ວັນທີ 13 ພຶດສະພາ 2021 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ໂຮງແຮມພະນະເທບ ໄດ້ມອບເຄື່ອງຊ່ວຍເຫຼືອຕ້ານພະຍາດໂຄວິດ-19 ໃຫ້ນະຄອນຫຼວງວຽງຈັນ ກ່າວມອບໂດຍທ່ານນາງ ມະນີວັນ ສິດຕະພົນ ຮອງຜູ້ອຳນວຍການໂຮງແຮມພະນະເທບ ແລະ ກ່າວຮັບໂດຍທ່ານນາງ ບົວວອນ ສຸກລາແສງ ຫົວໜ້າຫ້ອງວ່າການນະຄອນຫຼວງວຽງຈັນ ຕາງໜ້າໃຫ້ຄະນະສະເພາະກິດຄວບຄຸມ ຕ້ານ ແລະ ປ້ອງກັນພະຍາດໂຄວິດ-19 ຂັ້ນນະຄອນຫຼວງວຽງຈັນ ມີພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ສຳລັບເຄື່ອງທີ່ໂຮງແຮມພະນະເທບ ນໍາມາຊ່ວຍເຫຼືອຄັ້ງນີ້ ເປັນເຄື່ອງອຸປະກອນການແພດ ເຄື່ອງວັດແທກອຸນຫະພູມຈຳນວນ 160 ເຄື່ອງ ລວມມູນຄ່າ 48 ລ້ານກີບ.


.
# ຂ່າວ & ພາບ : ສົມສະຫວັນ