ອາຫານ 5 ຢ່າງ ເສີມພູມຕ້ານທານ ໃນວັນທີ່ອາກາດປົນເປື້ອນມົນລະພິດ

ນອກ­ຈາກ​ການ​ຫຼຸດ​ຄວາມ​ຕຶງ​ຄຽດ ອັນ​ເປັນ​ບໍ່­ເກີດ​ຂອງ​ໂລກ​ທີ່​ສຳ­ຄັນ​ຕໍ່​ລະ­ບົບ​ພູມ​ຕ້ານ­ທານ ໃນ​ຮ່າງ­ກາຍ​ບົກ​ຜ່ອງ ເຮົາ​ຄວນ​ຕ້ອງ​ນອນ​ຫຼັບ​ພັກ­ຜ່ອນ​ໃຫ້​ພຽງ­ພໍ ເພື່ອ​ໃຫ້​ຮ່າງ­ກາຍ​ສ້າງ “ແອນ​ຕີ້​ບໍ­ດີ” ເຊລ​ລະ­ບົບ​ພູມ​ຕ້ານ­ທານ ດື່ມ­ນ້ຳ​ວັນ​ລະ 8 ຈອກ ເພື່ອ​ຊ່ວຍ​ເພີ່ມ​ການ​ຄັດ​ຫຼັ່ງ ແລະ ຄວາມ​ຊຸ່ມ​ຊື່ນ​ຂອງ​ເຍື້ອ​ບຸ​ຜິວ​ທາງ​ເດີນ​ຫາຍ­ໃຈ ທີ່​ຈະ​ຊ່ວຍ​ປ້ອງ​ກັນ ແລະ ດັກ​ຈັບ​ຝຸ່ນ​ລະ­ອອງ​ຂອງ​ເຊື້ອ​ໂລກ ລວມ​ໄປ​ເຖິງ​ມົນ​ລະ​ພິດ.

ໃນ​ວັນ​ທີ່​ສະ­ພາບ​ອາ­ກາດ​ເຕັມ​ໄປ​ດ້ວຍ​ມົນ​ພາ­ວະ​ທີ່​ບໍ່​ດີ​ຕໍ່​ຮ່າງ­ກາຍ “ອາ­ຫານ” ກໍ​ເປັນ​ສິ່ງ​ສຳ­ຄັນ​ດັ່ງ​ຄຳ​ທີ່​ວ່າ “ກິນ​ອັນ​ໃດ​ໄດ້​ຢ່າງ​ນັ້ນ” ນັ້ນ​ເອງ ເຮົາ​ຈຶ່ງ​ມີ​ຄຳ​ແນະ­ນຳ​ອາ­ຫານ​ທີ່​ຈະ​ເປັນ​ອີກ​ໜຶ່ງ​ສິ່ງ​ເສີມ ສ້າງ​ຄວາມ​ແຂງ­ແຮງ ແລະ ສຸ­ຂະ­ພາບ​ດີ ເພື່ອ​ໃຫ້​ຫ່າງ​ໄກ​ຄວາມ­ເຈັບ​ປ່ວຍ.

ໝາກ​ໄມ້​ຕະ­ກູນ​ສີ​ສົ້ມ​ເຫຼືອງ

ບໍ່​ວ່າ​ຈະ​ໝາກ­ກ້ຽງ ໝາກ​ນາວ ໝາກ​ຂີ້­ຫູດ ນອກ­ຈາກ​ນີ້ ຍັງ​ມີ​ການ​ຊຽມ ວິ­ຕາ­ມິນ A ວິ­ຕາ­ມິນ B ໂປ​ຕັສ​ຊຽມ ການ​ຊຽມ ໄຍ​ອາ­ຫານ ຟົສ​ຟໍ​ຣັສ ແລະ ເຫຼັກ ຍັງ​ມີ​ວິ­ຕາ­ມິນ C ສູງ ຊຶ່ງ​ວິ­ຕາ­ມິນ C ນັ້ນ ເປັນ​ເຄື່ອງ​ຊ່ວຍ​ຊັ້ນ​ດີ​ສຳ­ລັບ​ສ້າງ​ລະ­ບົບ​ພູມ​ຕ້ານ­ທານ ແລະ ຊ່ວຍ​ສ້າງ​ເມັດ​ເລືອດ​ຂາວ ອັນ​ເປັນ​ກຸນ­ແຈ​ສຳ­ຄັນ​ໃນ​ການ​ຕໍ່­ສູ້​ກັບ​ເຊື້ອ​ໂຣກ​ນັ້ນ​ເອງ.

