ນຳໃຊ້ຄວາມຮູ້ທີ່ຮຽນມາ ພັດທະນາຄຸນນະພາບຊີວິດ

ປະ­ໂຫຍກ​ຄຳ​ເວົ້າ​ທີ່​ວ່າ: ຮຽນ-ຮູ້-ເຮັດ ຖື​ເປັນ​ຄຳ​ເວົ້າ​ທີ່​ສັດ­ຈະ­ທຳ​ທີ່​ສຸດ ເມື່ອ​ໃດ​ການ​ຮຽນ​ຮູ້ ເຂົ້າ­ໃຈ ແລະ ຖືກ​ນຳ​ໃຊ້​ເຂົ້າ​ໃນ​ການ​ປະ­ຕິ­ບັດ​ຕົວ​ຈິງ ຈຶ່ງ​ເຮັດ​ໃຫ້­ການ​ສຶກ​ສາ​ຫາ​ຄວາມ​ຮູ້​ນັ້ນ​ສົມ­ບູນ​ແບບ ເພາະ​ຄວາມ​ຮູ້​ທີ່​ຮຽນ​ມາ​ນັ້ນ ສາ­ມາດ​ຜັນ​ຂະ­ຫຍາຍ​ນຳ​ໃຊ້​ສູ່​ໜ້າ­ທີ່​ວຽກ​ງານ​ຕົວ​ຈິງ ສ້າງ​ຄຸນ​ປະ­ໂຫຍດ​ໃຫ້​ກັບ​ຕົວ​ເອງ ຄອບ­ຄົວ ແລະ ສັງ­ຄົມ ເຊິ່ງ​ກໍ​ແມ່ນ​ຄວາມ​ມຸ່ງ​ຫວັງ​ຂອງ​ທຸກ​ຄົນ ທີ່​ຕ້ອງ­ການ​ມີ​ຄວາມ​ຮູ້…

ຈະລາຈອນໄຊທານີ ເອົາໃຈໃສ່ສ້າງຄວາມເປັນລະບຽບຮຽບຮ້ອຍ ໃນການສັນຈອນ

ໄຊ​ທາ­ນີ ເຖິງ​ແມ່ນ​ວ່າ​ບໍ່​ໄດ້​ຢູ່​ໃນ​ຈຳ­ນວນ 4 ເມືອງ​ໃນ ແຕ່​ການ​ສັນ­ຈອນ​ກໍ​ຂ້ອນ​ຂ້າງ​ຫຍຸ້ງ­ຍາກ​ສັບ­ສົນ ໂດຍ​ສະ­ເພາະ ໃນ​ໂມງ​ຮີບ​ດ່ວນ ທີ່​ສັງ­ເກດ​ເຫັນ​ໄດ້​ວ່າ​ມີ​ຫຼາຍ​ຈຸດ​ເກີດ​ການ​ສັນ­ຈອນ​ຕິດ​ຂັດ ສ້າງ​ຄວາມ​ຫຍຸ້ງ­ຍາກ​ໃຫ້​ກັບ​ຜູ້​ໃຊ້​ລົດ​ໃຊ້​ຖະ­ໜົນ ຈາກ​ສະ­ພາບ​ການ​ທີ່​ເກີດ​ຂຶ້ນ ທາງ​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ຈະ­ລາ­ຈອນ​ເມືອງ ໄດ້​ເອົາ­ໃຈ­ໃສ່​ໃນ​ການ​ແກ້​ໄຂ​ບັນ­ຫາ​ດັ່ງ­ກ່າວ ໂດຍ​ໄດ້​ວາງ​ກຳ­ລັງ​ປະ­ຈຳ​ຈຸດ​ຕ່າງໆ ເພື່ອ​ໃຫ້­ການ​ສັນ­ຈອນ​ມີ​ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ ກໍ​ຄື ສ້າງ​ຄວາມ​ສະ­ດວກ​ສະ­ບາຍ​ໃຫ້​ຜູ້​ໃຊ້​ລົດ​ໃຊ້​ຖະ­ໜົນ.…

