ໃນໂອກາດທີ່ທ່ານ ນາງ ນາລີ ສີສຸລິດ ປະທານທີ່ປຶກສາກິດຕິມະສັກ ໂຄງການຈິດອາສາຄອບຄົວການນຳ ຮ່ວມກັບນັກທຸລະກິດລາວ ພ້ອມດ້ວຍຄະນະ ທີ່ໄດ້ລົງໄປຢ້ຽມຢາມ ແລະ ເຮັດວຽກກັບການນຳແຂວງໄຊສົມບູນ ເພື່ອປຶກສາຫາລືການລິເລີ່ມຈັດຕັ້ງປະຕິບັດໂຄງການດັ່ງກ່າວ ເພື່ອຊ່ວຍເຫຼືອຄອບຄົວຜູ້ທຸກຍາກໃນເຂດຊົນນະບົດ ເບື້ອງຕົ້ນ 15 ຄອບຄົວຢູ່ບ້ານຜາລະແວກ ເມືອງຮົ່ມ ແຂວງໄຊສົມບູນ ໄດ້ມອບອຸປະກອນການແພດປະກອບມີ ເຫຼົ້າຂ້າເຊື້ອ 60 ລິດ ແລະ ຜ້າອັດປາກ ອັດດັງ 1.000 ອັນ ລວມມູນຄ່າ 10 ລ້ານກີບ ມາມອບໃຫ້ແຂວງໄຊສົມບູນ ເພື່ອປ້ອງກັນພະຍາດໂຄວິດ-19.

ພິທີມອບ-ຮັບໄດ້ຈັດຂຶ້ນວັນທີ 31 ພຶດສະພາ 2020 ທີ່ຫ້ອງວ່າການປົກຄອງແຂວງໄຊສົມບູນ ກ່າວມອບໂດຍທ່ານ ນາງ ອິນແປງ ຊາມຸນຕີ ປະທານໂຄງການຈິດອາສາຄອບຄົວການນຳ ຮ່ວມກັບນັກທຸລະກິດລາວ ປະທານສະພາການຄ້າ ແລະ ອຸດສາຫະກຳແຂວງສາລະວັນ ປະທານສະມາຄົມມັນຕົ້ນລາວ ປະທານບໍລິສັດ ປາກຊ່ອງພັດທະນາຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ແລະ ປະທານບໍລິສັດ ພັດທະນາສາລະວັນຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ແລະ ກ່າວຮັບໂດຍທ່ານ ແດງ ປະທຸມທອງ ຮອງເຈົ້າແຂວງໄຊສົມບູນ ຫົວໜ້າຄະນະສະເພາະກິດຕ້ານພະຍາດໂຄວິດ-19 ຂັ້ນແຂວງ ມີທ່ານນາງ ບຸນເພັງ ມູນໂພໄຊ ຮອງປະທານທີ່ປຶກສາກິດຕິມະສັກ ໂຄງການຈິດອາສາຄອບຄົວການນຳ ຮ່ວມກັບນັກທຸລະກິດລາວ ບັນດາຄະນະສະເພາະກິດຕ້ານພະຍາດໂຄວິດແຂວງໄຊສົມບູນ ແລະ ຄະນະໂຄງການຈິດອາສາຄອບຄົວການນຳ ຮ່ວມກັບນັກທຸລະກິດລາວ ເຂົ້າຮ່ວມ.
ໂອກາດນີ້ ທ່ານຮອງເຈົ້າແຂວງໄຊສົມບູນ ໄດ້ສະແດງຄວາມຂອບໃຈຕໍ່ນ້ຳໃຈອັນສູງສົ່ງ ການປະກອບສ່ວນຂອງຄະນະໂຄງການຈິດອາສາຄອບຄົວການນຳ ຮ່ວມກັບນັກທຸລະກິດລາວ ທີ່ໄດ້ນຳເອົາວັດຖຸອຸປະກອນການແພດປ້ອງກັນພະຍາດໂຄວິດ ມາມອບໃຫ້ແຂວງໄຊສົມບູນຄັ້ງນີ້ ແລະ ຈະນຳໃຊ້ອຸປະກອນດັ່ງກ່າວໃຫ້ຖືກເປົ້າໝາຍ ພ້ອມນີ້ ທ່ານຍັງໄດ້ລາຍງານການເອົາໃຈໃສ່ຂອງການນຳແຂວງ ຄະນະສະເພາະກິດ ອຳນາດການປົກຄອງທຸກຂັ້ນ ແລະ ອົງການຈັດຕັ້ງທຸກພາກສ່ວນພາຍໃນແຂວງ ໃນການປ້ອງກັນພະຍາດໂຄວິດ ເນື່ອງຈາກແຂວງໄຊສົມບູນ ເປັນແຂວງໜຶ່ງທີ່ມີຜູ້ຕິດເຊື້ອພະຍາດໂຄວິດ ຢູ່ໂຄງການຂຸດຄົ້ນບໍ່ແຮ່ພູເບ້ຍມາຍນິງ ຍິ່ງຕ້ອງໄດ້ເຝົ້າລະວັງຢ່າງເຂັ້ມງວດ ໃນການປ້ອງກັນ ເພື່ອຮັບປະກັນບໍ່ໃຫ້ມີຜູ້ຕິດເຊື້ອພະຍາດໂຄວິດເພີ່ມ ຈຶ່ງມີຄວາມຈຳເປັນຕ້ອງມີອຸປະກອນການແພດປ້ອງກັນ.