ການເກີດອັກຄີໄພຢູ່ນະຄອນຫຼວງວຽງຈັນ ມີທ່າອ່ຽງເພີ່ມຂຶ້ນ ໂດຍສະເພາະແມ່ນຢູ່ເຂດຊຸມຊົນທີ່ແອອັດ ຂະນະດຽວກັນ ການປ້ອງກັນ ແລະ ສະກັດກັ້ນບັນຫາອັກຄີໄພຂອງສັງຄົມຍັງເຮັດບໍ່ທັນໄດ້ດີ ຈາກສະພາບການດັ່ງກ່າວ ຈຳເປັນຕ້ອງໄດ້ສຸມໃສ່ການໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ນຳໃຊ້ວິທີມອດໄຟຢ່າງຖືກຕ້ອງ ພ້ອມທັງລົງກວດກາ ແລະ ຊຸກຍູ້ໃຫ້ບັນດາສຳນັກງານ ຫ້ອງການ ແລະ ສະຖານທີ່ມີຄວາມສ່ຽງເກີດອັກຄີໄພໄດ້ງ່າຍ ເປັນຕົ້ນ: ຊຸມຊົນທີ່ແອອັດ ຕະຫຼາດ ແລະ ປ້ຳນ້ຳມັນ ຕ້ອງໃຫ້ມີບັ້ງມອດໄຟ ຫຼື ລະບົບດັບເພິງທີ່ດີ ເພື່ອສາມາດດັບມອດໄຟໄດ້ທັນເວລາ.

ທ່ານ ພັທ ຄຳເພັດ ດາລາວົງ ຫົວໜ້າພະແນກສະກັດກັ້ນ ແລະ ຕ້ານອັກຄີໄພ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: 6 ເດືອນຕົ້ນປີ 2020 ທົ່ວນະຄອນຫຼວງວຽງຈັນ ມີອັກຄີໄພເກີດຂຶ້ນທັງໝົດ 39 ຄັ້ງ ສ້າງຜົນເສຍຫາຍເຖິງ 10 ຕື້ກວ່າກີບ ຖ້າທຽບໃສ່ປີ 2019 ແມ່ນເພີ່ມຂຶ້ນ 17 ຄັ້ງ ມີຜູ້ເສຍຊີວິດ 1 ຄົນ ສາເຫດທີ່ເພີ່ມຂຶ້ນ ແມ່ນຍ້ອນຍັງມີກຸ່ມຄົນສ່ວນໜຶ່ງທີ່ຍັງຈູດປ່າຊະຊາຍ ຈູດແລ້ວບໍ່ມີຄວາມຮັບຜິດຊອບ ປ່ອຍປະລະເລີຍ ໂດຍທີ່ບໍ່ຄຳນຶງເຖິງຜົນທີ່ຈະຕາມມາ ສ່ວນສາເຫດຫຼັກຂອງອັກຄີໄພຍັງແມ່ນໄຟຟ້າລັດວົງຈອນ ເກີດທັງໝົດ 17 ຄັ້ງ ຈູດປ່າຊະຊາຍ 10 ຄັ້ງ ຈູດຂີ້ເຫຍື້ອລາມ 2 ຄັ້ງ ໄຕ້ທູບໄຕ້ທຽນບູຊາ 1 ຄັ້ງ ຈອດເຫຼັກ 1 ຄັ້ງ ວາງເພີງ 1 ຄັ້ງ ຈູດຢາງຕີນລົດແລ້ວລາມ 1 ຄັ້ງ ໄຕ້ກະຕຽງແລ້ວລືມມອດ 1 ຄັ້ງ ເກີດອຸບັດເຫດເທິງຖະໜົນແລ້ວ ເຮັດໃຫ້ເກີດມີອັກຄີໄພ 1 ຄັ້ງ ຜົນເສຍຫາຍລວມມີ: ເຮືອນ 21 ຫຼັງ ຮ້ານຂາຍເຄື່ອງ 2 ຮ້ານມີ 9 ລ໋ອກ ລົດ 2 ຄັນ ຫໍພັກ 1 ຫຼັງ ປ່າຫຍ້າ 10 ແຫ່ງ ໂຮງສີເຂົ້າ 10 ແຫ່ງ ບໍລິສັດ 1 ຫຼັງ ຄົນເສຍຊີວິດ 1 ຄົນ ລວມມູນຄ່າຄວາມເສຍຫາຍ ມີເງິນກີບ 12.713 ລ້ານກີບ ເງິນບາດ 2 ລ້ານບາດ ເງິນໂດລາ 119.000 ໂດລາ.
ຕໍ່ກັບບັນຫານີ້ ເຈົ້າໜ້າທີ່ກ່ຽວຂ້ອງໄດ້ເອົາໃຈໃສ່ລົງໂຄສະນາເຜີຍແຜ່ ກ່ຽວກັບວິທີປ້ອງກັນອັກຄີໄພຢູ່ຕາມສຳນັກງານ ອົງການ ໂຮງຈັກ ໂຮງງານ ແລະ ບັນດາບ້ານຕ່າງໆໃນທົ່ວນະຄອນຫຼວງວຽງຈັນ ຢ່າງຕໍ່ເນື່ອງມາໂດຍຕະຫຼອດ ແຕ່ກໍມີປະຊາຊົນສ່ວນໜຶ່ງ ບໍ່ໃຫ້ການຮ່ວມມືດີເທົ່າທີ່ຄວນ ຈຶ່ງເຮັດໃຫ້ມີອັກຄີໄພເກີດຂຶ້ນ ພ້ອມທັງສືບຕໍ່ເຝິກອົບຮົມ ວຽກງານວິຊາສະເພາະໃຫ້ພະນັກງານ-ນັກຮົບ ເພື່ອເປັນການຍົກລະດັບຄວາມຮູ້ທາງດ້ານວິຊາສະເພາະໃຫ້ດີຂຶ້ນກວ່າເກົ່າ ຫັນເອົາກຳລັງລົງສູ່ພື້ນຖານ ເພື່ອເຮັດວຽກງານກວດກາ ລົງໂຄສະນາເຜີຍແຜ່ວຽກງານປ້ອງກັນ ອັກຄີໄພຢູ່ບັນດາສຳນັກງານ ໂຮງຈັກ ໂຮງງານ ໂຮງແຮມ ຕະຫຼາດ ສູນການຄ້າ ແລະ ບ້ານ ເຮືອນປະຊາຊົນ ເພື່ອໃຫ້ເຂົາເຈົ້າມີສະຕິໃນການປ້ອງກັນອັກຄີໄພ ສືບຕໍ່ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເຊັ່ນ: ສະຖານີມອດໄຟແຕ່ລະເມືອງ ບໍລິສັດໄຟຟ້າລາວ ບໍລິສັດນ້ຳປະປາ ກົມຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພກະຊວງປ້ອງກັນຄວາມສະຫງົບ ແລະ ໜ່ວຍກູ້ໄພອື່ນໆ ແລະ ກຽມພ້ອມພາຫະນະອຸປະກອນ ແລະ ກຳລັງປະຈຳການຄອຍເຫດ ເພື່ອພ້ອມປະຕິບັດໜ້າທີ່ຕະຫຼອດ 24 ຊົ່ວໂມງ.