ວັນທີ 23 ກໍລະກົດ 2020 ນັກສຶກສາທິດສະດີການເມືອງ-ການປົກຄອງ ຊັ້ນອະນຸປະລິນຍາ ຮຸ່ນທີ XV ແລະ ຊັ້ນກາງຮຸ່ນທີ IX ພ້ອມອົງການຈັດຕັ້ງສະຫະພັນແມ່ນຍິງ ຄູ-ອາຈານ ໂຮງຮຽນການເມືອງການປົກຄອງນະຄອນຫຼວງວຽງຈັນ ນຳພາໂດຍທ່ານ ນາງ ວຽງພອນ ແກ້ວຄູນສີ ຫົວໜ້າໂຮງຮຽນທິດສະດີການເມືອງ ແລະ ການປົກຄອງ ນະຄອນຫຼວງວຽງຈັນ ໄປທັດສະນະສຶກສາເພື່ອຮ່ຳຮຽນເອົາຄຸນສົມບັດສິນທຳປະຕິວັດຂອງປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ອານຸສອນສະຖານປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພາວົງ ຫຼັງຈາກນັ້ນ ໄດ້ສືບຕໍ່ໄປທັດສະນະສຶກສາທີ່ອະນຸສອນສະຖານ ທ່ານ ໜູຮັກ ພູມສະຫວັນ ແລະ ທັດສະນະສຶກສາທີ່ຫໍມູນເຊື້ອແນວລາວສ້າງຊາດ ເພື່ອຈັດຕັ້ງປະຕິບັດຕາມຫຼັກສູດການຮຽນ ການສອນທິດສະດີການເມືອງ ທີ່ສະຖາບັນການທິດສະດີການເມືອງການປົກຄອງແຫ່ງຊາດວາງອອກ ໝາຍຄວາມວ່າການສຶກສາຮ່ຳຮຽນທິດສະດີການເມືອງ ຕິດພັນກັບພຶດຕິກຳຕົວຈິງ.