ຢ້ານວ່າງວຽກ

ສາວ​ເຕີ່ງ ເປັນ​ແພດ​ປະ­ຈຳ​ບ້ານ ທີ່​ເຮັດ​ໜ້າ­ທີ່​ໂຄ­ສະ­ນາ​ປຸກ­ລະ­ດົມ​ກ່ຽວ​ກັບ​ໂຄງ­ການ​ລູກ​ຫ່າງ ນາງ​ເປັນ​ພະ­ນັກ­ງານ​ຫ້າວ­ຫັນ ເລາະ​ຂຶ້ນ​ເຮືອນ​ໃຕ້ ລົງ​ເຮືອນ​ເໜືອ​ໃຫ້​ຄຳ​ປຶກ­ສາ​ຫາ­ລື ສຳ­ລັບ​ຜູ້​ຕ້ອງ­ການ​ມີ​ລູກ​ຫ່າງໆ ກໍ​ຄື ຜູ້​ທີ່​ຍັງ​ບໍ່​ທັນ​ເຂົ້າ­ໃຈ​ກ່ຽວ​ກັບ​ຄວາມ​ສຳ­ຄັນ​ຂອງ​ໂຄງ­ການ ແຕ່​ໃນ​ສາມ-ສີ່​ເດືອນ​ຜ່ານ​ມາ​ນີ້ ສາວ​ເຕີ່ງ ຜັດ​ຢູ່​ແຕ່​ເຮືອນ​ບໍ່​ໄປ​ໃສ​ມາ​ໃສ​ຄື­ເກົ່າ ເມື່ອ​ມີ​ຜູ້​ຖາມ​ຫາ​ສາ­ເຫດ​ນາງ​ກໍ​ເວົ້າ​ສີ​ໜ້າ​ເສົ້າໆ​ວ່າ: “ເຮົາ​ອາດ​ຕົກ​ງານ ເພາະ​ພະ­ຍາດ​ໂຄ​ວິດ-19 ເຮັດ​ໃຫ້​ພວກ​ຜົວ-ເມຍ…

ຈະສ້າງນະຄອນຫຼວງໃຫ້ເປັນຕົວເມືອງສີຂຽວ ທຸກຄົນຕ້ອງມີສ່ວນຮ່ວມໃນການປູກຕົ້ນໄມ້

ຫ້ອງ­ການ​ຄຸ້ມ​ຄອງ ແລະ ບໍ­ລິ­ຫານ​ຕົວ​ເມືອງ​ວຽງ​ຈັນ (ຄບຕ) ເປັນ​ອົງ​ການ­ຈັດ­ຕັ້ງ​ໜຶ່ງ​ທີ່​ມີ​ພາ­ລະ​ບົດ­ບາດ ໃນ​ການ​ຮັກ­ສາ​ຄວາມ​ສະ­ອາດ ແລະ ປະ­ດັບ​ປະ­ດາ​ນະ­ຄອນ­ຫຼວງ​ວຽງ​ຈັນ ໃຫ້​ມີ​ຄວາມ​ສະ­ອາດ ສວຍ​ງາມ ມີ​ສະ­ພາບ​ແວດ​ລ້ອມ​ທີ່​ດີ ພ້ອມ​ນັ້ນ​ຍັງ​ໄດ້​ປູກ​ຕົ້ນ­ໄມ້​ຕາມ​ພື້ນ​ທີ່​ຕ່າງໆ​ທີ່​ມີ​ເງື່ອນ­ໄຂ ເພື່ອ​ສ້າງ​ນະ­ຄອນ­ຫຼວງ​ວຽງ​ຈັນ ໃຫ້​ເປັນ​ນະ­ຄອນ­ຫຼວງ​ສີ­ຂຽວ ເຊິ່ງ​ໄລ­ຍະ​ຜ່ານ​ມາ ກໍ​ຄື​ວັນ​ທີ…

ຫຼາຍບໍລິສັດ ໄດ້ຮັບລາງວັນການເປີດເຜີຍຂໍ້ມູນປະຈຳປີ 2019

   ພິທີມອບ-ຮັບລາງວັນການເປີດເຜີຍຂໍ້ມູນປະຈຳປີ 2019 ຂອງບໍລິສັດຈົດທະບຽນໃນຕະຫຼາດຫຼັກຊັບລາວ (ຕລຊລ) ຈັດຂຶ້ນວັນທີ 12 ມິຖຸນາ 2020 ທີ ຕລຊລ ມີທ່ານນາງ ສາຍສະໝອນ ຈັນທະຈັກ ຫົວໜ້າສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ທ່ານ ອ໊ອດ…

