ການນໍາພັກ-ລັດ ແລະ ມວນຊົນທົ່ວນະຄອນຫຼວງວຽງຈັນຫຼາຍພັນຄົນ ໃສ່ບາດຖວາຍທານສະເຫຼີມສະຫຼອງຮູບປັ້ນຫຼໍ່ພະເຈົ້າໄຊເຊດຖາທິຣາດ

    ພິທີໃສ່ບາດຖວາຍທານງານບຸນສະເຫຼີມສະຫຼອງຮູບປັ້ນຫຼໍ່ທອງເຫຼືອງ ພະເຈົ້າໄຊເຊດຖາທິຣາດ ເພື່ອນໍາໄປປະດິດສະຖານໄວ້ທີ່ສວນອະນຸສາວະລີເຈົ້າໄຊເຊດຖາ ບ້ານຫາດຊາຍຂາວ ເມືອງໄຊເສດຖາ ແຂວງອັດຕະປື ໄດ້ມີຂຶ້ນວັນທີ 26 ກໍລະກົດ 2020 ທີ່ຫໍທໍາມະສະພາ ນະຄອນຫຼວງວຽງຈັນ (ນວ) ມີທ່ານ ຈູມມະລີ ໄຊຍະສອນ ອະດີດປະທານປະເທດ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມຄອບຄົວທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍການນໍານະຄອນຫຼວງວຽງຈັນ ອະດີດການນໍາພັກ-ລັດ ເຈົ້າເມືອງ ເຈົ້າສັດທາ ຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນນະຄອນຫຼວງວຽງຈັນເຂົ້າຮ່ວມຫຼາຍພັນຄົນຢ່າງເປັນຂະບວນຟົດຟື້ນ.

    ງານສະເຫຼີມສະຫຼອງຮູບປັ້ນຫຼໍ່ທອງເຫຼືອງພະເຈົ້າໄຊເຊດຖາທິຣາດຢູ່ ນວ ໄດ້ຄົບງົນມາແຕ່ວັນທີ 21 ກໍລະກົດເປັນຕົ້ນມາ ເພື່ອໃຫ້ມວນຊົນຊາວນະຄອນຫຼວງວຽງຈັນຜູ້ທີ່ມີຈິດໃຈເຫຼື້ອມໃສສັດທາປະກອບສ່ວນຮ່ວມທໍາບຸນໂມທະນາທານ ມາຮອດວັນທີ 26 ກໍລະກົດ ໄດ້ສໍາເລັດການສະເຫຼີມສະຫຼອງທີ່ ນວ ເຊິ່ງໃນຕອນເຊົ້າຂອງວັນດັ່ງກ່າວ ມວນຊົນຊາວ ນວ ຫຼາຍພັນຄົນໄດ້ພ້ອມກັນໃສ່ບາດຖວາຍທານ ພະສົງ 39 ອົງ ດ້ວຍບັນຍາກາດຄຶກຄື້ນ ຈາກນັ້ນວັນທີ 27 ກໍລະກົດ ຈະໄດ້ເຄື່ອນຍ້າຍໄປແຂວງບໍລິຄໍາໄຊ ວັນທີ 28 ກໍລະກົດ ເຄື່ອນຍ້າຍໄປແຂວງຄໍາມ່ວນ ວັນທີ 29 ກໍລະກົດ ເຄື່ອນຍ້າຍໄປທີ່ແຂວງສະຫວັນນະເຂດ ວັນທີ 30 ກໍລະກົດ ເຄື່ອນຍ້າຍໄປແຂວງຈໍາປາສັກ ເຊິ່ງຜ່ານແຕ່ລະແຂວງ ຈະໄດ້ມີພິທີປະກອບບໍາເພັນກຸສົນ 1 ຄືນ ເພື່ອເປັນການເຕົ້າໂຮມຄວາມສາມັກຄີ ແລະ ໃຫ້ປະຊາຊົນລາວໃນແຕ່ລະແຂວງທີ່ຂະບວນແຫ່ຮູບປັ້ນຫຼໍ່ພະເຈົ້າໄຊເຊດຖາຜ່ານນັ້ນ ໄດ້ຮ່ວມທໍາບຸນ ຈາກນັ້ນ ວັນທີ 31 ກໍລະກົດ ຈະເຄື່ອນຍ້າຍໄປທີ່ແຂວງອັດຕະປື ແລະ ຍົກຂຶ້ນພຣະແທ່ນປະດິດສະຖານ ໄວ້ພ້ອມບໍາເພັນກຸສົນ ວັນທີ 1 ສິງຫາ 2020 ເປັນອັນຈົບພິທີ.

error: Content is protected !!