ບັນຫາສິ່ງແວດລ້ອມ ແມ່ນມີຄວາມສຳຄັນຕໍ່ມະນຸດສອງປະການຄື: ສິ່ງແວດລ້ອມທາງທຳມະຊາດ ແລະ ສິ່ງແວດລ້ອມທາງສັງຄົມ ສິ່ງແວດລ້ອມທາງທຳມະຊາດ ມີການສະນິດຕິດພັນກັບການດຳລົງຊີວິດປະຈຳວັນຂອງມວນມະນຸດ ແມ່ນທຸກສິ່ງທຸກຢ່າງທີ່ມີຢູ່ອ້ອມຮອບຕົວຄົນເຮົາ ເປັນຕົ້ນ ດິນ ຟ້າ ອາກາດ ພູຜາປ່າດົງ ສາຍນ້ຳລຳທານ ຕະຫຼອດເຖິງທຸກສິ່ງວັດຖຸທີ່ອຳນວຍຄວາມສະດວກໃຫ້ແກ່ການດຳລົງຊີວິດປະຈຳວັນ ເຊິ່ງໄດ້ແກ່ເຄື່ອງອຸປະໂພກ ແລະ ບໍລິໂພກ ທີ່ມາຈາກຕະຫຼາດ ຮ້ານຄ້າ ໂດຍໃນເບື້ອງຕົ້ນສິ່ງເຫຼົ່ານັ້ນ ອາດຖືກຫຸ້ມຫໍ່ດ້ວຍພາຊະນະສີສັນສວຍງາມ ເພື່ອດຶງດູດຕາ ດຶງດູດໃຈຜູ້ຊົມໃຊ້ ເມື່ອສຳເລັດໜ້າທີ່ເປົ້າໝາຍແລ້ວ ມັນກໍກາຍເປັນຂີ້ເຫຍື້ອໃຫ້ຄົນເຮົາຈະຕ້ອງບໍລິຫານຈັດການໃຫ້ຖືກຕ້ອງ ຖ້າມ້ຽນມັດບໍ່ຖືກຫຼັກການ ຫຼື ຖືກສຸຂະລັກສະນະ ມັນກໍຈະສົ່ງກິ່ນເໝັນລົບກວນ ຫຼື ອາດຈະເປັນບ່ອນບົ່ມເຊື້ອພະຍາດຕິດຕໍ່ໃສ່ຄົນເຮົາກໍອາດເປັນໄດ້.

ນອກຈາກນີ້ ທຳມະຊາດຍັງສ້າງສິ່ງສຳຄັນປະໄວ້ ອັນໄດ້ແກ່ ຫາດຊາຍ ຫ້ວຍນ້ຳລຳເຊ ນ້ຳຕົກຕາດ ພູຜາປ່າດົງ ໃຫ້ກາຍເປັນຊັບພະຍາກອນອັນລ້ຳຄ່າໃຫ້ແກ່ການທ່ອງທ່ຽວທາງທຳມະຊາດ ເຊິ່ງຖ້າບໍລິຫານຈັດການດີ ສິ່ງດັ່ງກ່າວຈະເປັນເຄື່ອງມືທາງເສດຖະກິດ ທີ່ກະຈາຍລາຍໄດ້ໄປສູ່ພາກສ່ວນທີ່ມີສ່ວນກ່ຽວຂ້ອງ.
