍຄາຍຮ້ອນໃນສະຖານທີ່ແຫ່ງນີ້.…
ບົດຮຽນຈາກໂຄວິດ-19
ການແຜ່ລະບາດຂອງພະຍາດໂຄວິດ-19 ທົ່ວໂລກ ທີ່ສົ່ງຜົນກະທົບຕໍ່ຊີວິດຢ່າງໃຫຍ່ຫຼວງ ເຮັດໃຫ້ຫຼາຍຄົນໄດ້ຄົ້ນຄິດສັງລວມບົດຮຽນລາຄາແພງໄດ້ວ່າ ອະນາຄົດຂ້າງໜ້າໂລກເຮົາກໍອາດຈະເກີດມີເຫດການແບບນີ້ເກີດຊ້ຳໄດ້ຕະຫຼອດເວລາ ຜົນກະທົບທີ່ຄວບຄຸມໄດ້ຍາກຈາກພະຍາດໂຄວິດ-19 ນີ້ ບາງປະເທດມີຈຳນວນຜູ້ເສຍຊີວິດຫຼາຍ ຍ້ອນປະໝາດ ແລະ ເຄີຍຊິນກັບຊີວິດອິດສະຫຼະເສລີ ເຊິ່ງເຫດການທີ່ເວົ້າບໍ່ພຽງແຕ່ພາກປະຊາຊົນແຕ່ລະດັບຜູ້ນຳກໍເປັນ. ກ່ອນພະຍາດລະບາດທຳມະຊາດຂອງຄົນ ເຄີຍຊິນກັບການໃຊ້ຊີວິດອິດສະຫຼະ ເບິ່ງປັດໄຈພາຍນອກຫຼາຍ ເຊັ່ນ:…
ໄລ່ແມງໄມ້ແບບທຳມະຊາດ ບໍ່ຕ້ອງໃຊ້ສານເຄມີ
ການໃຊ້ສານເຄມີສີດໄລ່ແມງໄມ້ ນອກຈາກຈະຊ່ວຍໄລ່ແມງໄມ້ໄດ້ແຕ່ໄລຍະສັ້ນໆແລ້ວ ຍັງທຳຮ້າຍຕົວເຮົາ ດັ່ງນັ້ນ ໃນຄໍລຳສິ່ງຄວນຮູ້ມື້ນີ້ ເລີຍຢາກຈະໃຫ້ລອງວິທີກຳຈັດແມງໄມ້ດ້ວຍເທັກນິກພູມປັນຍາຊາວບ້ານ ຈາກຂອງໃຊ້ໃນຄົວເຮືອນທີ່ເຮົານຳມາໄລ່ແມງໄມ້ເອງໄດ້ ແລະ ບໍ່ເປັນອັນຕະລາຍຕໍ່ຕົວເຮົາເອງ ແລະ ເປັນວິທີທີ່ງ່າຍໆ. – ເລີ່ມຈາກການໄລ່ມອດອອກຈາກຖັງເຂົ້າສານດ້ວຍໝາກເຜັດແຫ້ງ: ເຂົ້າສານທີ່ເຮົາປະໄວ້ດົນ ມັກຈະມີມອດເຂົ້າມາອາໄສຢູ່ສ້າງຄວາມລຳຄານ ໃນເວລາເອົາໄປໝ່າ…
ຕອບຖືກ ຕອບແມ່ນ
ໂຈນປຸ້ນທະນາຄານຖືກເຈົ້າໜ້າທີ່ຕຳຫຼວດຈັບໄດ້ຄາໜັງຄາເຂົາ ໃນເວລາເຮັດການສອບສວນນັ້ນ ເຈົ້າໜ້າທີ່ຕຳຫຼວດໄດ້ເວົ້າຂຶ້ນວ່າ: “ເຈົ້າກໍໂພດລື່ນບ້ານລື່ນເມືອງ… ຂະໜາດວ່າກາງເວັນແດດທ່ຽງຟ້າ ເຈົ້າກໍຍັງເຮັດໜ້າດ້ານໄປປຸ້ນໄປລັກ… ປຸ້ນບ່ອນອື່ນກໍບໍ່ປຸ້ນ ເສືອກໄປປຸ້ນທະນາຄານ ບອກມາເບິ່ງເປັນຫຍັງຈຶ່ງເຮັດແນວນັ້ນ ?” ຝ່າຍໂຈນຕອບວ່າ: “ທີ່ເຮົາຕ້ອງປຸ້ນຕອນກາງເວັນແດດທ່ຽງຟ້າ ກໍເພາະມັນມີແສງສະຫວ່າງ ແນມເຫັນບ່ອນປຸ້ນດີ ແລະ ທີ່ປຸ້ນທະນາຄານ…
ເຈົ້າຄອງລົງຕິດຕາມຄວາມຄືບໜ້າ ໂຄງການກໍ່ສ້າງເສັ້ນທາງດ່ວນໝາຍເລກ 1
