ສື່ມວນຊົນລາວ ມີບົດບາດສຳຄັນຫຼາຍ ໃນການນຳສະເໜີຂໍ້ມູນຂ່າວສານ

ເນື່ອງ​ໃນ​ໂອ­ກາດ​ວັນ​ສ້າງ­ຕັ້ງ​ສື່​ມວນ​ຊົນ ແລະ ການ​ພິມ​ຈຳ­ໜ່າຍ ຄົບ­ຮອບ 70 ປີ (13/8/1955-13/8/2020) ທ່ານ ທອງ​ສະ­ຫວັນ ມີ​ບຸນ ປະ­ທານ​ບໍ­ລິ­ສັດ ພັນ​ເພັດ ພັດ­ທະ­ນາ​ກະ­ສິ­ກຳ​ຈຳ­ກັດ​ຜຸ້​ດຽວ ປະ­ທານ​ສະ­ມາ­ຄົມ​ໂຮງ­ສີ​ເຂົ້າ​ນະ­ຄອນ­ຫຼວງ​ວຽງ​ຈັນ ສະ­ມາ­ຊິກ​ສະ­ພາ​ປະ­ຊາ­ຊົນ​ນະ­ຄອນ­ຫຼວງ​ວຽງ​ຈັນ ຊຸດ​ທີ 1 ໃຫ້​ສຳ­ພາດ​ວັນ​ທີ 24 ກໍ­ລະ­ກົດ 2020 ວ່າ: ຂ້າ­ພະ­ເຈົ້າ​ເປັນ​ຜູ້​ໜຶ່ງ​ທີ່​ໄດ້​ໃຊ້​ບໍ­ລິ­ການ​ສື່​ມວນ​ຊົນ ກໍ​ຄື​ນັກ​ຂ່າວ​ມາ​ເຮັດ​ຂ່າວ​ການ​ດຳ­ເນີນ​ທຸ­ລະ​ກິດ​ຂອງ​ບໍ­ລິ­ສັດ ແລະ ບໍ­ລິ­ໂພກ​ຜະ­ລິດ​ຕະ​ພັນ​ສື່ ບໍ່​ວ່າ​ຈະ​ເປັນ​ສື່​ແບບ​ເກົ່າ ໂທລະ­ພາບ ວິ­ທະ­ຍຸ ໜັງ­ສື­ພິມ ແລະ ວາ­ລະ­ສານ​ຕ່າງໆ ແລະ ສື່​ແບບ​ໃໝ່ ກໍ​ຄື​ສື່​ອອນ​ລາຍ​ຕ່າງໆ ເຫັນ​ວ່າ​ສື່​ມວນ​ຊົນ​ມີ​ບົດ­ບາດ​ສຳ­ຄັນ​ຫຼາຍ​ໃນ​ການ​ໂຄ­ສະ­ນາ​ເຜີຍ­ແຜ່​ຂໍ້​ມູນ​ຂ່າວ­ສານ ແລະ ເຫດ­ການ​ຕ່າງໆ​ທີ່​ເກີດ​ຂຶ້ນ​ຢູ່​ພາຍ​ໃນ ແລະ ຕ່າງ­ປະ­ເທດ ຖ້າ​ບໍ່​ມີ​ສື່​ນຳ​ສະ­ເໝີ​ເຜີຍ­ແຜ່​ແລ້ວ ພວກ​ເຮົາ​ກໍ​ຈະ​ບໍ່​ຮູ້ ຄື​ກັບ​ເປັນ​ຄົນ​ປາກ​ກຶກ ຫູ­ໜວກ ຕາ­ບອດ ນອກ​ນີ້ ສື່​ຍັງ​ເຮັດ​ໜ້າ­ທີ່​ການ­ເມືອງ​ຊ່ວຍ​ພັກ-ລັດ​ຕື່ມ​ອີກ ໃນ​ການ​ນຳ​ເອົາ​ແນວ­ທາງ​ນະ­ໂຍ­ບາຍ​ຂອງ​ພັກ ກົດ­ໝາຍ​ຂອງ​ລັດ ແລະ ມະ­ຕິ​ຄຳ​ສັ່ງ​ຕ່າງໆ​ລົງ​ເຜີຍ­ແຜ່​ຢູ່​ໃນ​ຜະ­ລິດ​ຕະ​ພັນ​ສື່​ຕ່າງໆ​ທີ່​ມີ​ຫຼາຍ​ຊ່ອງ​ທາງ​ໃຫ້​ພະ­ນັກ­ງານ ທະ­ຫານ ຕຳ­ຫຼວດ ນັກ­ທຸ­ລະ­ກິດ ຊາວ​ຄ້າ­ຂາຍ ແລະ ປະ­ຊາ­ຊົນ​ບັນ­ດາ­ເຜົ່າ ໄດ້​ຮັບ​ຮູ້​ເຊື່ອມ​ຊືມ​ຢ່າງ​ກວ້າງ­ຂວາງ​ທົ່ວ​ເຖິງ ເພື່ອ​ພ້ອມ​ກັນ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ ສາ­ມັກ­ຄີ​ກັນ​ຮັກ­ຫອມ​ປະ­ເທດ​ຊາດ ແລະ ພ້ອມ​ກັນ​ປົກ​ປັກ​ຮັກ­ສາ ແລະ ສ້າງ­ສາ​ພັດ­ທະ­ນາ​ປະ­ເທດ​ຊາດ​ ໃຫ້​ຈະ­ເລີນ​ຮຸ່ງ­ເຮືອງ​ສີ­ວິ­ໄລ​ເປັນ​ກ້າວໆ.

