ແຕ່ງຕັ້ງຄະນະບໍລິຫານງານ ສະຫະພັນບານເຕະ ນວ ຊຸດໃໝ່

ພິ­ທີ​ປະ­ກາດ​ແຕ່ງ­ຕັ້ງ​ຄະ­ນະ​ບໍ­ລິ­ຫານ​ງານ ສະ­ຫະ­ພັນ​ບານ­ເຕະ ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ຊຸດ​ໃໝ່ ຈັດ​ຂຶ້ນ​ວັນ​ທີ 23 ມິ­ຖຸ­ນາ 2020 ຢູ່​ສູນ​ກີ­ລາ​ບຶງ​ຂະ​ຫຍອງ ລະ­ຫວ່າງ​ທ່ານ ວຽງ​ສະ­ຫວັນ ແສງ​ຈັນ ປະ­ທານ​ສະ­ຫະ­ພັນ​ບານ­ເຕະ ນວ ຊຸດ​ເກົ່າ ແລະ ທ່ານ ເດດ​ສົງ­ຄາມ ທຳ​ມະ​ວົງ ເຈົ້າ­ເມືອງ​ສີ​ສັດ­ຕະ​ນາກ ປະ­ທານ​ສະ­ຫະ­ພັນ​ບານ­ເຕະ ນວ ຊຸດ​ໃໝ່ ໂດຍ​ມີ​ທ່ານ ສົມ​ພອນ ສອນ​ດາ­ລາ ວ່າ­ການ​ຫົວ­ໜ້າ​ພະ​ແນກ​ສຶກ​ສາ​ທິ​ການ ແລະ ກີ­ລາ ນວ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ ເຂົ້າ​ຮ່ວມ.

ທ່ານ ເດດ​ສົງ­ຄາມ ທຳ​ມະ​ວົງ ໄດ້​ສະ­ແດງ​ຄວາມ​ຂອບ­ໃຈ​ທີ່​ຂັ້ນ​ເທິງ ໄດ້​ມອບ​ໝາຍ​ໜ້າ­ທີ່​ວຽກ​ງານ​ອັນ​ສຳ­ຄັນ​ນີ້​ໃຫ້ ແລະ ຈະ​ສືບ­ຕໍ່​ປະ­ຕິ­ບັດ​ແຜນ​ຍຸດ​ທະ​ສາດ ການ​ພັດ­ທະ­ນາ​ກີ­ລາ​ບານ­ເຕະ ຈາກ​ຄະ­ນະ​ຊຸດ​ເກົ່າ ທັງ​ປັບ­ປຸງ​ກົນ​ຈັກ​ການ­ຈັດ­ຕັ້ງ ແລະ ບາງ​ໜ້າ​ວຽກ​ທີ່​ຕ້ອງ​ເພີ່ມ​ທະ­ວີ​ການ​ນຳ­ພາ​ຄະ­ນະ​ບໍ­ລິ­ຫານ​ງານ​ສະ­ຫະ­ພັນ​ບານ­ເຕະ ນວ ຊຸດ​ໃໝ່ ເພື່ອ​ສົ່ງ­ເສີມ​ການ​ພັດ­ທະ­ນາ​ວົງ​ການ​ກີ­ລາ​ບານ­ເຕະ​ພາຍ​ໃນ​ໃຫ້​ມີ​ສີ­ສັນ ແລະ ຟົດ­ຟື້ນ.

ຄະ­ນະ​ບໍ­ລິ­ຫານ​ງານ​ສະ­ຫະ­ພັນ​ບານ­ເຕະ ນວ ຊຸດ​ໃໝ່ ປະ­ກອບ​ມີ​ທ່ານ ຄຳ​ຫວັນ ນັນ­ທະ​ວົງ ເປັນ​ປະ­ທານ​ທີ່​ປືກ​ສາ​ສະ­ຫະ­ພັນ ທ່ານ ເດດ​ສົງ­ຄາມ ທຳ​ມະ​ວົງ ເປັນ​ປະ­ທານ ທ່ານ ສຸ­ລິ­ຍາ ແກ້ວ​ພິ­ລາ​ວົງ ທ່ານ ຄຳ​ມ່ວນ ປັນ­ຍາ​ສານ ທ່ານ ພອນ​ປະ­ເສີດ ສີ​ລາ​ດວງ​ເລີດ ແລະ ທ່ານ ວຽງ​ສະ­ຫວັນ ແສງ​ຈັນ ເປັນ​ຮອງ​ປະ­ທານ ນອກ​ນີ້​ຍັງ​ມີ​ຄະ­ນະ​ບໍ­ລິ­ຫານ​ອີກ 7 ທ່ານ.

error: Content is protected !!