ນັກວິໄຈເປັນຫ່ວງ “ປັນຍາປະດິດ” ອາດຍາດແຍ່ງວຽກຂອງພະນັກງານຫ້ອງການ

ລະ­ຫວ່າງ​ທີ່​ຫຼາຍ​ຄົນ​ກຳ­ລັງ​ເປັນ​ຫ່ວງ​ເປັນ​ໄຍ ​ວຽກ​ງານ​ໃນ​ພາກ​ອຸດ­ສາ­ຫະ­ກຳ ວ່າ​ຈະ​ຖືກ​ຈັກ​ກົນ​ຍາດ​ແຍ່ງ​ວຽກ​ຫັນ​ມາ​ອີກ​ຄັ້ງ ລະ­ບົບ​ປັນ­ຍາ​ປະ­ດິດ ຫຼື AI ອາດ​ຈະ​ເຂົ້າ​ມາ​ແທນ​ທີ່​ຕຳ­ແໜ່ງ​ງານ​ຂອງ​ພະ­ນັກ­ງານ​ຫ້ອງ­ການ​ໃນ​ເວ­ລາ​ອັນ​ໃກ້​ນີ້​ແລ້ວ ໂດຍ​ໃນ​ການ​ສຶກ​ສາ​ຈາກ Brookings Institute ຢືນ­ຢັນ​ເລີຍ​ວ່າ AI ຈະ​ສະ­ເທືອນ​ຕຳ­ແໜ່ງ​ງານ​ທີ່​ຕ້ອງ​ໃຊ້​ວຸດ​ທິ​ການ​ສຶກ​ສາ​ລະ­ດັບ​ປະ­ລິນ­ຍາ ແລະ ໃນ​ຕຳ­ແໜ່ງ​ທີ່​ຈະ​ໄດ້​ຮັບ​ຄ່າ​ຈ່າງ​ສູງໆ​ອີກ​ດ້ວຍ.

ທ່ານ ມາກ ມູ​ໂຣ ນັກ​ວິ­ໄຈ ອາ­ວຸ­ໂສ​ຈາກ Brookings Institute ບອກ​ວ່າ ຈາກ​ເດີມ​ທີ່​ຄິດ​ວ່າ AI ຈະ​ທົດ​ແທນ​ຕຳ­ແໜ່ງ​ງານ​ຄ່າ​ຈ້າງ​ໜ້ອຍ ແຕ່​ຕອນ​ນີ້ ພົບ​ວ່າ​ປັນ­ຍາ​ປະ­ດິດ​ຈະ​ສາ­ມາດ​ທົດ​ແທນ​ວຽກ​ງານ​ຂອງ​ຄົນ​ລາຍ​ໄດ້​ປານ​ກາງ​ຢ່າງ​ພະ­ນັກ­ງານ​ຫ້ອງ­ການ ຊຶ່ງ​ເປັນ​ສິ່ງ​ທີ່​ໜ້າ​ປະ­ຫຼາດ​ໃຈ​ຢ່າງ​ສູງ.

ລະ­ບົບ​ປັນ­ຍາ​ປະ­ດິດ ອອກ​ແບບ​ມາ​ເພື່ອ​ເຮັດ​ສິ່ງ​ທີ່​ຕ້ອງ​ເພິ່ງ​ພາ​ມັນ­ສະ­ໝອງ​ຂອງ​ມະ­ນຸດ ເຊັ່ນ ການ​ວາງ​ແຜນ ການ​ຮຽນ​ຮູ້ ການ​ໃຫ້​ເຫດ­ຜົນ ແລະ ການ​ແກ້​ບັນ­ຫາ ຊຶ່ງ​ທີມ​ວິ­ໄຈ​ຂອງ Brookings Institute ວິ­ເຄາະ ອາ­ຊີບ​ທີ່​ຈະ​ໄດ້​ຮັບ​ຜົນ​ກະ­ທົບ​ຈາກ AI ໂດຍ​ກົງ ແລະ ພົບ​ວ່າ​ບໍ່​ມີ​ຕຳ­ແໜ່ງ​ງານ​ໃດ​ທີ່​ລອດ​ພົ້ນ​ຈາກ​ເງື້ອມ­ມື​ຂອງ AI ໄປ​ໄດ້.

ທ່ານ ມູ​ໂຣ ຊີ້​ແຈງ​ວ່າ ຕຳ­ແໜ່ງ​ງານ​ທີ່​ໃຊ້​ວຸດ​ທິ​ການ​ສຶກ​ສາ​ປະ­ລິນ­ຍາ​ຕີ 4 ປີ ຈະ​ໄດ້​ຮັບ​ຜົນ​ກະ­ທົບ​ຈາກ AI ຫຼາຍ​ກວ່າ​ຕຳ­ແໜ່ງ​ງານ ທີ່​ໃຊ້​ວຸດ​ທິ​ການ​ສຶກ​ສາ​ລະ­ດັບ​ມັດ­ທະ­ຍົມ​ປາຍ​ເຖິງ 5 ເທົ່າ​ຕົວ ຢ່າງ​ຕຳ­ແໜ່ງ​ງານ​ທີ່​ມີ​ຮູບ​ແບບ​ການ​ເຮັດ​ວຽກ​ແບບ​ຊັດ​ເຈນ​ຕາຍ​ຕົວ ເຊັ່ນ ນັກ​ວິ­ເຄາະ​ຕະ­ຫຼາດ ຜູ້​ຈັດ­ການ​ຝ່າຍ​ຂາຍ ໂປຣ​ແກຣມ​ເມີ ນັກ​ວິ­ເຄາະ​ຝ່າຍ ບໍ­ລິ­ຫານ ແລະ ວິ­ສະ­ວະ­ກອນ ນັ້ນ ເປັນ​ເພາະ­ວ່າ AI ຖືກ​ອອກ​ແບບ​ໃຫ້​ມີ​ທັກ​ສະ​ທີ່​ຈຳ­ເປັນ​ຂອງ​ມະ­ນຸດ​ຫ້ອງ­ການ ໂດຍ​ສະ­ເພາະ ຕຳ­ແໜ່ງ​ຝ່າຍ​ບໍ­ລິ­ຫານ​ຢ່າງ​ຜູ້​ຈັດ­ການ ແລະ ຝ່າຍ​ວິ­ເຄາະ ເຊິ່ງ​ເປັນ​ວຽກ​ຖະ­ໜັດ​ຂອງ AI ໃນ​ແງ່​ຂອງ​ການ​ໃຊ້​ທັກ​ສະ­ການ​ຕັດ­ສິນ​ໃຈ ແລະ ການ​ເພີ່ມ​ປະ­ສິດ­ທິ­ພາບ​ໃນ​ການ​ເຮັດ​ວຽກ.