ເຄື່ອງ​ເທດ

ເພາະ​ອຸ­ດົມ​ໄປ​ດ້ວຍ​ຄຸນ­ຄ່າ​ທາງ​ໂພ­ຊະ​ນາ​ການ ແລະ ຍັງ​ເປັນ​ຢາ​ໃນ​ຕົວ ເຊັ່ນ: ຂີງ ກະ­ທຽມ ແລະ ໝາກ­ເຜັດ​ແດງ ທີ່​ເຕັມ​ໄປ​ດ້ວຍ​ແຮ່​ທາດ ແລະ ວິ­ຕາ­ມິນ ໂດຍ ຂີງ ນອກ­ຈາກ​ຊ່ວຍ​ຫຼຸດ​ການ​ອັກ­ເສບ ຍັງ​ສາ­ມາດ​ຊ່ວຍ​ຫຼຸດ​ອາ­ການ​ເຈັບ­ຄໍ​ອາ­ການ​ປຸ້ນ­ທ້ອງ ຊ່ວຍ​ຫຼຸດ​ອາ­ການ​ປວດ​ຊ້ຳ​ເຮື້ອ ທີ່​ສຳ­ຄັນ​ຊ່ວຍ​ສ້າງ​ຕ້ານ­ທານ​ກັນ​ໃຫ້​ແຂງ­ແຮງ​ອີກ ສ່ວນ​ກະ­ທຽມ​ເຄື່ອງ​ເທດ​ທີ່​ມີ​ລິດ​ໃນ​ການ​ເສີມ​ພູມ​ຕ້ານ­ທານ ໂດຍ​ມີ​ສານ​ອັນ​ລິ​ຊິນ​ທີ່​ຊ່ວຍ​ເພີ່ມ​ປະ­ສິດ­ທິ­ພາບ​ການ ເຮັດ​ວຽກ​ຂອງ​ເຊລ​ໃນ​ລະ­ບົບ​ພູມ​ຕ້ານ­ທານ ມີ​ລິດ​ໃນ​ການ​ຕ້ານ​ເຊື້ອ​ແບກ​ທີ​ເຣຍ ໄວ​ຣັສ ທີ່​ສຳ­ຄັນ​ເປັນ­ສານ​ຕ້ານ​ອະ­ນຸ​ມູນ​ອິດ­ສະ­ຫຼະ​ຊັ້ນ​ດີ ທີ່​ຫາ​ງ່າຍ​ໃນ​ຄົວ​ເຮືອນ ທ້າຍ​ທີ່​ສຸດ “ໝາກ­ເຜັດ​ແດງ” ທີ່​ເຕັມ​ປ່ຽມ​ໄປ​ດ້ວຍ​ສານ​ເບ​ຕາ​ແຄ​ໂຣ​ທີນ ທີ່​ຈະ​ເສີມ​ລະ­ບົບ​ພູມ​ຕ້ານ­ທານ ວິ­ຕາ­ມິນ C ໃນ​ໝາກ­ເຜັດ​ຍັງ​ມີ​ຫຼາຍ ເອີ້ນ​ໄດ້​ວ່າ​ທີ່​ສຸດ ຄິດ​ສອງ​ເທົ່າ​ຂອງ​ໝາກ​ໄມ້​ຍອດ​ນິ­ຍົມ​ຢ່າງ​ໝາກ­ກ້ຽງ.