ໃນ​ນາມ​ຂ້າ­ພະ­ເຈົ້າ​ເຮັດ​ທຸ­ລະ​ກິດ​ກ່ຽວ​ກັບ​ກະ­ສິ­ກຳ ມີ​ບໍ­ລິ­ສັດ​ຕັ້ງ​ຢູ່​ບ້ານ​ນາ​ໄຮ່ ເມືອງ​ຫາດ​ຊາຍ​ຟອງ ນະ­ຄອນ­ຫຼວງ​ວຽງ​ຈັນ ຜ່ານ​ມາ ບໍ­ລິ­ສັດ​ໄດ້​ນຳ​ໃຊ້​ສື່​ມວນ​ຊົນ​ມາ​ເຮັດ​ຂ່າວ​ໃຫ້​ຫຼາຍ​ຄັ້ງ ເປັນ­ຕົ້ນ​ເຮັດ​ຂ່າວ​ການ​ດຳ­ເນີນ​ທຸ­ລະ​ກິດ​ຂອງ​ບໍ­ລິ­ສັດ ການ​ນຳ​ຂັ້ນ​ສູງ ແຂກ​ຕ່າງ­ປະ­ເທດ ແລະ ຄະ­ນະ​ຜູ້​ແທນ​ຂັ້ນ​ຕ່າງໆ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ​ມາ​ຢ້ຽມ­ຢາມ​ບໍ­ລິ­ສັດ ການ​ປະ­ກອບ­ສ່ວນ​ຊ່ວຍ­ເຫຼືອ​ສັງ­ຄົມ​ຂອງ​ບໍ­ລິ­ສັດ ການ​ນຳ​ສະ­ເໜີ​ຜະ­ລິດ​ຕະ​ພັນ​ໃໝ່​ຂອງ​ບໍ­ລິ­ສັດ ແລະ ອື່ນໆ ອັນ​ໄດ້​ເຮັດ​ບໍ­ລິ­ສັດ​ຂອງ​ຂ້າ­ພະ­ເຈົ້າ​ເປັນ​ທີ່​ຮູ້­ຈັກ​ຂອງ​ສັງ­ຄົມ ແລະ ວົງ​ການ​ທຸ­ລະ​ກິດ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ​ຫຼາຍ​ຂຶ້ນ ບວກ​ກັບ​ຜົນ­ງານ​ທີ່​ພົ້ນ​ເດັ່ນ​ຂອງ​ບໍ­ລິ­ສັດ ຈຶ່ງ​ເຮັດ​ໃຫ້​ບໍ­ລິ­ສັດ​ກາຍ­ເປັນ​ຕົວ​ແບບ​ແຫ່ງ​ຊາດ​ດ້ານ​ກະ­ສິ­ກຳ ເປັນ­ຕົ້ນ​ການ​ສົ່ງ­ເສີມ​ຊາວ​ກະ­ສິ­ກອນ​ຫັນ​ມາ​ນຳ​ໃຊ້​ກົນ​ຈັກ​ທັນ​ສະ­ໄໝ​ເຂົ້າ​ໃນ​ການ​ຜະ­ລິດ​ກະ­ສິ­ກຳ​ແບບ​ຄົບ​ວົງ​ຈອນ ເພື່ອ​ຫຼຸດ­ຜ່ອນ​ແຮງ​ງານ​ຄົນ ເວ­ລາ ແລະ ຕົ້ນ​ທຶນ​ການ​ຜະ­ລິດ ລົບ​ລ້າງ​ໄຮ່­ນາ​ນ້ອຍ​ເປັນ​ໄຮ່­ນາ​ໃຫຍ່​ຕາມ​ແນວ­ທາງ​ຂອງ​ພັກ-ລັດ ແລະ ປະ­ຕິ­ບັດ​ນະ­ໂຍ­ບາຍ​ສົ່ງ­ເສີມ​ສອງ​ບວກ​ສາມ​ກັບ​ຊາວ​ກະ​ສິ​ກິ​ກອນ ໂດຍ​ລວມ​ແລ້ວ ສື່​ມວນ​ຊົນ​ມີ​ບົດ­ບາດ​ສຳ­ຄັນ​ຕໍ່​ທຸກ​ຂົງ­ເຂດ​ວຽກ​ງານ ເວົ້າ​ລວມ​ແລ້ວ ບໍ່​ສາ­ມາດ​ຂາດ​ສື່​ມວນ​ຊົນ​ໄດ້.

