ມະຍຸ-ມະຍະ ອັນຕະລາຍ

ນັບ​ແຕ່​ປະ­ເທດ​ຊາດ​ໄດ້​ມີ​ການ​ປັບ­ປຸງ​ສ້າງ­ສາ​ພັດ­ທະ­ນາ​ມາ​ນີ້ ເພື່ອ​ໃຫ້​ມີ​ບັນ​ໜ້າ​ໃໝ່​ຢ່າງ​ຈະ­ແຈ້ງ​ນັ້ນ ມີ​ຫຼາຍ​ຢ່າງ​ດີ​ຂຶ້ນ​ຢ່າງ​ຜິດ​ຫູ​ຜິດ​ຕາ ເປັນ­ຕາ​ໜ້າ​ຊົມ­ເຊີຍ ເພາະ​ສິ່ງ​ອຳ­ນວຍ​ຄວາມ​ສະ­ດວກ​ການ​ຕິດ­ຕໍ່​ສື່­ສານ ການ​ຄົມ­ມະ­ນາ­ຄົມ ຕະ­ຫຼອດ​ແສງ​ສະ­ຫວ່າງ​ກໍ​ເຫັນ​ວ່າ ພິກ​ໂສມ​ໜ້າ​ໃໝ່ ໃຫ້​ມາ­ສູ່ “ຄວາມ​ຈົບ​ເຈືອ” ໝາ­ຍວ່າ​ໂຄງ​ລ່າງ​ພື້ນ­ຖານ​ຈຳ­ນວນ​ໜຶ່ງ​ພໍ­ໄດ້. ບາງ​ຢ່າງ​ກໍ​ຄ້າຍໆ​ຄື​ບ້ານ​ເພິ່ນ​ເມືອງ​ທ່ານ ແຕ່​ກໍ​ຍັງ​ມີ​ບາງ​ຢ່າງ​ຍັງ​ມີ​ລັກ­ສະ­ນະ ມະ​ຍຸ​ມະ​ຍະ ຂີນ​ຫູ​ຂີນ​ຕາ ກ້າວ​ໄປ​ເຖິງ​ອາດ​ເປັນ​ໄພ​ອັນ­ຕະ­ລາຍ​ຍ້ອນ….

ຕາມ​ຖະ­ໜົນ​ທີ່​ບໍ່​ແມ່ນ​ສາຍ​ຫຼັກ ຕາມ​ຮ່ອມ ຫຼື​ຊອຍ​ຕາມ​ຄຸ້ມ​ບ້ານ ຫຼື​ແມ່ນ​ກະ​ທັ້ງ​ຖະ­ໜົນ​ໃຫຍ່​ບາງ​ແຫ່ງ​ກໍ​ຍັງ​ເຫັນ ນັ້ນ​ແມ່ນ: ບັນ­ດາ​ສາຍ​ໂທລະ­ສັບ ສາຍ​ເຄ​ເບິນ ສາຍ​ໄຟ­ຟ້າ​ທີ່​ພົວ­ພັນ​ເຈືອ​ລະ​ເນືອ​ກັນ​ຢູ່ ບາງ​ມື້​ກໍ​ເຫັນ​ເຮ່ຍ​ຊະ​ເປັນ​ສາຍ​ຍາວ ບາງ​ກໍ​ຂາດ​ເປັນ​ຍ່ານ ພໍ​ລົດ​ສູງ​ມາ​ເກາະ​ເອົາ​ຂາດ​ກໍ​ຫຼາຍ ຜູ້​ຄົນ​ທີ່​ອາ­ໄສ​ການ​ຕິດ­ຕໍ່​ພົວ­ພັນ​ຈາກ​ບໍ­ລິ­ການ​ຂອງ​ສາຍ​ດັ່ງ­ກ່າວ ຫາ​ວ່າ​ຈະ​ສະ­ດວກ​ນັ້ນ​ບໍ່​ມີ​ເລີຍ ບັນ­ຫາ​ເກີດ​ມີ​ເລື້ອຍ ຕ້ອງ​ໃຊ້​ມື​ຖື​ໂທ​ຫາ​ເຄືອ​ຂ່າຍ​ມາ​ສ້ອມ­ແປງ​ເລື້ອຍໆ.