ວັນທີ 21 ພຶດສະພາ 2020 ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ພ້ອມດ້ວຍຄະນະ ໄດ້ລົງຕິດຕາມຄວາມຄືບໜ້າໂຄງການກໍ່ສ້າງທາງດ່ວນ ນວ ໝາຍເລກ 1 ເຂດເສດຖະກິດສະເພາະບຶງທາດຫຼວງຫາເສັ້ນທາງເລກທີ 13…
ມຊ ເລີ່ມຮັບນັກສຶກສາປີສຸດທ້າຍຕົ້ນອາທິດໜ້າເປັນຕົ້ນໄປ
ໂດຍອີງຕາມດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງມະຫາວິທະຍາໄລແຫ່ງຊາດ (ມຊ) ອີງຕາມແຈ້ງການຂອງກະຊວງສຶກສາທິການ ແລະ ກີລາ ແລະ ອີງຕາມຄຳແນະນຳຄະນະສະເພາະກິດຂອງກະຊວງສຶກສາທິການ ແລະ ກີລາ. ອະທິການບໍດີ ມຊ ໄດ້ອອກແຈ້ງການສະບັບເລກທີ 1195/ມຊ…
ສຕລ ປັບປຸງໂຄງລ່າງພື້ນຖານສະໜາມກີລາບານເຕະ
ອີງຕາມຂໍ້ມູນຈາກສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໃຫ້ຮູ້ວ່າ: ສຕລ ເລີ່ມດຳເນີນການກໍ່ສ້າງ ແລະ ສ້ອມແປງລະບົບພື້ນຖານໂຄງລ່າງ ພາຍໃຕ້ໂຄງການຊ່ວຍເຫຼືອລ້າຂອງສະຫະພັນບານເຕະນານາຊາດ ຫຼື ໂຄງການ FIFA Forward ຄັ້ງທີ 1 ປີ…
ບານເຕະຊາຍຊີງແຊັມອາຊຽນ 2020 ຈັດຕາມກຳນົດເດີມ
ສະຫະພັນບານເຕະອາຊຽນ ຫຼື (AFF) ຢືນຢັນຈັດການແຂ່ງຂັນບານເຕະຊາຍຊີງແຊັມອາຊຽນ ຄັ້ງທີ 14 ຕາມກຳນົດການເດີມລະຫວ່າງວັນທີ 23 ພະຈິກຫາວັນທີ 31 ທັນວາ 2020 ໂດຍຫຼາຍປະເທດໃນອາຊຽນທີ່ອາດຈະໄດ້ຮັບຜົນກະທົບຈາກການທີ່ເລື່ອນການແຂ່ງຂັນບານເຕະລີກອອກໄປກ່ອນ ຈາກການແຜ່ລະບາດຂອງເຊື່ອໂຄວິດ-19 ເຊິ່ງກຳນົດກັບແຂ່ງຂັນລະຫວ່າງເດືອນມິຖຸນາຫາ…
ຊອກກິນແນວແປກໆໃໝ່ໆ ໄພໃກ້ຕົວທີ່ແນມບໍ່ເຫັນ
ຂໍເຕືອນພວກສະລອກກອກຊອກກິນແນວແປກໆໃໝ່ໆ ເຊັ່ນ: ສັດປ່າ ສັດມີພິດ ສັດອະນຸຮັກ ແລະອື່ນໆ ໂດຍເຂົ້າໃຈວ່າເປັນຂອງສົດ ຂອງບຳລຸງກຳລັງວັງຊາ ເຊິ່ງໃນຕົວຈິງນັ້ນສັດປ່າໃນຍຸກນີ້ມັນຕ່າງກັບສັດປ່າໃນເມື່ອກ່ອນ ດຽວນີ້ອາກາດປ່ຽນແປງເປັນພິດ ສິ່ງແວດລ້ອມຂອງສັດປ່ຽນແປງໄປ ນອກນັ້ນ ສັດປ່າທີ່ລ່າໄດ້ຍັງຖືກກັນບູດ-ເນົ່າ ດ້ວຍຟອກໂມນທີ່ເປັນອັນຕະລາຍສຸດໆຕໍ່ຮ່າງກາຍ ມີຫຼັກຖານຍຢັ້ງຢືນວ່າ…