ວຽກງານຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ເປັນອີກວຽກງານໜຶ່ງທີ່ມີຄວາມສຳຄັນ ໃນການໂຄສະນາປຸກລະດົມພໍ່ແມ່ປະຊາຊົນ ປະກອບສ່ວນເຂົ້າໃນເຫດການສຳຄັນຕ່າງໆ ໂດຍສະເພາະແມ່ນ ໃນໄລຍະການລະບາດຂອງ COVID-19 ຍິ່ງມີຄວາມຈຳເປັນ ໃນການເພີ່ມທະວີໃນການໂຄສະນາມາດຕະການຕ່າງໆ ໃນການປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດດັ່ງກ່າວ.

ພະແນກ ຖວທ ແຂວງບໍ່ແກ້ວ ກໍເປັນອີກພາກສ່ວນໜຶ່ງ ທີ່ບໍ່ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ເຂົ້າໃນການເຜີຍແຜ່ໂຄສະນາມະຕິຄຳສັ່ງ ໃນການປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງ COVID-19 ທີ່ຂັ້ນເທິງເປັນແຕ່ລະໄລຍະ ເພື່ອໃຫ້ປະຊາຊົນເຂົ້າໃຈຜົນຮ້າຍ ແລະ ມາດຕະການແກ້ໄຂການລະບາດຂອງພະຍາດດັ່ງກ່າວ ຕ້ານການໂຄສະນາບິດເບືອນຄວາມຈິງ ສົ່ງຜົນໃຫ້ປະຊາຊົນໄດ້ເຂົ້າເຖິງຂໍ້ມູນຂ່າວສານຈາກສື່ທາງການທີ່ເຊື່ອຖືໄດ້ ນຳໄປສູ່ການຈັດຕັ້ງປະຕິບັດບັນດາມາດຕະການໄດ້ຢ່າງມີປະສິດທິຜົນ
ທ່ານ ສົມຄິດ ວົງປັນຍາ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຂວງບໍ່ແກ້ວ ໃຫ້ສຳພາດໃນໂອກາດຄະນະນັກຂ່າວເຄື່ອນໄຫວ ເກັບກຳຂໍ້ມູນກ່ຽວກັບການຈັດຕັ້ງປະຕິບັດມາດຕະການປ້ອງກັນ COVID-19 ຢູ່ແຂວງບໍ່ແກ້ວ ໃນອາທິດຜ່ານມາວ່າ: ພາຍຫຼັງທີ່ລັດຖະບານ ກໍຄື ອົງການຈັດຕັ້ງທຸກພາກສ່ວນ ແຕ່ສູນກາງລົງຮອດທ້ອງຖິ່ນ ໄດ້ອອກມາດຕາການຕ່າງໆ ເພື່ອຕອບໂຕ້ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດ COVID-19 ໂດຍສະເພາະແມ່ນ ຄຳສັ່ງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 06/ນຍ ລົງວັນທີ 29 ມີນາ 2020 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ ການລະບາດຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດ COVID-19 ດັ່ງນັ້ນ ທາງພະແນກພວກເຮົາ ກໍໄດ້ອອກແຈ້ງການແນະນຳໃຫ້ຫ້ອງການ ຖວທ 5 ເມືອງ ແລະ ສື່ມວນຊົນ ໂຄສະນາເຜີຍແຜ່ທັງທາງກວ້າງ ແລະ ທາງເລິກ ໃຫ້ສັງຄົມເຂົ້າໃຈຢ່າງເລິກເຊິ່ງ ແລະ ທົ່ວເຖິງ ຜ່ານທາງວິທະຍຸ-ໂທລະພາບ ກ່ຽວກັບຄວາມອັນຕະລາຍຂອງພະຍາດ COVID-19 ແລະ ມາດຕະການປ້ອງກັນ ໂດຍມີວິທີແນະນຳຢ່າງລະອຽດ ແລະ ເຂົ້າໃຈງ່າຍ ພ້ອມກັນນັ້ນ ກໍໃຫ້ສືບຕໍ່ເອົາໃຈໃສ່ວຽກງານໂຕ້ຕອບ ແລະ ຕີຖອຍ ຂ່າວລວງ ຂ່າວລື ຂ່າວອະກຸສົນ ແລະ ຂ່າວປັ່ນປ່ວນ.