ປັດຈຸບັນ ເຖິງວ່າສິ່ງດັ່ງກ່າວຈະເປັນທີ່ເຊີດໜ້າຊູຕາໃຫ້ກັບປະເທດຊາດບ້ານເມືອງກໍ່ຕາມ ແຕ່ໄລຍະຫຼັງໆມານີ້ ດິນຟ້າອາກາດມີການປ່ຽນແປງຫຼາຍ ເຖິງຍາມຮ້ອນກໍຮ້ອນອົບເອົ້າ ເຖິງຍາມຝົນກໍແລ້ງ ຫຼື ບາງປີກໍເກີດມີພາຍຸຫຼາຍລູກ ເຮັດໃຫ້ຝົນຕົກຈົນຖ້ວມອັນເປັນການສ້າງຜົນເສຍຫາຍຢ່າງມະຫາສານ ໃຫ້ແກ່ການປູກຝັງ-ລ້ຽງສັດ ທຳລາຍລະບົບໂຄງລ່າງຖະໜົນຫົນທາງ ແລະ ອື່ນໆ ດັ່ງນັ້ນ ຕໍ່ບັນຫາດັ່ງກ່າວ ສິ່ງສຳຄັນຕ້ອງປູກຈິດສຳນຶກທົ່ວສັງຄົມ ເອົາໃຈໃສ່ປູກຕົ້ນໄມ້ ເພື່ອຮັກສາສິ່ງແວດລ້ອມ ແລະ ຮູ້ຈັກບໍລິຫານຈັດການຂິ້ເຫຍື້ອທີ່ເຮັດໃຫ້ເປື້ອນເປິ ດ້ວຍຄວາມຕື່ນຕົວສະໝັກໃຈ.
ສິ່ງແວດລ້ອມທາງສັງຄົມກໍເປັນບັນຫາສຳຄັນ ຕິດພັນກັບການດຳລົງຊີວິດຂອງຄົນເຮົາ ນັບແຕ່ຄອບຄົວທີ່ເປັນຈຸລັງໜຶ່ງຂອງສັງຄົມ ເພາະບ່ອນທີ່ເຮົາຢູ່ອາໄສ ບ້ານ ຫຼື ຊຸມຊົນ ເປັນຈຸດເຕົ້າໂຮມຄົນ ເພື່ອໃຫ້ເກີດພາບພົດແຫ່ງຄວາມຮັກແພງສາມັກຄີປອງດອງ ຖ້າບ້ານໃດຊຸມຊົນໃດມີບຸກຄົນທີ່ສ້າງປາກົດການຍໍ້ທໍ້ ເຊັ່ນ: ຕິດພັນຢາເສບຕິດ ການພະນັນ ກິນເຫຼົ້າເມົາຢາ ຫຼື ມີແກ້ງຂີ້ລັກມັກສົກ ການກໍ່ກວນອາລະວາດຕີກັນຕ່າງໆ ກໍຈະເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ ຫຼືອາດຈະຖືກເບື່ອເມົາກາຍເປັນເຊື້ອແນວ ຖ່າຍທອດໄປຍັງຄົນຮຸ່ນເຍົາ ຮຸ່ນສືບທອດອະນາຄົດຂອງປະເທດຊາດ ດັ່ງນັ້ນ ຜູ້ນຳແຕ່ລະຄອບຄົວ ແລະ ອົງການປົກຄອງທ້ອງຖິ່ນ ຕ້ອງເອົາໃຈໃສ່ຢ່າຖືເບົາ ຖືເອົາການສຶກສາອົບຮົມທາງດ້ານແນວຄິດ ເພື່ອສ້າງໃຫ້ຄົນຮຸ່ນສືບທອດ ກາຍເປັນພົນລະເມືອງດີຂອງຊາດຕໍ່ໄປ.
ດັ່ງນັ້ນ ເວລານີ້ຍິ່ງກວ່າເວລາໃດໝົດ ຕ້ອງສ້າງເງື່ອນໄຂໃຫ້ສິ່ງແວດລ້ອມທາງທຳມະຊາດ ຕິດພັນກັບສິ່ງແວດລ້ອມທາງສັງຄົມ ເພື່ອເຮັດໃຫ້ການສ້າງສາພັດທະນາເສດຖະກິດສັງຄົມຂອງປະເທດຊາດ ເປັນໄປຕາມແນວທາງນະໂຍບາຍທີ່ພັກລັດວາງອອກ ໃຫ້ສຳເລັດຜົນເປັນຈິງ.
ໂດຍ: ຊຽງເອງ