ສຳ­ຄັນ​ເວ­ລາ​ໜ້າ​ລົມ​ໜ້າ​ຝົນ​ຈັ່ງ​ຊີ້ ອາດ​ຈະ​ມີ​ພາ­ຍຸ​ຕ່າງໆ​ພັດ​ລົມ​ມາ​ແຮງ ຟ້າ​ຝົນ​ຊົນ­ລະ­ທາ​ຕົກ­ລົງ​ມາ​ຖືກ ກໍ​ເຮັດ​ໃຫ້​ບັນ­ດາ​ສາຍ​ຮັບ​ນ້ຳ­ໜັກ​ຈົນ​ໂຢດ​ລົງ​ມາ​ຕ່ຳ​ເຖິງ​ຫຼັງ­ຄາ​ລົດ ຄວາມ​ອັນ­ຕະ­ລາຍ​ຄື​ຢ້ານ​ມີ​ສາຍ​ໄຟ­ຟ້າ​ປະ​ປົນ​ລົງ​ມາ ເຮັດ​ໃຫ້​ຜູ້​ຄົນ​ໄດ້​ຮັບ​ອັນ­ຕະ­ລາຍ​ຍ້ອນ ເພາະ​ບັນ­ດາ​ສາຍ​ເຫຼົ່າ­ນັ້ນ​ແມ່ນ​ເກາະ​ຫ້ອຍ​ອາ­ໄສ​ອາ­ນິ­ສົງ​ຂອງ​ເສົາ​ໄຟ­ຟ້າ​ທັງ​ມວນ ແມ່ນ­ແທ້​ຖ້າ​ຈະ​ເອົາ​ສາຍ​ອື່ນໆ​ຕິດ​ພັນ​ຕ້ອງ​ເຮັດ​ເສົາ​ໃຫຍ່ໆ (ຕົກ­ລົງ​ກັນ​ເອງ) ແລະ ເສົາ​ໄຟ­ຟ້າ​ໃນ​ຮ່ອມ​ໃນ​ຊອຍ​ບໍ່​ໄດ້​ໃຫຍ່​ພໍ​ປານ­ໃດ ບາງ​ເສົາ​ກໍ​ອາ­ວຸ­ໂສ​ເຊ້ວ​ງ່ຽງ​ຄື​ຊິ​ລົ້ມ ແຕ່​ຄາ​ບັນ­ດາ​ສາຍ​ຄຶງ​ໄວ້​ເລີຍ​ຢູ່​ໄປ​ວັນໆ.

ດັ່ງ­ນັ້ນ ມາ​ຮອດ​ໄລ­ຍະ​ນີ້​ຄື​ໜ້າ​ຝົນ ພໍ່​ແມ່​ປະ­ຊາ­ຊົນ​ກໍ​ມີ​ຄວາມ​ກັງ­ວົນ​ຢ້ານ​ຍາມ​ຄ່ຳ​ຄືນ ໄພ​ອັນ­ຕະ­ລາຍ​ຈາກ​ສາຍ​ມະ​ຍຸ​ມະ​ຍະ​ດັ່ງ­ກ່າວ ຈຶ່ງ​ສະ­ເໜີ​ຜ່ານ​ມາ​ທາງ​ໜັງ­ສື­ພິມ ເຖິງ​ພາກ­ສ່ວນ​ກ່ຽວ­ຂ້ອງ​ດັ່ງ­ນີ້:

1. ໃຫ້​ຕິດ­ຕາມ​ກວດ­ກາ​ເບິ່ງ​ສຸ­ຂະ­ພາບ​ສາຍ​ບໍ­ລິ­ການ ແລະ ເສົາ​ຂອງ​ຕົນ​ເປັນ​ປະ­ຈຳ.

2. ຈັດ​ໃຫ້​ເຂົ້າ​ລະ­ບຽບ ແນມ​ເບິ່ງ​ແລ້ວ​ໝັ້ນ​ໃຈ​ບໍ່​ເປັນ­ຕາ​ຢ້ານ (ໂດຍ​ສະ­ເພາະ ຈຸດ​ສາຍ​ຂ້າມ​ທາງ).

3. ປ່ຽນ​ເສົາ​ທີ່​ມີ​ທ່າ​ອ່ຽງ​ຈະ​ລົ້ມ.

4. ຕັດ​ກົກ​ໄມ້​ອອກ​ຈາກ​ແລວ​ສາຍ​ໄຟ ສາຍ​ບໍ­ລິ­ການ​ທີ່​ຄຶງ​ຢູ່​ອອກ.

ດັ່ງ­ນັ້ນ ຂໍ​ໃຫ້​ພາກ­ສ່ວນ​ຂ້ອງ ຮີບ​ຮ້ອນ​ແກ້​ໄຂ​ກ່ອນ​ມັນ​ຈະ​ເກີດ​ອັນ­ຕະ­ລາຍ ຈາກ​ປາ­ກົດ­ການ​ສາຍ​ມະ​ຍຸ​ມະ​ຍະ​ດັ່ງ­ກ່າວ.

ໂດຍ: ຊຽງ​ເອງ

error: Content is protected !!