ພິທີມອບ-ຮັບໜ້າທີ່ຫົວໜ້າຫ້ອງການຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ເມືອງໄຊທານີ ນະຄອນຫຼວງວຽງຈັນ ລະຫວ່າງຜູ້ເກົ່າ ທ່ານ ບົວລີ ແກ້ວມະນີວັນ ແລະ ຜູ້ໃໝ່ທ່ານ ຄູນມີ ລາດຊະພົນ ຈັດຂຶ້ນວັນທີ 4 ມິຖຸນາ 2020 ທີ່ຫ້ອງການ ຖວທ ເມືອງໄຊທານີ ມີທ່ານ ບຸນວັນ ຈະສົ່ວເກົ້າ ຮອງເຈົ້າເມືອງໄຊທານີ ບັນດາຫົວໜ້າຫ້ອງການ ແລະ ພະນັກງານກ່ຽວຂ້ອງ ເຂົ້າຮ່ວມ.

ການປັບປຸງການຈັດຕັ້ງຫົວໜ້າຫ້ອງການ ຖວທ ເມືອງໄຊທານີຄັ້ງນີ້ ແມ່ນປະຕິບັດຕາມການສັບຊ້ອນຂອງຂັ້ນເທິງ ເພື່ອໃຫ້ສອດຄ່ອງກັບໜ້າທີ່ວຽກງານຂອງພະນັກງານນຳພາຄຸ້ມຄອງຂັ້ນທ້ອງຖິ່ນ ໃນປັດຈຸບັນໂດຍທ່ານ ຄູນມີ ລາດຊະພົນ ເມື່ອກ່ອນແມ່ນເປັນຫົວໜ້າຫ້ອງການ ຖວທ ເມືອງນາຊາຍທອງ ສ່ວນທ່ານ ບົວລີ ແກ້ວມະນີວັນ ໄດ້ຖືກຍົກຍ້າຍໄປປະຈຳການຢູ່ພະແນກ ຖວທ ນະຄອນຫຼວງວຽງຈັນ.

ໂອກາດນີ້ ທ່ານຮອງເຈົ້າເມືອງໄຊທານີ ໄດ້ໂອ້ລົມ ກ່ອນອື່ນໄດ້ສະແດງຄວາມຊົມເຊີຍມາຍັງຫົວໜ້າຫ້ອງການ ຖວທ ເມືອງຜູ້ເກົ່າ ທີ່ໄດ້ນຳພາພະນັກງານຂົງເຂດຕົນປະຕິບັດໜ້າທີ່ວຽກງານວິຊາສະເພາະ ມີຜົນສຳເລັດເປັນກ້າວໆ ເປັນຕົ້ນ ການແກ້ໄຂປາກົດການຫຍໍ້ທໍ້ໃນຂົງເຂດດັ່ງກ່າວ ການສ້າງຄອບຄົວ ແລະ ບ້ານວັດທະນະທຳ ພ້ອມນີ້ ທ່ານຍັງໄດ້ເນັ້ນໃຫ້ຜູ້ມາຮັບໜ້າທີ່ໃໝ່ ສືບຕໍ່ນຳພາພະນັກງານຈັດຕັ້ງປະຕິບັດວຽກງານວິຊາສະເພາະ ພ້ອມກັນເສີມຂະຫຍາຍດ້ານດີ ແລະ ປັບປຸງແກ້ໄຂດ້ານອ່ອນຂໍ້ຄົງຄ້າງໃນຜ່ານມາໃຫ້ດີຂຶ້ນ ສຳຄັນສືບຕໍ່ແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນຂົງເຂດ ຖວທ ຢູ່ພາຍໃນເມືອງໄຊທານີ ກໍຄືນະຄອນຫຼວງວຽງຈັນ ໃຫ້ຫຼຸດໜ້ອຍຖອຍລົງ ພ້ອມກັນນີ້ ກໍໃຫ້ສືບຕໍ່ຊຸກຍູ້ຄອບຄົວ ແລະ ບ້ານວັດທະນະທຳ ທີ່ຍັງບໍ່ທັນໄດ້ຮັບນາມມະຍົດເປັນບ້ານ ແລະ ຄອບຄົວວັດທະນະທຳ ໃຫ້ບັນລຸຕາມໂຄງການທີ່ວາງໄວ້ ຊຸກຍູ້ບັນດາຫົວໜ່ວຍທຸລະກິດປັບປຸງແຫຼ່ງທ່ອງທ່ຽວ ເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ອງທ່ຽວເມືອງໄຊທານີ ກໍຄືນະຄອນຫຼວງວຽງຈັນ ແຕ່ລະປີ ໃຫ້ເພີ່ມຂຶ້ນເລື້ອຍໆ ແລະ ຊຸກຍູ້ໃຫ້ຫົວໜ່ວຍທຸລະກິດຮ້ານບັນເທີງ ໃຫ້ປະຕິບັດໂມງເວລາເປີດປິດຕາມລະບຽບການຕ່າງໆ.