ເປີດຕະຫຼາດກະສິກຳອິນຊີໜອງໄຮ ອຳນວຍຄວາມສະດວກໃຫ້ຜູ້ບໍລິໂພກ

    ໃນວັນທີ 2 ກໍລະກົດ 2020 ກຸ່ມກະສິກຳອິນຊີນະຄອນຫຼວງວຽງຈັນ ໄດ້ເປີດຕະຫຼາດກະສິກຳອິນຊີເປັນແຫ່ງທີ 6 ຢູ່ດ້ານຫຼັງພະແນກກະສິກຳ-ປ່າໄມ້ນະຄອນຫຼວງວຽງຈັນ ຕັ້ງຢູ່ບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ (ທາງຕັດໄປດົງຄຳຊ້າງ) ເຊິ່ງຕະຫຼາດແຫ່ງນີ້ຈະເປີດຂາຍໃນ 2 ມື້ຄື: ວັນຈັນ…

ຫາລືວຽກງານສ້າງແຜນຮັບບໍລິຈາກເລືອດຮ່ວມກັບ ມຊ

    ວັນທີ 1 ກໍລະກົດ 2020 ສູນເລືອດແຫ່ງຊາດ ອົງກາແດງລາວ ຮ່ວມກັບມະຫາວິທະຍາໄລແຫ່ງຊາດ (ມຊ) ຈັດກອງປະຊຸມປຶກສາຫາລືກ່ຽວກັບການປັບແຜນການຮັບບໍລິຈາກເລືອດຄືນໃໝ່ ແລະ ມີແຜນຈັດກິດຈະກຳບໍລິຈາກເລືອດແບບເປີດກວ້າງ ເພື່ອແກ້ໄຂການຂາດແຄນເລືອດທີ່ມີຢູ່ປັດຈຸບັນ ພາຍຫຼັງທີ່ລັດຖະບານໄດ້ມີມາດຕະການຜ່ອນຜັນກ່ຽວກັບການຕ້ານ ແລະ ສະກັດກັ້ນພະຍາດ Covid-19…

ຮ່ວມເປັນເຈົ້າພາບລະດົມທຶນບູລະນະພະທາດວັດຖິ່ນຊ້ອຍ

    ຜ່ານມາ ພັກ-ລັດຖະບານ ກໍຄືອົງການປົກຄອງນະຄອນຫຼວງວຽງຈັນ ຮ່ວມກັບຫຼາຍພາກສ່ວນ ໄດ້ບູລະນະປະຕິສັງຂອນສະຖານທີ່ທ່ອງທ່ຽວວັດທະນະທຳຫຼາຍໂຄງການ ເປັນຕົ້ນ ຫໍພະແກ້ວ ພະທາດຫຼວງວຽງຈັນ ວັດສີສະເກດ ແລະ ອື່ນໆ ອັນໄດ້ເຮັດໃຫ້ສະຖານທີ່ດັ່ງກ່າວມີໂສມໜ້າໃໝ່ທີ່ງົດງາມ ເປັນທີ່ດຶງດູດຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດທີ່ເຂົ້າໄປສັກກາລະບູຊາ ແລະ…

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ອັດລົງດ້ວຍຜົນສໍາເລັດ

    ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VIII  ໄດ້ອັດລົງດ້ວຍຜົນສໍາເລັດໃນວັນທີ 2 ກໍລະກົດ 2020 ທີ່ສະພາແຫ່ງຊາດ (ຫຼັກ 6) ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ທ່ານ…

ການບໍລິການຄົນເຈັບຢູ່ໂຮງໝໍເມືອງໄຊທານີ ພົບຄວາມຫຍຸ້ງຍາກ

    ເມືອງໄຊທານີ ເປັນເມືອງໜຶ່ງຂອງນະຄອນຫຼວງວຽງຈັນ ມີຫຼາຍບ້ານຕັ້ງຢູ່ກະແຈກກະຈາຍ ແລະ ຫ່າງໄກຈາກເທສະບານເມືອງ ເຊິ່ງມີສຸກສາລາປະຈໍາບ້ານໄວ້ບໍລິການປະຊາຊົນ 11 ເຂດ ແລະ ມີໂຮງໝໍເມືອງ 1 ແຫ່ງ ປັດຈຸບັນເຫັນວ່າການບໍລິການຍັງພົບຄວາມຫຍຸ້ງຍາກ ໂດຍສະເພາະໂຮງໝໍເມືອງ ມີຄວາມສາມາດປິ່ນປົວແຕ່ຜູ້ທີ່ປ່ວຍທົ່ວໄປໃນລະດັບທີ່ເບົາບາງ.…

ສສຊ ຮັບຮອງເອົາບົດລາຍງານຂອງຄະນະປະຈຳສະພາ

    ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VIII ວັນທີ 2 ກໍລະກົດ 2020 ທີ່ສະພາແຫ່ງຊາດ (ຫຼັກ 6) ເປັນປະທານຂອງທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ ມີທ່ານ…