ຜັກ​ໃບ​ຂຽວ

ນອກ­ຈາກ​ສານ​ຄລໍ​ໂຣ​ຟິວ ທີ່​ຊ່ວຍ​ໃນ​ການ​ຂັບ​ສານ­ພິດ ຄຸນ­ຄ່າ ແລະ ວິ­ຕາ­ມິນ​ໃນ​ຜັກ​ໃບ​ຂຽວ ຍັງ​ລົ້ນ​ເຫຼືອ​ຫຼາຍ​ອະ­ນັນ ທີ່​ເປັນ​ສ່ວນ​ປະ­ກອບ​ສຳ­ຄັນ ໃນ​ການ​ເສີມ​ສ້າງ​ສ້ອມ­ແຊມ​ຮ່າງ­ກາຍ​ໃຫ້​ແຂງ­ແຮງ​ຢູ່​ສະ­ເໝີ ຜັກ​ໃບ​ຂຽວ​ທີ່​ແນະ­ນຳ​ໄດ້­ແກ່ “ຜັກ​ຫົມ” ທີ່​ຊ່ວຍ​ໃນ​ການ​ເສີມ​ສ້າງ​ລະ­ບົບ​ພູມ​ຕ້ານ­ທານ ເພາະ​ມີ​ວິ­ຕາ­ມິນ A ເປັນ​ຈຳ­ນວນ​ຫຼາຍ ສົ່ງ​ຜົນ​ໃຫ້​ຮ່າງ­ກາຍ​ສາ­ມາດ​ທີ່​ຈະ​ຮັກ­ສາ​ລະ­ດັບ​ທີ່​ເໝາະ​ສົມ​ຂອງ​ເຊລ​ເມັດ​ເລືອດ​ຂາວ ທີ່​ປົກ​ປ້ອງ​ຮ່າງ­ກາຍ​ຈາກ​ການ​ຕິດ­ເຊື້ອ ແລະ ໂລກ​ຕ່າງໆ ເຊັ່ນ​ດຽວ​ກັບ​ກະ​ລ່ຳ​ດອກ​ຂຽວ “ບຣັອກ​ໂຄ​ລີ” ທີ່​ອຸ­ດົມ​ໄປ​ດ້ວຍ​ວິ­ຕາ­ມິນ A ແຖມ​ດ້ວຍ C ແລະ E ມີ​ສານ​ຕ້ານ​ອະ­ນຸ​ມູນ​ອິດ­ສະ­ຫຼະ ແລະ ເສັ້ນ​ໄຍ​ທີ່​ຈະ​ເປັນ​ປະ­ໂຫຍດ​ຕໍ່​ຮ່າງ­ກາຍ ແລະ ສຸ­ຂະ­ພາບ​ອັນ​ເປັນ​ກຸນ­ແຈ​ສຳ­ຄັນ ເສີມ​ສ້າງ​ພູມ​ຕ້ານ­ທານ​ໃຫ້​ຮ່າງ­ກາຍ​ເຕັມ​ປ່ຽມ​ໄປ ດ້ວຍ​ພະ­ລັງ­ງານ ແລະ ຄວາມ​ແຂງ­ແຮງ.

ນົມ​ສົ້ມ

ແຫຼ່ງ​ໂປຣ​ຕີນ​ຊັ້ນ​ເລີດ ເພາະ​ໃນ​ນົມ​ສົ້ມ​ນັ້ນ ຈະ​ມີ​ໂປຣ​ຕີນ​ຫຼາຍ​ກວ່າ​ໃນ​ນົມ​ເຖິງ 20% ນອກ­ຈາກ​ນີ້ ຍັງ​ຂຶ້ນ​ຊື່​ໃນ​ເລື່ອງ​ແລກ​ໂຕ​ບາ​ຊິວ​ລັສ​ແບກ​ທີ​ເຣຍ​ຊັ້ນ​ດີ​ທີ່​ຈະ​ເສີມ ແລະ ສ້າງ​ພູມ​ຕ້ານ­ທານ​ບໍ່​ໃຫ້​ຮ່າງ­ກາຍ​ອ່ອນ­ແອ.

ສັດ​ນ້ຳ​ມີ​ເປືອກ

ເພາະ​ເຕັມ​ໄປ​ດ້ວຍ​ໂອ​ເມ​ກາ 3 ກົດ​ໄຂ­ມັນ​ຈຳ­ເປັນ​ຕໍ່​ຮ່າງ­ກາຍ ທີ່​ຊ່ວຍ​ເສີມ​ສ້າງ​ລະ­ບົບ​ການ​ເຮັດ​ວຽກ​ຕ່າງໆ​ຂອງ​ຮ່າງ­ກາຍ ທີ່​ຈຳ­ເປັນ​ຢ່າງ​ທີ່​ເຮົາ​ຮູ້​ກັນ​ດີ ນອກ­ຈາກ​ນີ້ ສານ​ອາ­ຫານ​ໃນ​ສັດ​ນ້ຳ​ມີ​ເປືອກ ເຊັ່ນ ກຸ້ງ ແລະ ປູ ຍັງ​ມີ “ສານ​ຊີ​ລີ​ນຽມ” (Selenium) ທີ່​ຊ່ວຍ​ເສີມ​ສ້າງ​ເຊລ​ເມັດ​ເລືອດ​ຂາວ​ໃຫ້​ຜະ­ລິດ​ໂປຣ​ຕີນ “ໄຊ​ໂຕ​ຄານ” (Cytokines) ສານ​ທີ່​ຈະ​ຊ່ວຍ​ກຳ­ຈັດ​ໄວ​ຣັສ​ຕ່າງໆ​ອອກ​ຈາກ​ຮ່າງ­ກາຍ​ນັ້ນ​ເອງ.

ວ. ດາ­ລາ​ວົງ – ນຳ​ສະ­ເໜີ

error: Content is protected !!