ພິທີປະກາດນາມມະຍົດ 4 ບຸກ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ນະຄອນຫຼວງວຽງຈັນ (ຊປປລ ນວ) ປະຈຳປີ 2019 ຈັດຂຶ້ນວັນທີ 23 ມິຖຸນາ 2020 ຢູ່ຫ້ອງວ່າການ ນວ ໂດຍເປັນປະທານຂອງທ່ານນາງ ສຸມາລີ ທຳມະວົງ ເລຂາຄະນະບໍລິຫານງານ ຊປປລ ນວ ມີໂດຍທ່ານ ພົຈວ ສີພອນ ຈັນສົມວົງ ຫົວໜ້າການເມືອງ ກອງບັນຊາການທະຫານ ນວ ທ່ານ ບຸນຕາ ເທບພະວົງ ຮອງເລຂາຄະນະບໍລິຫານງານສູນກາງ ຊປປລ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານນາງ ສຸມາລີ ທຳມະວົງ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕີບັດຂໍ້ແຂ່ງ 4 ບຸກ ຂອງຄະນະ ຊປປລ ນວ ສົກປີ 2018-2019 ເຊິ່ງດ້ານການເມືອງ-ແນວຄິດ ປະຕິບັດໄດ້ 94,62% ດ້ານການເຝິກຝົນຫຼໍ່ຫຼອມຮໍ່າຮຽນ 91,08% ດ້ານການຈັດຕັ້ງ 91,48% ດ້ານການສ້າງວິຊາຊີບ ວຽກເຮັດງານທຳ 93,10% ແລະ ການຈັດ ຕັ້ງປະຕິບັດວຽກງານຂະບວນການຊາວໜຸ່ມ-ເຍົາວະຊົນທັນວາ ວຽກງານກອງອາສາສະໝັກຊາວໜຸ່ມຕະລຸມບອນ ວຽກງານການເງິນ ວຽກງານພົວພັນພາຍໃນ ແລະ ຕ່າງປະເທດ ດ້ານດີ ດ້ານອ່ອນ ຂໍ້ຄົງຄ້າງ ບົດຮຽນທີ່ຖອດຖອນໄດ້ ໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ 3 ດີ 4 ຮູ້ ແລະ ທິດໃນຕໍ່ໜ້າ ນອກນີ້ຍັງມີການປະກອບ ຄໍາຄິດເຫັນໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ 4 ຮູ້ ແລະ 4 ບຸກ ຂອງຄະນະຊາວໜຸ່ມເມືອງສີໂຄດຕະບອງ ທີ່ຖືກຮັບຮອງ 5 ປີລຽນຕິດ ການຍູ້ແຮງຂະບວນການຂໍ້ແຂ່ງຂັນ 4 ບຸກ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຂອງລັດວິສາຫະກິດນໍ້າປະປາ ນວ ນອກນີ້ ຍັງໄດ້ຮັບຟັງການຜ່ານຂໍ້ຕົກລົງໃນການອະນຸມັດໃບຢັ້ງຢືນ 4 ບຸກໃຫ້ຄະນະ ຊປປລ ນວ ແລະ ມອບໃບຢັ້ງຢືນດັ່ງກ່າວໂດຍທ່ານ ບຸນຕາ ເທບພະວົງ ແລະ ຮັບໂດຍທ່ານນາງ ສຸມາລີ ທຳມະວົງ.

ທ່ານ ບຸນຕາ ເທບພະວົງ ໄດ້ສະແດງຄວາມຊົມເຊີຍການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ແລະ ການປະ ກາດນາມມະຍົດ 4 ບຸກຄັ້ງນີ້ ເຊິ່ງເປັນສັນຍະລັກຂອງບາດກ້າວໃໝ່ໃນການປະຕິບັດວຽກງານຊາວໜຸ່ມ ເສີມຂະຫຍາຍບົດບາດຂອງຊາວໜຸ່ມໃນຍຸກ 4.0 ຕາມ 4 ເນື້ອໃນ 4 ຄາດໝາຍ ເພື່ອເປັນໄມ້ຫຼາວັດແທກໃນການປະຕິບັດວຽກງານຊາວໜຸ່ມ ພ້ອມນີ້ ທ່ານຍັງໄດ້ເນັ້ນໃຫ້ຄະນະບໍລິຫານງານ ຊປປລ ນວ ເສີມຂະຫຍາຍມູນເຊື້ອຄວາມສາມັກຄີໃຫ້ແໜ້ນແຟ້ນ ສົ່ງເສີມດ້ານດີ ດ້ານຕັ້ງໜ້າ ຜົນສໍາເລັດເພື່ອຫັນເປັນໂຄງການ ເປັນຄູ່ມື ແລະ ພ້ອມກັນປັບປຸງແກ້ໄຂຈຸດອ່ອນ ຂໍ້ຄົງຄ້າງຢ່າງຈິງຈັງ ເປັນເຈົ້າການໃນການຕ້ານສະກັດກັ້ນປາກົດການຫຍໍ້ທໍ້ໃນສັງຄົມ ພ້ອມກັນປະຕິບັດຂໍ້ແຂ່ງຂັນ 4 ບຸກ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໃຫ້ສົມກັບຄໍາເວົ້າທີ່ວ່າ “ຊາວໜຸ່ມເປັນແຂນຂວາຂອງພັກ ເປັນກະດູກສັນຫຼັງຂອງຊາດ”.
# ຂ່າວ & ພາບ: ວຽງມາ