ຕົ້ນກະບອງເພັດ ເປັນໄມ້ປະດັບທີ່ກຳລັງໄດ້ຮັບຄວາມນິຍົມຂອງກຸ່ມຄົນທົ່ວໄປ ເຊິ່ງມີວິທີການເບິ່ງແຍງງ່າຍ ຖ້າປູກຫຼາຍສາມາດສ້າງລາຍຮັບໄດ້ດີ ດັ່ງທ່ານ ແສງແກ້ວ ສີສົມສັກ ເຈົ້າຂອງຮ້ານແອ່ນນີ່ຂາຍກະບອງເພັດ ທີ່ໄດ້ເລີ່ມປູກສະສົມຈາກໜ້ອຍຫາຫຼາຍ ກາຍເປັນທຸລະກິດຂະໜາດນ້ອຍ ແລະ ສ້າງລາຍຮັບເຂົ້າສູ່ຄອບຄົວໄດ້ດີສົມຄວນ.

ທ່ານ ແສງແກ້ວ ສີສົມສັກ ໃຫ້ສຳພາດເມື່ອບໍ່ດົນຜ່ານມາວ່າ: ຕົນເປັນບຸກຄົນໜຶ່ງທີ່ມັກ-ຮັກຕົ້ນກະບອງເພັດ ເຊິ່ງໄດ້ເລີ່ມປູກສະສົມແຕ່ປີ 2006 ເປັນຕົ້ນມາ ໂດຍໄດ້ນຳເອົາແນວພັນມາຈາກປະເທດໄທ ເບື້ອງຕົ້ນມີພຽງແຕ່ສອງສາມຕົ້ນ ຈາກນັ້ນ ກໍໄດ້ເລີ່ມຮຽນຮູ້ ພ້ອມທັງຄ່ອຍຂະຫຍາຍອອກເພີ່ມຂຶ້ນເລື້ອຍໆ ແລະ ໄດ້ນຳຫຼາຍສາຍພັນເຂົ້າມາຕື່ມ ເມື່ອມີຜົນຜະລິດຫຼາຍ ຈຶ່ງເລີ່ມຈຳໜ່າຍອອກໃນປີ 2018 ເປັນຕົ້ນມາ ປະກອບມີ 100 ສາຍພັນ ນອກນີ້ ຍັງມີກຸຫຼາບຫີນ ແລະ ຮາໂບເທຍ ມີ 3 ເຮືອນຮົ່ມ ເຊິ່ງຈຳໜ່າຍຢູ່ຕະຫຼາດກະສິກຳອິນຊີ ສູນການຄ້າລາວ-ໄອເຕັກ ທຸກວັນເສົາ ນອກນີ້ຍັງໄດ້ຈັດສົ່ງຕ່າງແຂວງທົ່ວປະເທດ ປັດຈຸບັນ ກຸ່ມລູກຄ້າສ່ວນໃຫຍ່ທີ່ໃຫ້ຄວາມສົນໃຈແມ່ນແມ່ຍິງ ກວມເອົາ 70% ຂອງລູກຄ້າທັງໝົດ ແລະ ກຳລັງເປັນທີ່ນິຍົມປູກຂອງກຸ່ມຄົນຢູ່ໃນສັງຄົມ ລາຄາຂາຍ 10.000-2 ລ້ານກວ່າກີບຕໍ່ຕົ້ນ ສາມາດສ້າງລາຍຮັບເຂົ້າສູ່ຄອບຄົວທັງຕົ້ນທຶນ ແລະ ກຳໄລ 10-20 ລ້ານກີບຕໍ່ເດືອນ.

ຕົ້ນກະບອງເພັດ ເປັນຕົ້ນໄມ້ທີ່ມັກອາກາດຮ້ອນ ຫົດນ້ຳພຽງ 1-2 ຄັ້ງຕໍ່ອາທິດ ແລະ ໃຊ້ພື້ນທີ່ປູກຈຳກັດ ສຳລັບທ່ານໃດສົນໃຈກ່ຽວກັບວິທີປູກ ການຂະຫຍາຍພັນ ແລະ ຢາກຊື້ໄປປູກ ຫຼື ຊື້ໄປຂາຍຕໍ່ ສາມາດສອບຖາມໄດ້ຢູ່ສວນພວກເຮົາໄດ້ ເຊິ່ງຕັ້ງຢູ່ບ້ານຄຳສະຫວາດ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຫຼື ສາມາດສັ່ງຊື້ໄດ້ທີ່ ເຟສບຸກ ຮ້ານແອ່ນນີ່ຂາຍກະບອງເພັດ.

