ວັນທີ 25 ມິຖຸນາ 2020 ທີ່ຫ້ອງວ່າການປົກຄອງນະຄອນຫລວງວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາລື ຄົ້ນຄວ້າກ່ຽວກັບການແກ້ໄຂຊຸມສາຍຢູ່ນະຄອນຫຼວງວຽງຈັນ ເປັນປະທານຮ່ວມຂອງທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ແລະ ທ່ານ ບຸນສະເຫຼີມໄຊ ເຄນນາວົງ ຮອງລັດຖະມົນຕີກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ແລະ ມີບັນດາພາກສ່ວນຕ່າງໆທີ່ກ່ຽວຂ້ອງເຂົ້າຮ່ວມ.


ກອງປະຊຸມໃນຄັ້ງນີ້ ຈັດຂຶ້ນເພື່ອປຶກສາຫາລື ແລະ ຊອກຫາວິທີການແກ້ໄຂຊຸມສາຍຢູ່ນະຄອນຫຼວງວຽງຈັນ ໃນກອງປະຊຸມໃນຄັ້ງນີ້ ໄດ້ເຊີນບັນດາບໍລິສັດທີ່ມີປະສົບການກ່ຽວກັບການແກ້ໄຂຊຸມສາຍມານຳສະເໜີເຕັກນິກ ແລະ ວິທີການແກ້ໄຂຊຸມສາຍ ຈາກນັ້ນ ກອງປະຊຸມຈະໄດ້ຄົ້ນຄວ້າ ແລະ ເປັນເອກະພາບກັນຮັບຮອງເອົາມາດຖານເຕັກນີກ ແລະ ວິທີແກ້ ເພື່ອນຳເປັນແຜນການແກ້ໄຂຊຸມສາຍຢູ່ນະຄອນຫຼວງວຽງຈັນ. ນອກຈາກນັ້ນ ຍັງໄດ້ກຳນົດເອົາເສັ້ນທາງເພື່ອສຸມໃສ່ແກ້ໄຂຊຸມສາຍ 6 ເດືອນທ້າຍປີ 2020 ວາງແຜນ ການແກ້ໄຂສະເພາະໜ້າ ຮຽກຮ້ອງໃຫ້ພາກສ່ວນທີ່ມີສາຍເກາະຫ້ອຍ ໃຫ້ເປັນເຈົ້າການ ແລະ ເອົາໃຈໃສ່ ກວດກາແກ້ໄຂບັນດາຊຸມສາຍຂອງຕົນເປັນປະຈຳ ຖ້າເຫັນວ່າເສັ້ນໃດບໍ່ໄດ້ນຳໃຊ້ແລ້ວ ແມ່ນໃຫ້ຮື້ຖອນອອກ ໃຫ້ມີເຄື່ອງໜາຍໃສ່ສາຍຂອງຕົນ ສຳລັບການແກ້ໄຂໄລຍະຍາວ ຄວນໃຫ້ມີການວາງແຜນເອົາລົງພື້ນດິນ ຫຼືຊຸກຍູ້ໃຫ້ນຳໃຊ້ສາຍຮ່ວມກັນ ນຳໃຊ້ລະບົບບໍ່ມີສາຍ ຫຼືນຳໃຊ້ກໍໃຫ້ມີໜ້ອຍທີ່ສຸດ ພ້ອມທັງໃຫ້ມີການຂື້ນແຜນການແກ້ໄຂຊຸມສາຍຂອງຕົນເອງ.

# ຂ່າວ & ພາບ: ເພັດສະໝອນ