JICA ຊ່ວຍເຫຼືອອຳນວຍຄວາມສະດວກໃນການປະຕິບັດໜ້າທີ່ໃນການພັດທະນາຊັບພະຍາກອນມະນຸດ

    ພິທີມອບ-ຮັບຮ້ານອາຫານ ແລະ ລົດຕູ້ ໄດ້ຈັດຂຶ້ນວັນທີ 12 ມິຖຸນາ 2020 ທີ່ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ ຕາງໜ້າມອບຂອງທ່ານ Yoshiharu Yoneyama ຜູ້ຕາງໜ້າອົງການໄຈກາປະຈຳລາວ (JICA) ຕາງໜ້າຮັບຂອງທ່ານ ບຸນລ້ວນ ດ້ວງເງິນ…

ເລືອກປະກອບອາຊີບທີ່ຕົນມັກ ຈາກພະນັກງານບັນຊີ ກາຍເຈົ້າຂອງຮ້ານຜ້າໄໝ

    ຜ້າໄໝລາວ ເປັນຜະລິດຕະພັນໜຶ່ງທີ່ໄດ້ຮັບຄວາມນິຍົມ ແລະ ກາຍເປັນທີ່ຮູ້ຈັກຢ່າງກວ້າງຂວາງຂອງສັງຄົມທັງພາຍໃນ ກໍຄືຕ່າງປະເທດ ເຊິ່ງການຮູ້ຈັກດັ່ງກ່າວ ແມ່ນຜ່ານຫຼາຍທາງເຊັ່ນ ການນຸ່ງຖື ວັດທະນະທຳລາວ ເຄື່ອງແຟຊັ່ນຕ່າງໆ ປັດຈຸບັນໄດ້ມີນັກອອກແບບຈຳນວນໜຶ່ງທີ່ພະຍາຍາມນຳເອົາຜ້າແພທີ່ເປັນຜະລິດຕະພັນຂອງຄົນລາວມາຜະລິດເປັນເຄື່ອງແຟຊັ່ນໃຫ້ຕ່າງປະເທດຮັບຮູ້ ແລະ ຊົມໃຊ້.      ທ່ານນາງ ວິຍານຸດ ໄພຈິດ…

ການສົນທະນາທາງໂທລະສັບ ລະຫວ່າງ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ສ.ອິນເດຍ

    ໃນວັນທີ 12 ມິຖຸນາ 2020 ທີ່ສຳນັກງານນາຍົກລັດຖະມົນຕີທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ສົນທະນາທາງໂທລະສັບ ກັບທ່ານ ນາເຣັນດຣາ ໂມດີ ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ…

ຢ່າໄລ່ແຂກລົງເຮືອນ ດ້ວຍມາລະຍາດຕ່ຳໆ

ເວ­ລາ​ເຮົາ​ເປັນ​ເຈົ້າ­ພາບ​ຮັບ­ແຂກ​ຮັບ​ຄົນ​ນັ້ນ ຂໍ​ໃຫ້​ມີ​ສະ­ຕິ​ລະ­ວັງ​ຕົວ ຢ່າ​ສະ­ແດງ​ອາ­ການ ຫຼື​ຄວາມ​ຮູ້­ສຶກ​ທີ່​ບອກ​ວ່າ​ຕົນ​ເບື່ອ​ແຂກ ຕ້ອງ­ການ​ໃຫ້​ແຂກ​ໜີ ຫຼື​ເມືອ​ໄວໆ ເຊັ່ນ ການ­ສະ­ແດງ​ດ້ວຍ​ການ​ຫາວ ການ​ເອົາ​ມື​ສີ​ຕາ ການ​ລຸກໆ​ນັ່ງໆ ຫຼື​ການ​ຍົກ​ໂມງ​ຂຶ້ນ​ມາ​ເບິ່ງ​ເລື້ອຍໆ ຖ້າ​ສະ­ແດງ​ແນວ​ນີ້​ອອກ​ມາ ແຂກ​ກໍ​ຈະ​ຮູ້­ສຶກ​ບໍ່​ສະ­ບາຍ​ໃຈ ເພາະ​ຮູ້​ວ່າ​ເຈົ້າ­ພາບ​ບໍ່​ເຕັມ​ໃຈ​ຕ້ອນ­ຮັບ​ຕົນ ນີ້​ຄື​ມາ­ລະ­ຍາດ​ທີ່​ເຈົ້າ­ພາບ​ຄວນ​ເອົາ­ໃຈ­ໃສ່​ເປັນ​ພິ­ເສດ.

error: Content is protected !!