ກຸງສີລິດຊິ້ງ ເປັນໜຶ່ງໃນຫົວໜ່ວຍທຸລະກິດທີ່ໄດ້ປະກອບສ່ວນຊ່ວຍເຫຼືອສັງຄົມລາວ ໂດຍສະເພາະລູກຄ້າທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ໂດຍມີນະໂຍບາຍຜ່ອນຜັນເລື່ອນການຊຳລະໃຫ້ລູກຄ້າເປັນເວລາສູງສຸດ 3 ເດືອນ ໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດທີ່ຜ່ານມາ ພ້ອມນີ້ ຍັງໄດ້ສ້າງໂຄງ ການໃໝ່ຊື່ວ່າ ໂຄງການສິນເຊື່ອເພື່ອຄົນມີລົດ ເບື້ອງຕົ້ນໃຫ້ລູກຄ້າທີ່ມີລົດເປັນຂອງຕົນເອງ ແລະ ຕ້ອງ ການເງິນສົດ ກຸງສີລິດຊີ້ງມີອັດຕາດອກເບ້ຍພິເສດອະນຸມັດໄວໃຫ້ ນອກນີ້ ຍັງໄດ້ເລື່ອນການຜ່ອນຊຳລະໄປອີກເປັນເວລາສູງສຸດ 60 ວັນ ນັບແຕ່ມື້ທີ່ໄດ້ຮັບອະນຸມັດເພື່ອນຳເອົາໄປເປັນທຶນ ແລະ ໝູນໃຊ້ຕາມຄວາມຕ້ອງການຂອງແຕ່ລະຄອບຄົວ ລູກຄ້າທີ່ສົນໃຈສາມາດຕິດຕໍ່ພົວພັນໄດ້ທີ່ສຳນັກງານໃຫຍ່ ກຸງສີລິດຊິ້ງ ຕັ້ງຢູ່ຖະໜົນກຳແພງເມືອງ ບ້ານໂພນທັນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ແລະ ສາຂານະຄອນປາກເຊ ແຂວງຈຳປາສັກ ເຊິ່ງໂຄງການໄດ້ເລີ່ມວັນທີ 18 ພຶດສະພາຫາ 18 ກໍລະກົດ 2020.

ທ່ານ ວິບູນ ຈິຣະພັດທະນາກຸນ ຜູ້ອຳນວຍການກຸງສີລິດຊິ້ງ ໃຫ້ສຳພາດທ້າຍເດືອນພຶດສະພາ 2020 ວ່າ: ປີ 2019 ການດຳເນີນທຸລະກິດກຸງສີລິດຊິ້ງໄປໄດ້ດີ ມີຜົນໃກ້ຄຽງກັບເປົ້າໝາຍທີ່ວາງໄວ້ ແຕ່ຕົກມາຕົ້ນປີ 2020 ຫຼາຍປະເທດໃນໂລກລວມທັງ ສປປ ລາວ ໄດ້ມີການລະບາດຂອງພະຍາດໂຄວິດ-19 ສົ່ງຜົນກະທົບໃຫ້ທຸກຂົງເຂດພາກທຸລະກິດ ແລະ ປະຊາຊົນ ເນື່ອງຈາກໄດ້ມີມາດຕະການເຝົ້າລະວັງ ເພື່ອປ້ອງກັນການລະບາດພະຍາດໂຄວິດບໍ່ໃຫ້ເປັນວົງກວ້າງ ເຮັດໃຫ້ບັນດາຫ້າງຮ້ານຫົວໜ່ວຍທຸລະກິດພັກກິດຈະການຊົ່ວຄາວ ລວມທັງການຈຳກັດການເດີນທາງ ເຮັດໃຫ້ຍອດຂາຍຂອງກຸງສີລິດຊິ້ງກໍຫຼຸດລົງຕາມໆກັນ ຍ້ອນຄູ່ຄ້າພັກກິດຈະການຊົ່ວຄາວ ແລະ ປະຊາຊົນກໍມີກຳລັງຊື້ໜ້ອຍລົງ ເຊິ່ງກຸງສີລິດຊິ້ງໄດ້ມີນະໂຍບາຍຊ່ວຍເຫຼືອຕໍ່ລູກຄ້າ ຕອບສະໜອງຕາມການສະເໜີຂອງພາກລັດ ໂດຍການສະໜັບສະໜູນໃຫ້ມີມາດຕະການເລື່ອນການຊຳລະສິນເຊື່ອ ແລະ ຍົກເວັ້ນຄ່າປັບການຊຳລະຫຼ້າຊ້າໃຫ້ກັບລູກຄ້າທີ່ໄດ້ຮັບຜົນກະທົບ ແລະ ພາກທຸລະກິດທີ່ໄດ້ຮັບຜົນກະທົບ ເປັນຕົ້ນ ໂຮງແຮມ ຮ້ານອາຫານ ການທ່ອງທ່ຽວ ການບິນ ແລະ ອື່ນໆ ທີ່ມີທັງເຈົ້າຂອງ ແລະ ລູກຈ້າງ ກຸງສີລິດຊິ້ງກໍໄດ້ເປີດໃຫ້ລູກຄ້າໄດ້ເຂົ້າມາຍື່ນເອກະສານນັບແຕ່ເດືອນມີນາ 2020 ເປັນຕົ້ນມາ ເພື່ອສະແດງເຖິງຜົນກະທົບໂດຍໄດ້ມີການພິຈາລະນາເປັນລາຍລູກຄ້າໄປ ກຸງສີລິດຊິ້ງຈະພະຍາຍາມຊ່ວຍຜູ້ທີ່ໄດ້ຮັບຜົນກະທົບໜັກ ເຊິ່ງເປັນລູກຄ້າຜ່ອນລົດໃຫຍ່ກວມ 60% ແລະ ອີກ 40% ແມ່ນລູກຄ້າຜ່ອນປະເພດໂທລະສັບມືຖື ແລະ ເຄື່ອງໃຊ້ໄຟຟ້າ.

ໂອກາດນີ້ ກຸງສີລິດຊິ້ງ ຂໍຊົມເຊີຍທາງພາກລັດ ທີ່ສາມາດຄວບຄຸມສະຖານະການການແຜ່ລະບາດຂອງພະຍາດໂຄວິດໄດ້ເປັນຢ່າງດີ ເຊິ່ງເຮັດໃຫ້ແຕ່ລະຫົວໜ່ວຍທຸລະກິດ ສາມາດກັບມາດຳເນີນກິດຈະການໄດ້ເປັນປົກກະຕິ ແລະ ຂໍຂອບໃຈມາຍັງລູກຄ້າທີ່ໃຫ້ການສະໜັບສະໜູນບໍລິການຂອງກຸງສີລິດຊິ້ງໂດຍສະເໝີມາ ເຊິ່ງປັດຈຸບັນຜູ້ທີ່ມາຍື່ນເອກະສານເພື່ອຂໍເລື່ອນການຊຳລະກໍເຫັນວ່າຫຼຸດໜ້ອຍລົງ ເນື່ອງຈາກລັດຖະບານມີການຜ່ອນຜັນມາດຕະການປ້ອງກັນໂຄວິດ ເຮັດໃຫ້ຫຼາຍຄົນສາມາດໄປເຮັດວຽກເຮັດງານມີລາຍຮັບ ແລະ ຄິດວ່າສະພາບການກໍຈະດີຂຶ້ນໄປເລື້ອຍໆໃນຕໍ່ໜ້າ ສຳລັບລູກຄ້າທີ່ໄດ້ຮັບການຜ່ອນຜັນໄປແລ້ວ ກໍຂໍໃຫ້ເລີ່ມຊຳລະຄ່າສິນເຊື່ອເປັນປົກກະຕິ ເພື່ອຄວາມສະດວກ ແລະ ສົ່ງເສີມມາດຕະການການປ້ອງກັນພະຍາດໂຄວິດ ລູກຄ້າກຸງສີລິດຊິ້ງຊຳລະໄດ້ຜ່ານຊ່ອງທາງຊຳລະທາງອອນລາຍ ຫຼື ຜ່ານທະນາຄານທີ່ເປັນພັນທະມິດໄດ້ແກ່ ທະນາຄານກຸງສີ ທະນາຄານຮ່ວມພັດທະນາ ທະນາຄານການຄ້າຕ່າງປະເທດລາວ ທະນາຄານອິນໂດຈີນ ທະນາຄານເອັສທີ ທະນາຄານສົ່ງເສີມກະສິກຳ ແລະ ທະນາຄານພັດທະນາລາວ ປັດຈຸບັນໄດ້ມີລູກຄ້າຊຳລະສິນເຊື່ອຜ່ານຊ່ອງທາງນີ້ປະມານ 50%.