ຄະນະສະເພາະກິດເມືອງຫົງສາ ຊຸກຍູ້ການປະຕິບັດໜ້າທີ່ປ້ອງກັນພະຍາດໂຄວິດ-19 ຢູ່ຂັ້ນບ້ານ

    ທ່ານ ແຫຼ້ ອ່ອນສົມບູນ ຮອງເຈົ້າເມືອງຫົງສາ ຮອງຫົວໜ້າຄະນະສະເພາະກິດຂັ້ນເມືອງ ພ້ອມຄະນະ ລົງຊຸກຍູ້ການປະຕິບັດໜ້າທີ່ປ້ອງກັນການແຜ່ລະບາດພະຍາດໂຄວິດ-19 ຢູ່ບ້ານທ່າຊວ່າງ ບ້ານແກ້ງແອນ ແລະ ບ້ານທ່ານຸ່ນ (ບ້ານທີ່ຢູ່ລຽບນໍ້າຂອງ) ເມືອງຫົງສາ ແຂວງໄຊຍະບູລີ ວັນທີ 13 ພຶດສະພາ 2021 ໂດຍການຕ້ອນຮັບຈາກອໍານາດການປົກຄອງບ້ານ ປກສ ແລະ ແພດໝໍປະຈຳກຸ່ມບ້ານດັ່ງກ່າວ.

    ທ່ານ ແຫຼ້ ອ່ອນສົມບູນ ໄດ້ຍົກໃຫ້ເຫັນສະພາບການລະບາດຂອງເຊື້ອພະຍາດໂຄວິດ-19 ໃນໂລກ ກໍຄືໃນ ສປປ ລາວ ໂດຍພາຍຫຼັງທີ່ໄດ້ຮັບການຊີ້ນຳຈາກທ່ານເຈົ້າແຂວງໄຊຍະບູລີ ໃນການເພີ່ມທະວີປ້ອງກັນ ແລະ ສະກັດກັ້ນການລະບາດພະຍາດໂຄວິດ-19 ແລ້ວ ຄະນະສະເພາະກິດຂັ້ນເມືອງຫົງສາ ກໍໄດ້ລົງຊີ້ນຳແຕ່ລະບ້ານຢ່າງທົ່ວເຖິງ ໂດຍມີການໂຄສະນາປະຕິບັດມາດຕະການຕ່າງໆແກ່ປະຊາຊົນຮັບຮູ້-ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ຜົນຮ້າຍຂອງພະຍາດໂຄວິດ-19 ແລະ ວິທີປ້ອງກັນ ການຈັດຕັ້ງເວນຍາມເຂົ້າ-ອອກພາຍໃນເມືອງ ລະຫວ່າງບ້ານຕໍ່ບ້ານຢ່າງເຂັ້ມງວດ.

    ໂອກາດລົງຊຸກຍູ້ການປະຕິບັດໜ້າທີ່ປ້ອງກັນການແຜ່ລະບາດພະຍາດໂຄວິດ-19 ຄັ້ງນີ້ ທ່ານຮອງເຈົ້າເມືອງຍັງໄດ້ມອບຜ້າອັດປາກ-ດັງ ໃຫ້ອໍານາດອົງການປົກຄອງບ້ານ ເຈົ້າໜ້າທີ່ ປກສ ແລະ ແພດໝໍປະຈຳກຸ່ມບ້ານ ເພື່ອປ້ອງກັນໃນເວລາປະຕິບັດໜ້າທີ່ ພ້ອມນີ້ ທ່ານຍັງໄດ້ຮຽກຮ້ອງໃຫ້ອົງການປົກຄອງບ້ານ ແລະ ເຈົ້າໜ້າທີ່ ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຄື: ໃສ່ຜ້າປິດປາກ-ດັງ ລ້າງມື ແລະ ຂ້າເຊື້ອພະຍາດດ້ວຍເຈວ ຫຼື ທາດເຫຼົ້າ ຫຼີກເວັ້ນການຊຸມແຊວ ໃຫ້ມີສະຕິໃນການຮັບຟັງ ຂ່າວຈາກສື່ອອນລາຍຕ່າງໆ ເອົາໃຈໃສ່ກວດກາຄົນເຂົ້າ-ອອກ ຈັດຕັ້ງເວນຍາມປ້ອງກັນຕະຫຼອດ 24 ຊົ່ວ ໂມງ ແລະ ໃນໄລຍະລະດູການຜະລິດນີ້ ປະຊາຊົນຕ້ອງເພີ່ມທະວີໃນການຜະລິດ ເພື່ອຮັບປະກັນດ້ານສະ ບຽງອາຫານໃຫ້ມີສ່ວນແຮໄວ້. 

# ຂ່າວ & ພາບ : ສະບາໄພ 

error: Content is protected !!