ຄບຕ ຍົກລະດັບວິທີການຄັດແຍກຂີ້ເຫຍື້ອໃຫ້ໂຮງຮຽນ

    ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ) ຈັດສໍາມະນາທະນາຄານຂີ້ເຫຍື້ອຣີໄຊເຄິລໃນໂຮງຮຽນ ພາຍໃຕ້ໂຄງການສ້າງຄວາມອາດສາມາດຄຸ້ມຄອງນໍ້າເປື້ອນ ແລະ ຂີ້ເຫຍື້ອ ສໍາລັບປັບປຸງສິ່ງແວດລ້ອມຕົວເມືອງໃນ ສປປ ລາວ ໃຫ້ກັບຄູ-ອາຈານທີ່ມາຈາກໂຮງຮຽນທັງພາກລັດ-ເອກະຊົນ ແລະ ຊຸມຊົນໃນເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ພາຍໃຕ້ທຶນການຊ່ວຍເຫຼືອລ້າຂອງລັດຖະບານ ສ ເກົາຫຼີ ແລະ ສະຖາບັນເຕີບໂຕສີຂຽວສາກົນ ວັນທີ 5 ມິຖຸນາ 2020 ທີ່ ຄບຕ ວຽກງານການຄັດແຍກຂີ້ເຫຍື້ອເປັນວຽກງານໜຶ່ງທີ່ສໍາຄັນ ເພື່ອເຮັດໃຫ້ຂີ້ເຫຍື້ອໄດ້ເຂົ້າສູ່ຄວາມເປັນລະບຽບຮຽບຮ້ອຍ ແນໃສ່ເຮັດໃຫ້ຕົວເມືອງມີຄວາມສະອາດ ພ້ອມກັນບັນລຸ ສ ສະອາດ ທີ່ນອນຢູ່ໃນ 6 ສ ຂອງເຈົ້າຄອງນະຄອນຫຼວງວຽງຈັນ ເຊິ່ງການຈັດສໍາມະນາຄັ້ງນີ້ ເພື່ອເຮັດໃຫ້ຄູ-ອາຈານ ແລະ ຊຸມຊົນໃນເມືອງສີໂຄດຕະບອງໄດ້ຮັບຮູ້ວິທີການຄັດແຍກຂີ້ເຫຍື້ອອອກເປັນແຕ່ລະປະເພດເຊັ່ນ: ຖົງຢາງ ຕຸກນໍ້າ ແລະ ເສດອາຫານຕ່າງໆ ລວມໄປເຖິງປາລາສະຕິກທຸກປະເພດ ເພື່ອນໍາໄປເຮັດຝຸ່ນຊີວະພາບ ທັງເຮັດໃຫ້ຫຼຸດຜ່ອນປະລິມານຂີ້ເຫຍື້ອໄປຖິ້ມຢູ່ຫຼັກ 32 ນັບມື້ຫຼຸດໜ້ອຍລົງ ເຊິ່ງໂຄງການດັ່ງກ່າວຈະໄດ້ເລີ່ມຈັດຕັ້ງປະຕິບັດທົດລອງໃນ 10 ໂຮງຮຽນ ແລະ ຊຸມຊົນພາຍໃນເມືອງສີໂຄດຕະບອງນັບແຕ່ມື້ນີ້ເປັນຕົ້ນໄປ.

error: Content is protected !!