ນະຄອນຫຼວງ ໄດ້ຮັບເຄື່ອງຊ່ວຍເຫຼືອຈາກໂຮງແຮມຄຣາວ ພລາຊາ

    ວັນທີ 13 ພຶດສະພາ 2021 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ຮັບເຄື່ອງຊ່ວຍເຫຼືອຈາກໂຮງແຮມຄຣາວ ພລາຊາວຽງຈັນ ແລະບໍລິສັດ BIM Group Vietnam ກ່າວມອບໂດຍທ່ານນາງ Putain Puyat ຜູ້ຈັດການໃຫຍ່ໂຮງແຮມຄຣາວ ພລາຊາວຽງຈັນ ມີພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ. 

     ສຳລັບເຄື່ອງທີ່ສອງພາກສ່ວນນຳມາຊ່ວຍເຫຼືອນະຄອນຫຼວງວຽງຈັນເພື່ອຕ້ານພະຍາດໂຄວິດ-19 ຄັ້ງນີ້ ປະກອບມີເກືອບ 10 ລາຍການທີ່ເປັນອຸປະກອນການແພດ ເປັນຕົ້ນ ນໍ້າຢາຂ້າເຊື້ອ ເຄື່ອງວັດແທກອຸນຫະພູມ ຜ້າປິດປາກ-ປິດດັງ ນໍ້າດື່ມ ແລະ ອື່ນໆ ລວມມູນຄ່າທັງໝົດ 250 ລ້ານກີບ.

# ຂ່າວ & ພາບ : ສົມສະຫວັນ 

error: Content is protected !!