ໃນຕອນເຊົ້າວັນທີ 13 ພຶດສະພາ 2021 ຢູ່ທີ່ຫ້ອງວ່າການເມືອງສັງທອງ ນະຄອນຫຼວງວຽງຈັນ ໄດ້ມີພິທີມອບ-ຮັບ ເຄື່ອງຊ່ວຍເຫຼືອຈາກສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ແລະ ມູນນິທິແມ່ຍິງລາວກ້າວໜ້າ ເພື່ອພັດທະນາຊ່ວຍເຫຼືອສັງຄົມ ໃຫ້ແກ່ເມືອງສັງທອງ ລວມມູນຄ່າ 22 ລ້ານກ່ວາກີບ ເພື່ອນໍາໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ເມືອງສັງທອງ.

ໂອກາດດັ່ງກ່າວ ຕາງໜ້າສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ແລະ ມູນນິທິແມ່ຍິງລາວກ້າວໜ້າ ເພື່ອພັດທະນາຊ່ວຍເຫຼືອສັງຄົມ ກ່າວມອບໃຫ້ແກ່ເມືອງສັງທອງ ກ່າວຮັບໂດຍທ່ານ ພົງສະຫວັນ ສີລິພັນ ເລຂາຄະນະພັກ ເຈົ້າເມືອງ ປະທານຄະນະກໍາມະການຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19 ເມືອງສັງທອງ ມີບັນດາພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມຢ່າງພ້ອມພຽງ.

ການມອບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ທາງສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ໄດ້ມອບຜ້າອັດປາກ 10 ກັບ ນໍ້າດື່ມ 20 ແພັກ ເຈ້ຍທີຊູ ນໍ້າຢາລ້າງຫ້ອງນໍ້າ 1 ແກັດ ຂະໝົມ 4 ແກັດ ໝີ່ສໍາເລັດຮູບ 4 ແກັດ ແຟັບ 1 ແກັດ ສະບູລ້າງມື 12 ກ້ອນ ຢາສະຜົມ ໂອວັນຕິນ 1 ແກັດ ກາເຟ 1 ແກັດ ລວມມູນຄ່າ 10 ລ້ານກີບ ແລະ ມູນນິທິແມ່ຍິງລາວກ້າວໜ້າ ເພື່ອພັດທະນາຊ່ວຍເຫຼືອສັງຄົມ ໄດ້ມອບຄື: ເຂົ້າສານ 12 ເປົາ ປາກະປ໋ອງ 9 ແກັດ ໝີ່ໄວໆ 36 ແກັດ ເຂົ້າໝົມໝີ່ໄວໆຊ້າງນ້ອຍ 20 ແກັດ ເຂົ້າໝົມໝາກພ້າວ 4 ແກັດ ແປ້ງນົວ 1 ຖົງ ຜ້າປິດປາກ 25 ກັບ ໄຂ່ 40 ແຕະ ລວມມູນຄ່າ 12.925.000 ກີບ ເຄື່ອງດັ່ງກ່າວແມ່ນຈະໄດ້ນໍາໄປແຈກຢາຍໃຫ້ແກ່ບ້ານລຽບຕາມຊາຍແດນ ແລະ ບ້ານອື່ນໆໃນທົ່ວເມືອງສັງທອງ ແລະ ຈຸດດ່ານກວດຄົນເຂົ້າເມືອງຈໍານວນ 2 ດ່ານຄື: ຈຸດດ່ານກວດບ້ານເຕົາໄຫ ແລະ ຈຸດດ່ານກວດບ້ານໃໝ່ປາກສັງ.

.
# ຂ່າວ & ພາບ : ວຽງມາ