ໄດ້ເອົາໃຈໃສ່ໃນການຜັນຂະຫຍາຍຄຳແນະນຳຂອງກະຊວງ ຖວທ ແລະ ຂອງແຂວງ ໂດຍໄດ້ອອກແຈ້ງການແນະນຳເຖິງບັນດາຫົວໜ່ວຍທຸລະກິດການທ່ອງທ່ຽວໂຈະ ຫຼື ເລື່ອນຊົ່ວຄາວ ກ່ຽວກັບການສົ່ງນັກທ່ອງທ່ຽວໄປບັນດາປະເທດ ນຳເຂົ້ານັກທ່ອງທ່ຽວ ແລະ ການໂຈະຊົ່ວຄາວກ່ຽວກັບການບໍລິການຮ້ານອາຫານ-ກິນດື່ມ ລວມໄປເຖິງການບໍ່ໃຫ້ຈັດງານປະເພນີ ງານດອງ ແລະ ງານລ້ຽງສ້າງສັນ ທີ່ມີຄົນຈຳນວນຫຼາຍເຂົ້າຮ່ວມ ແລະ ມອບໃຫ້ຫົວໜ້າຫ້ອງການຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ 5 ເມືອງ ກຸ່ມທຸລະກິດທ່ອງທ່ຽວ ກຸ່ມໂຮງແຮມ ເຮືອນພັກ ແລະ ຮ້ານອາຫານ ແຕ່ງຕັ້ງຄະນະຮັບຜິດຊອບເຜີຍແຜ່ແນະນຳຈັດຕັ້ງປະຕິບັດ ແລະ ຕິດຕາມກວດກາຢ່າງເຂັ້ມງວດ.
ໃນໄລຍະທີ່ລັດຖະບານໄດ້ອອກມາດຕະການຜ່ອນຜັນໄລຍະທຳອິດ ກໍໄດ້ອະນຸຍາດໃຫ້ສືບຕໍ່ເປີດສະຖານທີ່ທ່ອງທ່ຽວ ໂຮງແຮມ ຣີສອດ ເຮືອນພັກ ຮ້ານອາຫານ ຮ້ານກາເຟ ຮ້ານຕັດຜົມ ຮ້ານເສີມສວຍ ຮ້ານນວດ ຮ້ານສະປາທຸກປະເພດ ແລະ ອະນຸຍາດເປີດໃໝ່ ມີຮ້ານກິນ-ດື່ມ (ບໍ່ແມ່ນຮ້ານເຫຼົ້າ ເບຍ ແລະ ສິ່ງມຶນເມົາເພື່ອຊຸມແຊວ) ທີ່ໄດ້ຮັບອະນຸຍາດຖືກຕ້ອງຕາມລະບຽບ ແລະ ໂຮງສາຍຮູບເງົາ ແຕ່ໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ເປັນຕົ້ນ ການຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ ລ້າງມືດ້ວຍນ້ຳສະອາດ ໃສ່ສະບູ່ ຫຼື ເຈວລ້າງມື ໃສ່ຜ້າອັດປາກ-ດັງ ແທກອຸນຫະພູມ ແລະ ອະນາໄມສະຖານທີ່ຕາມຄຳແນະນຳຂອງຄະນະສະເພາະກິດວາງອອກ ສືບຕໍ່ປີດບັນດາກິດຈະການຮ້ານບັນເທີງ ຮ້ານຄາຣາໂອເກະ ສືບຕໍ່ຫ້າມຈັດກິດຈະກຳຊຸມນຸມທີ່ບໍ່ເປັນທາງການ ຊຸມແຊວ ແລະ ງານສັງສັນ ຫ້າມຈັດງານປະເພນີທີ່ບໍ່ສາມາດຮັກສາໄລຍະຫ່າງເກີນກວ່າ 1 ແມັດໄດ້ ແລະ ມີຄວາມສ່ຽງຕໍ່ການຕິດເຊື້ອ ສຳລັບການແຕ່ງດອງ ໃຫ້ຖືເອົາການຈົດທະບຽນການແຕ່ງດອງນຳກັນແລ້ວ ກໍແມ່ນມີຖານະເປັນຄູ່ຜົວ-ເມຍທີ່ຖືກຕ້ອງຕາມກົດໝາຍ ສ່ວນການຈັດງານແຕ່ງດອງນັ້ນ ໃຫ້ຈັດພິທີບາສີສູ່ຂວັນຕາມຮີດຄອງປະເພນີອັນດີງາມຂອງຊາດເຮົາ ບົນຈິດໃຈປະຢັດມັດທະຍັດ ໂດຍໃຫ້ຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ ແລະ ຕ້ອງຮັບປະກັນບໍ່ໃຫ້ມີຄວາມສ່ຽງໃນການຕິດເຊື້ອ.
ຜ່ານການຈັດຕັ້ງປະຕິບັດມາດຕະການ ການຄວບຄຸມການລະບາດຂອງ COVID-19 ໃນເດືອນມີນາ-ຕົ້ນເດືອນພຶດສະພາ ພະແນກ ຖວທ ໄດ້ສົມທົບກັບ ປກສ ແຂວງ ແລະ ຫ້ອງການ ຖວທ ເມືອງຫ້ວຍຊາຍ ແມ່ນໄດ້ລົງຕິດຕາມ ກວດກາບັນດາຮ້ານບັນເທີງ ຄາລາໂອເກະ ຮ້ານກິນດື່ມຂອງຜູ້ປະກອບການໃນເທສະບານ ແລະ ນອກເທສະບານ ຜ່ານການລົງກວດກາເຫັນວ່າຜູ້ປະກອບການສ່ວນຫຼາຍແມ່ນປິດກິດຈະການ ແລະ ປະຕິບັດຕາມມາດຕະການທີ່ໄດ້ແຈ້ງການແນະນຳ ໃຫ້ເຫັນວ່າບັນດາພາກສ່ວນທີ່ກ່ຽວຂ້ອງ ເປັນຕົ້ນ ຫົວໜ່ວຍທຸລະກິດ ຜູ້ປະກອບການດ້ານການທ່ອງທ່ຽວແມ່ນມີຄວາມຮ່ວມມືເປັນຢ່າງດີ ຕໍ່ມາດຕະການປ້ອງກັນ ຄວບຄຸມ ສະກັດກັ້ນ ແລະ ແກ້ໄຂການລະບາດຂອງ COVID-19.