ຄຽງ​ຄູ່​ກັບ​ຜົນ­ງານ​ທີ່​ສື່​ມວນ​ຊົນ​ຍາດ​ມາ​ໄດ້​ໃນ​ຜ່ານ​ມາ​ນັ້ນ ກໍ​ຍັງ​ມີ​ບາງ​ສິ່ງ​ບາງ​ຢ່າງ​ທີ່​ສື່​ຈະ​ຕ້ອງ​ໄດ້​ປັບ­ປຸງ​ແກ້​ໄຂ ເພື່ອ​ເຮັດ​ໃຫ້​ວຽກ​ງານ​ວິ­ຊາ​ສະ­ເພາະ​ຂອງ​ຕົນ​ໃຫ້​ດີ​ຂຶ້ນ​ໃນ​ອະ­ນາ­ຄົດ​ຂ້າງ​ໜ້າ ເນື່ອງ​ຈາກ​ປັດ­ຈຸ­ບັນ ສື່​ອອນ​ລາຍ​ໄດ້​ເຂົ້າ​ມາ​ມີ​ບົດ­ບາດ​ສູງ ເປັນ­ຕົ້ນ​ການ​ນຳ​ສະ­ເໜີ​ຂ່າວ​ຕ້ອງ​ວ່ອງ­ໄວ​ທັນ​ເວ­ລາ ສາ­ມາດ​ແຂ່ງ­ຂັນ​ກັບ​ສື່​ໃໝ່ ພ້ອມ​ນີ້ ກໍ​ໃຫ້​ສື່​ສືບ­ຕໍ່​ເປັນ​ກະ­ບອກ​ສຽງ​ໃນ​ການ​ໂຄ­ສະ­ນາ​ປະ­ຊາ­ສຳ­ພັນ​ໃຫ້​ບັນ­ດາ​ຫົວ­ໜ່ວຍ​ທຸ­ລະ​ກິດ ໂດຍ​ສະ­ເພາະ​ທຸ­ລະ​ກິດ​ຂອງ​ບໍ­ລິ­ສັດ ພັນ​ເພັດ​ພັດ­ທະ­ນາ​ກະ­ສິ­ກຳ ຈຳ­ກັດ​ຜູ້​ດຽວ ໃຫ້​ເປັນ​ທີ່​ຮູ້­ຈັກ​ຂອງ​ສັງ­ຄົມ​ນັບ​ມື້​ກວ້າງ­ຂວາງ ແລະ ເຮັດ​ໃຫ້​ທຸ­ລະ​ກິດ​ມີ​ຜົນ­ສຳ­ເລັດ​ເປັນ​ກ້າວໆ.

ໂອ­ກາດ​ນີ້ ໃນ​ນາມ​ປະ­ທານ​ບໍ­ລິ­ສັດ ຂໍ​ອວຍ­ພອນ​ໄຊ​ມາ​ຍັງ​ການ​ນຳ​ສື່ ແລະ ບັນ­ດາ​ສື່​ມວນ​ຊົນ​ທຸກ​ຂະ­ແໜງ ການ​ຈົ່ງ​ປະ­ສົບ​ຜົນ­ສຳ­ເລັດ​ໃນ​ໜ້າ­ທີ່​ວຽກ​ງານ.

error: Content is protected !!