ວັນທີ 23 ມິຖຸນາ 2020 ທີ່ສູນກາງແນວລາວສ້າງຊາດ ທ່ານ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຄໍານັບຂອງທ່ານ ດຣ. ປີເຕີ ເອັມ. ເຮມອນ ເອກອັກຄະລັດຖະທູດ ສະຫະລັດອາເມຣິກາ ( Dr. Peter M. Haymond) ພ້ອມດ້ວຍຄະນະ ໃນໂອກາດທີ່ມາເຮັດວຽກຢູ່ ສປປ ລາວ.

ໃນໂອກາດນີ້ ທ່ານ ປອ. ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຊົມເຊີຍ ຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມືສອງຝ່າຍ ແລະ ການຊ່ວຍເຫຼືອຂອງສະຫະລັດອາເມຣິກາ ໂດຍໃນໄລຍະຜ່ານມາ ກໍຄືປັດຈຸບັນ ເປັນຕົ້ນ ຊ່ວຍທຶນເກັບກູ້ ແລະ ທໍາລາຍລະເບີດທີ່ຍັງບໍ່ແຕກ ການຊອກຫາສິ່ງເສດເຫຼືອຂອງທະຫານອາເມຣິກາທີ່ຫາຍສາບສູນໃນປາງສົງຄາມຢູ່ ສປປ ລາວ ທຶນຊ່ວຍເຫຼືອດ້ານການຄວບຄຸມ ແລະ ປາບປາມຢາເສບຕິດ ການຮ່ວມມືດ້ານວັດທະນະທໍາ-ສັງຄົມ ການສຶກສາ ສາທາລະນະສຸກ ແລະ ອື່ນໆ ອັນພົ້ນເດັ່ນ ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ 19 ຢູ່ ສປປ ລາວ ນັບແຕ່ເດືອນມີນາເປັນຕົ້ນມາ ສະຫະລັດອາເມຣິກາໄດ້ມອບເຄື່ອງຊ່ວຍເຫຼືອດ້ານອຸປະກອນ ແລະ ເຄື່ອງມືການແພດໃຫ້ ສປປ ລາວ ເຊິ່ງຄະນະສະເພາະກິດປ້ອງກັນພະຍາດໂຄວິດ 19 ໄດ້ຮັບແລ້ວ ແລະ ນໍາໃຊ້ເຂົ້າໃນວຽກງານຕົວຈິງ ນອກຈາກນັ້ນ ໄດ້ປຶກສາຫາລື ແລກປ່ຽນຄໍາຄິດເຫັນກ່ຽວກັບການພົວພັນຮ່ວມມືໃນໄລຍະຜ່ານມາ ລະຫວ່າງ 2 ປະເທດ ລາວ-ສະຫະລັດອາເມຣິກາ ແລະ ໄດ້ມີທິດທາງແຜນການຮ່ວມມືໃນຕໍ່ໜ້າ ເພື່ອເປັນການສືບຕໍ່ເສີມສ້າງສາຍພົວພັນຮ່ວມມືທາງດ້ານການຄ້າ ແລະ ການລົງທຶນຂອງ ສປປ ລາວ ໃນຕໍ່ໜ້ານີ້ ໂອກາດດັ່ງກ່າວນີ້ ທ່ານປະທານສູນກາງແນວລາວສ້າງຊາດ ຍັງໄດ້ໃຫ້ຮູ້ເຖິງພາລະບົດບາດ ສິດ-ໜ້າທີ່ ຂອງແນວລາວສ້າງຊາດ ແລະ ໄດ້ສະແດງຄວາມຂອບໃຈຢ່າງສູງ ຕໍ່ການສະໜັບສະໜູນ ການຊ່ວຍເຫຼືອດ້ານຕ່າງໆຂອງສະຫະລັດອາເມຣິກາ ທີ່ມີຕໍ່ ສປປ ລາວ.

ທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມຂອບໃຈຕໍ່ທ່ານ ປອ ໄຊສົມພອນ ພົມວິຫານ ທີ່ເສຍສະຫຼະເວລາອັນມີຄ່າທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້ ພ້ອມທັງໄດ້ແຈ້ງສະພາບຂອງການມາເຮັດວຽກໃນຄັ້ງນີ້ໃຫ້ປະທານສູນກາງແນວລາວສ້າງຊາດໄດ້ຮັບຊາບ.
# ຂ່າວ & ພາບ: ໄຊບັນດິດ