ຈາກ​ຄວາມ​ທ້າ​ທາຍ​ທີ່​ຄືບ​ຄານ​ເຂົ້າ​ມາ​ໃກ້​ທຸກ​ຂະ­ນະ ທີມ​ວິ­ໄຈ​ຂອງ Brookings Institute ແນະ­ນຳ​ວ່າ ການ​ປັບ​ຕົວ​ເປັນ​ສິ່ງ​ຈຳ­ເປັນ​ຮີບ​ດ່ວນ​ສຳ­ລັບ​ມະ­ນຸດ​ໃນ​ທຸກ​ແຫ່ງ​ຫົນ ໃນ​ການ​ເພີ່ມ​ຄຸນ­ຄ່າ​ໃຫ້​ກັບ​ວຽກ​ທີ່​ເຮັດ​ຢູ່.

ຂະ­ນະ​ທີ່​ທ່ານ ເອ​ນິ​ມາ ອະ­ນັນ​ກຸ​ມາຣ໌ ຫົວ­ໜ້າ​ຝ່າຍ Machine Learning ຂອງ Nvidia ກ່າວ​ວ່າ ພະ­ນັກ­ງານ​ທຸກ​ຄົນ​ຄວນ​ປະ​ເມີນ​ອະ­ນາ­ຄົດ​ຂອງ​ບົດ­ບາດ​ໜ້າ­ທີ່ ທີ່​ໄດ້​ຮັບ​ໃນ​ວຽກ​ທີ່​ເຮັດ​ດ້ວຍ 3 ຄຳ​ຖາມ​ສຳ­ຄັນ​ຄື ວຽກ​ທີ່​ເຮັດ​ຢູ່ ເປັນ​ວຽກ​ທີ່​ເຮັດ​ຊ້ຳ​ຊາກ​ຫຼື​ບໍ່ ? ມີ​ຮູບ​ແບບ​ການ​ປະ​ເມີນ​ຜົນ­ງານ​ທີ່​ຊັດ​ເຈນ​ຫຼື​ບໍ່ ? ແລະ ວຽກ​ທີ່​ເຮັດ​ກ່ຽວ­ຂ້ອງ​ກັບ​ຂໍ້​ມູນ​ມະ­ຫາ­ສານ ເພື່ອ​ໃຊ້​ໃນ​ການ​ເຝິກ­ຝົນ AI ດ້ວຍ​ຫຼື​ບໍ່ ? ຖ້າ​ຄຳ​ຕອບ​ທັງ​ໝົດ​ຄື “ແມ່ນ” ກໍ​ຢືນ­ຢັນ​ໄດ້​ວ່າ AI ໃກ້​ຍາດ​ແຍ່ງ​ວຽກ​ງານ​ນີ້​ຂອງ​ທ່ານ​ໄປ​ໃນ​ອີກ​ບໍ່​ເທົ່າ­ໃດ​ສິບ​ປີ​ຂ້າງ​ໜ້າ​ແນ່­ນອນ.

ທ່ານ ອະ­ນັນ​ກຸ​ມາຣ໌ ແນະ­ນຳ​ວ່າ ພະ­ນັກ­ງານ​ທີ່​ສ່ຽງ​ຕໍ່​ການ​ຖືກ AI ຍາດ​ແຍ່ງ​ວຽກ ຄວນ​ມຸ່ງ​ເປົ້າ​ໄປ​ທີ່​ຕຳ­ແໜ່ງ​ງານ​ທີ່​ຕ້ອງ​ໃຊ້​ຄວາມ​ຄິດ​ສ້າງ­ສັນ ແລະ ສັນ­ຊາດ​ຕະ​ຍານ​ມະ­ນຸດ ເພີ່ມ​ທັກ​ສະ​ແບບ Soft Skill ແລະ ດ້ານ​ເຕັກ​ໂນ​ໂລ​ຊີ​ຊຶ່ງ​ໃຫ້​ຮູ້​ເທົ່າ​ທັນ AI ຂະ­ນະ​ດຽວ​ກັນ ຕ້ອງ​ມີ growth mindset ໃນ​ແງ່​ຂອງ​ການ​ຍອມ­ຮັບ ແລະ ປັບ​ເພີ່ມ​ການ​ຮຽນ​ຮູ້​ທັກ​ສະ​ໃໝ່ ເພື່ອ​ເປີດ​ປະ­ຕູ​ແຫ່ງ​ໂອ­ກາດ​ທີ່​ຈະ​ເຂົ້າ​ມາ​ໃນ​ອະ­ນາ­ຄົດ.

error: Content is protected !!