ມສ ສຸກສະຫວັດ ເປີດການຮຽນ-ການສອນຄືນໃໝ່ ພ້ອມງົດບາງກິດຈະກຳ

ໂຮງຮຽນ​ມັດທະຍົມ​ສົມບູນ ​ສຸກ​ສະ​ຫວັດ ​ມີ​ຄວາມ​ພ້ອມ​ທຸກ​ດ້ານ ​ໃນ​ການ​ເປີດ​ການ​ຮຽນ-ການ​ສອນ​ຄືນໃໝ່​ທຸກ​ຊັ້ນ​ຮຽນ ພ້ອມ​ວາງ​ມາດ​ຕະການ​ປ້ອງ​ກັນ​ການ​ຕິດເຊື້ອ​ໂຄ​ວິດ-19 ຢ່າງ​ເຄັ່ງ​ຄັດ ເປັນຕົ້ນ ໄດ້​ງົດ​ບາງ​ກິດຈະກຳ​ທີ່​ເປັນ​ການ​ໂຮມ​ຊຸມນຸມ​ເຊັ່ນ: ການ​ເຄົາລົບ​ທຸງຊາດ ການ​ຫຼິ້ນ​ກີລາ ການ​ອະນາໄມ​ລວມ ແລະ ອື່ນໆ ພ້ອມ​ດຽວ​ກັນ​ນັ້ນ​ ໂຮງຮຽນ​ຍັງ​ໄດ້​ວາງ​ມາດ​ຕະການ​ຮັກສາ​ໄລຍະ​ຫ່າງ 1 ແມັດ​ຂຶ້ນ​ໄປ.

ທ່ານ ບຸນ​ຈັນ ສີ​ດວງ​ໄຊ ຜູ້ອຳນວຍການ​ໂຮງຮຽນ​ມັດທະຍົມ​ສົມບູນ​ສຸກ​ສະ​ຫວັດ ໄດ້​ລາຍ​ງານ​ໃຫ້​ຮູ້​ວັນ​ທີ 2 ມິຖຸນາ 2020 ວ່າ: ໃນ​ໄລຍະ​ເປີດ​ການ​ຮຽນ-ການ​ສອນ​ຄືນໃໝ່​ນີ້ ໂຮງຮຽນ​ໄດ້​ມີ​ຄວາມ​ພ້ອມ​ໃນ​ທຸກ​ດ້ານ ​ບໍ່​ວ່າ​ຈະ​ເປັນ​ຄູ-ອາຈານ ຫ້ອງ​ຮຽນ ກໍ​ມີ​ຄວາມ​ພຽງພໍ ແລະ ໄດ້​ວາງ​ມາດ​ຕະການ​ຕ່າງໆ ເພື່ອ​ປ້ອງ​ກັນ​ການ​ຕິດເຊື້ອ​ຂອງ​ພະຍາດ​ນີ້ ໂດຍ​ໄດ້​ແນະນຳ​ໃຫ້​ນັກຮຽນ​ທຸກ​ຄົນ​ ຕ້ອງ​ໃສ່​ຜ້າ​ອັດ​ປາກ-ດັງ ລ້າງ​ມື້​ໃສ່​ສະບູ ຫຼື ເຈວ​ລ້າງ​ມື ພ້ອມ​ນັ້ນ ຍັງ​ໄດ້​ມີ​ຈຸດ​ວັດແທກ​ອຸນຫະພູມ ຈຸດ​ລ້າງ​ມື ແລະ ອະນາໄມ ອ້ອມ​ຮອບ​ບໍລິເວນ​ໂຮງຮຽນ​ເປັນ​ປະຈຳ ສຳລັບ​ມາດ​ຕະການ​ຮັກສາ​ໄລຍະ​ຫ່າງ​ໂຮງຮຽນ ​ໄດ້​ຈັດ​ແບ່ງ​ໃຫ້​ນັກຮຽນ​ນັ່ງ​ໂຕະ​ລະ​ຄົນ ຫ້ອງ 1 ບໍ່​ໃຫ້​ເກີນ 27 ຄົນ.

ທ່ານ ບຸນ​ຈັນ ສີ​ດວງ​ໄຊ ຍັງ​ໃຫ້​ຮູ້​ຕື່ມ​ວ່າ: ມື້​ທຳ​ອິດ​ໃນ​ການ​ເປີດ​ການ​ຮຽນ-ການ​ສອນຄືນໃໝ່ ໂຮງຮຽນ​ໄດ້​ປະຕິບັດ​ຕາມ​ແຈ້ງ​ການ​ຂອງ​ກະຊວງ​ສຶກ​ສາ​ທິ​ການ ແລະ ກີລາ ກໍ​ຄື​ຄະນະ​ສະເພາະ​ກິດ​ວາງ​ອອກ​ຢ່າງ​ຈິງ​ຈັງ ດ້ວຍ​ສະເພາະ​ມາດ​ຕະການ​ປ້ອງ​ກັນ​ການ​ຕິດເຊື້ອ​ໂຄ​ວິດ-19 ເຊິ່ງ​ເຫັນ​ໄດ້​ວ່າ ບັນດາ​ນັກຮຽນ​ໄດ້​ໃຫ້ການ​ຮ່ວມ​ມື​ເປັນ​ຢ່າງ​ດີ ໂດຍ​ໄດ້​ໃສ່​ຜ້າ​ອັດ​ປາກ-ອັດ​ດັງ ບໍ່​ຊຸມນຸມ​ກັນ​ເປັນ​ກຸ່ມ​ເປັນ​ກ້ອນ ພ້ອມ​ດຽວ​ກັນ​ນັ້ນ ໂຮງຮຽນ​ຍັງ​ໄດ້​ຕິດ​ປ້າຍ​ໂຄສະນາ​ເຜີຍແຜ່​ ກ່ຽວ​ກັບ​ການ​ປ້ອງ​ກັນ​ການ​ຕິດເຊື້ອ​ພະຍາດ​ດັ່ງກ່າວ ​ຢູ່​ຕາມ​ອາຄານ​ແຕ່​ລະ​ຫ້ອງ​ອ້ອມ​ຮອບ​ບໍລິເວນ​ໂຮງຮຽນ.

error: Content is protected !!