ຫາດຊາຍຟອງ ໄຂຕະຫຼາດນັດວາງສະແດງ ແລະ ຈຳໜ່າຍສິນຄ້າ

    ເພື່ອຄໍານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ VII ອົງຄະນະພັກເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ (ນວ) ກໍຄືວັນສຳຄັນຕ່າງໆຂອງພັກ ຂອງຊາດ ໂດຍປະຕິບັດຕາມການຊີ້ນຳ-ນຳພາຂອງພະແນກອຸດສາຫະກຳ ແລະ ການຄ້າ ນວ ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງຫາດຊາຍຟອງ ໄດ້ປະ ສານສົມທົບກັບຕະຫຼາດສົມຫວັງ KM8 ບ້ານຫາດຊາຍຂາວ ຈັດງານຕະຫຼາດນັດວາງສະແດງ ແລະ ຈຳໜ່າຍສິນຄ້າໂອດ໋ອບ ຜົນຜະລິດກະສິກຳສະອາດ ເບ້ຍໄມ້ ແລະ ອື່ນໆ ຂຶ້ນວັນທີ 23-28 ມິຖຸນາ 2020  ໂດຍມີທ່ານ ຖາວອນ ສີຫາມາຍາ ຮອງເຈົ້າເມືອງຫາດຊາຍຟອງ ທ່ານ ໂສວັນ ນຸພາບພະວົງສີ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ທ່ານ ສົມໝາຍ ອຸ່ນສີດາ ຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າເມືງຫາດຊາຍຟອງ ກ່າວວ່າ: ປັດຈຸບັນສະພາບການພາກພື້ນ ແລະ ສາກົນ ກໍຄືປະເທດເຮົາພວມສຸມໃສ່ມາດຕະການສະກັດກັ້ນພະ ຍາດໂຄວິດ-19 ເຊິ່ງມັນສົ່ງຜົນກະທົບເຖິງຊີວິດການເປັນຢູ່ ແລະ ເສດຖະກິດ-ສັງຄົມຂອງປະຊາຊົນຫຼາຍສົມຄວນ ການເປີດຕະຫຼາດນັດວາງສະແດງ ແລະ ຈຳໜ່າຍສິນຄ້າໂອດ໋ອບຄັ້ງນີ້ ເປັນການຊຸກຍູ້-ສົ່ງເສີມໃຫ້ປະຊາຊົນມີວຽກເຮັດງານທຳ ມີລາຍຮັບເຂົ້າຄອບຄົວ ທັງແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ສັງຄົມມີຄວາມສະຫງົບ ສີວິໄລ ຕາມແນວທາງຂອງພັກ-ລັດຖະບານວາງອອກ.

    ງານຕະຫຼາດນັດຄັ້ງນີ້ ມີຮ້ານຄ້າເຂົ້າຮ່ວມ 138 ຮ້ານ ຄື: ກຸ່ມຜະລິດກະສິກໍາສະອາດ 4 ຮ້ານ ກຸ່ມສິນຄ້າໂອດ໋ອບ 23 ຮ້ານ ກຸ່ມຄອບຄົວຕົວແບບ 14 ຮ້ານ ກຸ່ມຜະລິດເບ້ຍໄມ້ 16 ຮ້ານ ຮ້ານຂາຍເຄື່ອງທົ່ວໄປ 15 ຮ້ານ ຮ້ານຂາຍເຄື່ອງແຫ້ງ 20 ຮ້ານ ປຸງແຕ່ງອາຫານ 10 ຮ້ານ ແລະ ອື່ນໆ 35 ຮ້ານ.

error: Content is protected !!