ສປປ ລາວ ມີຜູ້ເສຍຊີວິດໃໝ່ເພີ່ມ 1 ຄົນ ຍ້ອນການຕິດເຊື້ອພະຍາດໂຄວິດ-19

    ອີງຕາມບົດຖະແຫຼງຂ່າວຂອງຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ໃຫ້ຮູ້ວັນທີ 14 ພຶດສະພາ 2021 ນີ້ວ່າ: 

    ໃນວັນທີ 13 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1.200 ຕົວຢ່າງ ຜົນກວດວິເຄາະ ແມ່ນພົບຜູ້ຕິດເຊື້ອໃໝ່ 16 ຕົວຢ່າງ ເຮັດໃຫ້ຈໍານວນຜູ້ຕິດເຊື້ອສະສົມທັງໝົດ 1.498 ຄົນ ເສຍຊີວິດໃໝ່ 1 ຄົນ ເພດຊາຍ ອາຍຸ 29 ປີ ອາຊີບ: ຫວ່າງງານ ບ້ານ: ວຽງຈະເລີນ ຮ່ອມ 8 ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ ຜູ້ກ່ຽວມີນ້ຳໜັກ 100 ກວ່າກີໂລ ດື່ມເຫຼົ້າ ແລະ ສູບຢາໄຟຟ້າ ພະຍາດປະຈຳໂຕ: ເບົາຫວານ ແລະ ຄວາມດັນສູງ. 

    ໃນວັນທີ 11 ພຶດສະພາ 2021 ເວລາ 11:00 ໂມງ ຜູ້ກ່ຽວເຂົ້າມາໂຮງໝໍສຸນກາງ 103 ດ້ວຍອາການທີ່ເຂົ້າກັບນິຍາມກໍລະນີ SARI ແພດໄດ້ປະເມີນອາການຜູ້ກ່ຽວໃນເບື້ອງຕົ້ນ ເຫັນວ່າ ມີອາການໜັກ ຈຶ່ງນຳສົ່ງຜູ້ກ່ຽວເຂົ້າຫ້ອງມໍລະສຸມ ICU ທັນທີ ພ້ອມທັງເກັບຕົວຢ່າງກວດຊອກຫາເຊື້ອ. 

    ໃນວັນທີ 12 ພຶດສະພາ 2021 ຜົນກວດພົບເຊື້ອໂຄວິດ-19. 

    ວັນທີ 13 ພຶດສະພາ 2021 ເວລາ 15:30 ໂມງ ຜູ້ກ່ຽວເສຍຊີວິດ ເຊິ່ງປັດຈຸບັນ ຈໍານວນຜູ້ເສຍຊິວິດສະສົມທັງໝົດ 2 ຄົນ. 

    ໃນຈຳນວນຜູ້ຕິດເຊື້ອທັງໝົດ ແມ່ນໄດ້ຮັບການປິ່ນປົວດີທັງໝົດ 513 ຄົນ (ໃໝ່ 82 ຄົນ) ແລະ ພວກກ່ຽວຈະຕ້ອງໄປສືບຕໍ່ຈຳກັດບໍລິເວນຢູ່ເຮືອນຈົນຄົບກຳນົດຕາມຄຳແນະນຳຂອງແພດຢ່າງເຄັ່ງຄັດ ແລະ ຍັງນອນສືບຕໍ່ຕິດຕາມປິ່ນປົວຢູ່ສະຖານທີ່ຄະນະສະເພາະກິດກຳນົດໄວ້ໃນຕ່ລະແຂວງ ຈຳນວນ 983 ຄົນ. ສໍາລັບຄົນເຈັບຕິດເຊື້ອໃໝ່ຈາກນະຄອນຫຼວງ 1 ຄົນ ແລະ ຈໍາປາສັກ 15 ຄົນ (ກໍລະນີນໍາເຂົ້າແຮງງານລາວຢູ່ແຂວງຈໍາປາສັກແມ່ນມີ 15 ກໍລະນີ ເຫຼືອຈາກນັ້ນແມ່ນກໍລະນີຕິດເຊື້ອພາຍໃນຊຸມຊົນ 1 ກໍລະນີ).

# ຂ່າວ & ພາບ : ວຽງມາ 

error: Content is protected !!