ວັນທີ 13 ພຶດສະພາ 2021 ທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ບໍລິສັດ ອຳມະຕະລາວລ້ານຊ້າງ ຈຳກັດ ໄດ້ນຳເອົາເຄື່ອງໄປຊ່ວຍເຫຼືອໃຫ້ແກ່ກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ (ກົມ ຕມ) ລວມມູນຄ່າ 120 ລ້ານກີບ ໃນນັ້ນ ເປັນເງິນສົດ 100 ລ້ານກີບ ແລະ ເຄື່ອງອຸປະໂພກ-ບໍລິໂພກ ຈຳນວນໜຶ່ງ ມູນຄ່າ 20 ລ້ານກີບ ເພື່ອນໍາໃຊ້ໃນການຮັບມືການສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ໃຫ້ດີຍິ່ງຂື້ນ ເຊິ່ງໃຫ້ກຽດມອບໂດຍທ່ານ ອາລາວອນ ວົງສັນຕິ ປະທານບໍລິສັດ ອຳມະຕະລາວລ້ານຊ້າງ ຈຳກັດ ແລະ ຮັບໂດຍທ່ານ ພັອ ສາຍສະໝິງ ສີວິໄລ ຫົວໜ້າກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ ກະຊວງປ້ອງກັນຄວາມສະຫງົບ ໂດຍມີພະນັກງານສອງພາກສ່ວນເຂົ້າຮ່ວມ.

ສໍາລັບເຄື່ອງຊ່ວຍເຫຼືອດັ່ງກ່າວ ກົມ ຕມ ຈະໄດ້ນໍາໄປແຈກຢາຍມອບຕໍ່ໃຫ້ກັບບັນດາດ່ານຕຳຫຼວດກວດຄົນເຂົ້າ-ອອກເມືອງຕ່າງໆໃນຂອບເຂດທົ່ວປະເທດ ທີ່ມີຄວາມຈຳເປັນຢູ່ໃນສະພາບປັດຈຸບັນ ກໍຄືໄລຍະການຕ້ານ ແລະ ສະກັດກັ້ນ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໃນຄັ້ງນີ້ໃຫ້ຜ່ານພົ້ນໄປດ້ວຍດີ.

.
# ຂ່າວ & ພາບ : ລັດເວລາ