ທ່ານຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຂວງບໍ່ແກ້ວ ກ່າວຕື່ມວ່າ: ໃນຕໍ່ໜ້າພະແນກ ຖວທ ແຂວງ ແລະ ຫ້ອງການ ຖວທ 5 ເມືອງ ຈະໄດ້ສືບຕໍ່ເປັນກະບອກສຽງຂອງພັກ-ລັດ ໃນການໂຄສະນາເຜີຍແຜ່ແນວທາງ ແລະ ຂໍ້ມູນຂ່າວສານໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດອັກເສບປອດສາຍພັນໃໝ່ ໂຄວິດ-19 ໃຫ້ເປັນປົກກະຕິ ແລະ ຕໍ່ເນື່ອງ ສົມທົບກັບກະຊວງ ຖວທ ພາກສ່ວນທີ່ກ່ຽວຂ້ອງທັງພາກລັດ ແລະ ພາກທຸລະກິດດຳເນີນການເກັບກຳຂໍ້ມູນ ສຶກສາຜົນກະທົບຂອງພະຍາດ COVID-19 ແລະ ກຳນົດແຜນການຟື້ນຟູສຳລັບໄລຍະສັ້ນ ແລະ ໄລຍະຍາວ ພ້ອມນັ້ນ ອອກຂໍ້ແນະນຳໃຫ້ບັນດາຫົວໜ່ວຍທຸລະກິດການທ່ອງທ່ຽວ ກ່ຽວກັບບັນດາມາດຕາການຮອງຮັບນັກທ່ອງທ່ຽວ ພາຍຫຼັງພະຍາດໂຄວິດ-19 ຢຸດເຊົາລົງ.
ຜົນສຳເລັດຂອງການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ແມ່ນມາຈາກການເປັນເຈົ້າການ ການມີສ່ວນຮ່ວມໃນການຈັດຕັ້ງປະຕິບັດບັນດາມາດຕະການ ໃນການປ້ອງກັນການລະບາດ ສິ່ງທີ່ໜ້າຊົມເຊີຍອີກ ກໍແມ່ນການມີສ່ວນຮ່ວມໃນການປະກອບສ່ວນທຶນຮອນ ອຸປະກອນຈາກພາກລັດ ເອກະຊົນ ອົງການຈັດຕັ້ງສາກົນ ໃນການເຄື່ອນໄຫວວຽກງານ ຖວທ ໃນກ່ອນ ແລະ ໄລຍະຂອງການປະຕິບັດມາດຕະການປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງ COVID-19.
ສຳລັບອົງການຈັດຕັ້ງສາກົນ ທີ່ໃຫ້ການສະໜັບສະໜູນໃນວຽກງານ ຖວທ ພວກເຮົາໃນໄລຍະຜ່ານມາ ກໍຄື ປັດຈຸບັນ ແມ່ນລວມໄປເຖິງອົງການອຸຍນີເຊັບ ທີ່ໄດ້ໃຫ້ການສະໜັບສະໜູນທາງດ້ານວິຊາການ ຜ່ານກະຊວງ ຖວທ ໂດຍມີການເຝິກອົບຮົມວຽກງານສື່ໃນທຸກໆປີໃນສື່ຂອງ Media Laos ພ້ອມນັ້ນ ອຸຍນີເຊັບ ຍັງໄດ້ໃກ້ການສະໜັບສະໜຸນລາຍການວິທະຍຸຊາວໜຸ່ມ ເຊິ່ງທັງສອງຢ່າງທີ່ອຸຍນີເຊັບໃຫ້ການສະໜັບສະໜູນ ລ້ວນແລ້ວແມ່ນມີຄວາມສຳຄັນໃນການໂຄສະນາ ມາດຕະການໃນການປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງ COVID-19 ໄດ້ດີສົມຄວນ.
ການລົງໄປເຮັດວຽກຄະນະນັກຂ່າວເຄື່ອນໄຫວເກັບກຳຂໍ້ມູນ ກ່ຽວກັບການຈັດຕັ້ງປະຕິບັດມາດຕະການປ້ອງກັນ COVID-19 ຢູ່ແຂວງບໍ່ແກ້ວຄັ້ງນີ້ ແມ່ນການຮ່ວມມືລະຫວ່າງສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາ ກະຊວງສາທາລະນະສຸກ ແລະ ອົງການ ອຸຍນີເຊັບ ໂດຍໄດ້ຮັບການສະໜັບສະໜູນຈາກອົງການອຸຍນີເຊັບ ແລະ USAID.