ນັກໂທດຈຳນວນ 60 ຄົນ ໄດ້ຮັບການປ່ອຍຕົວກ່ອນກຳນົດ

ໃນ​ໄລ­ຍະ​ຜ່ານ​ມາ ຫຼາຍ​ທ່ານ​ກໍ​ຄົງ​ໄດ້​ຕິດ­ຕາມ ຄໍ​ລຳ​ປະ­ກົດ​ການ​ຫຍໍ້­ທໍ້ ທາງ​ໜັງ­ສື­ພິມ​ວຽງ​ຈັນ​ໃໝ່ ພວກ​ເຮົາ ເຊິ່ງ​ໄດ້​ນຳ​ເອົາ​ປະ­ກົດ​ການ​ຕ່າງໆ ທີ່​ເກີດ​ຂຶ້ນ​ໃນ​ສັງ­ຄົມ​ລາວ​ເຮົາ ບໍ່​ວ່າ​ຈະ​ຄະ­ດີ​ກ່ຽວ​ພັນ​ກັບ​ຢາ​ເສບ​ຕິດ ປຸ້ນ​ຈີ້​ຊິງ​ຊັບ ຕົວະ​ຕົ້ມ ແລະ ອື່ນໆ ໂດຍ​ລວມ​ແລ້ວ​ແມ່ນ ເພື່ອ​ສ່ອງ​ແສງ​ໃຫ້​ທຸກ​ຊັ້ນ​ຄົນ​ໃນ​ສັງ­ຄົມ ໃຫ້​ມີ​ສະ­ຕິ ເພື່ອ​ບໍ່​ໃຫ້​ເກີດ​ປະ­ກົດ​ການ​ທີ່​ເປັນ​ທາງ​ລົບ​ກັບ​ໂຕ​ເລົ່າ…

ນ້ຳຕາຜີເຜດ ຕົ້ນເຫດຂອງໄພອັນຕະລາຍ

ອີກ​ບໍ່​ດົນ​ກໍ​ຈະ​ຮອດ​ບຸນ​ເຂົ້າ​ພັນ​ສາ​ແລ້ວ​ເດ (5 ກໍ­ລະ­ກົດ​ປີ​ນີ້) ແນ່­ນອນ​ໃນ​ມື້​ນັ້ນ ຄົງ​ມີ​ຫຼາຍ​ຄົນ​ອະ­ທິ­ຖານ​ສາ­ບານ​ວ່າ ຈະ​ງົດ​ສິ່ງ​ອະ­ບາຍ​ຍະ​ມຸກ​ທີ່​ຕົນ​ເຄີຍ​ເຮັດ​ມາ ໃນ​ນັ້ນ ລວມ​ທັງ​ຄຳ​ໝັ້ນ​ສັນ­ຍາ​ວ່າ ຈະ​ງົດ​ເຫຼົ້າ​ເຂົ້າ​ພັນ​ສາ ! ການ​ສັນ­ຍາ​ສາ­ບານ​ດັ່ງ­ນີ້ ຖື​ເປັນ​ເລື່ອງ​ດີ ພຽງ​ແຕ່​ຂໍ​ໃຫ້​ປະ­ຕິ­ບັດ​ໄດ້​ແທ້ ດີ​ໄປ​ກວ່າ​ນັ້ນ ກໍ​ຄື ເມື່ອ​ອອກ​ພັນ​ສາ​ກໍ​ສາ­ມາດ​ລາ​ເຫຼົ້າ​ເລີຍ…

ປີທີ່ຜ່ານມາ ບໍລິສັດໃນສະຫະລັດ ສັ່ງຊື້ຫຸ່ນຍົນໜ້ອຍລົງ

ສຳ­ນັກ​ຂ່າວ​ຕ່າງ­ປະ­ເທດ​ລາຍ​ງານ​ວ່າ ບໍ­ລິ­ສັດ​ຕ່າງໆ​ໃນ​ສະ­ຫະ­ລັດ​ອາ​ເມ​ຣິ​ກາ ໃຊ້​ຫຸ່ນ​ຍົນ​ໃນ​ບ່ອນ​ເຮັດ​ວຽກ​ກັນ​ໜ້ອຍ​ລົງ​ໃນ​ໄລ­ຍະ​ປີ 2019 ເມື່ອ​ທຽບ​ກັບ​ປີ​ກ່ອນ​ໜ້າ​ນັ້ນ ຊຶ່ງ​ນັບ​ວ່າ​ເປັນ​ການ​ຫຼຸດ​ລົງ​ຄັ້ງ​ທຳ​ອິດ​ຂອງ​ການ​ສັ່ງ​ຊື້​ຫຸ່ນ​ຍົນ​ຕັ້ງ­ແຕ່​ປີ 2015. ການ​ສັ່ງ​ຊື້​ຫຸ່ນ​ຍົນ​ເມື່ອ​ປີ​ທີ່​ຜ່ານ​ມາ​ຫຼຸດ​ລົງ ຢູ່​ທີ່​ລະ­ດັບ 23.758 ເຄື່ອງ ຊຶ່ງ​ຫຼຸດ​ລົງ​ຈາກ​ປີ​ກ່ອນ​ໜ້າ​ນັ້ນ​ເຖິງ 16% ຂໍ້​ມູນ​ດັ່ງ­ກ່າວ ມາ​ຈາກ​ສະ­ມາ­ຄົມ Advancing…

error: Content is protected !!