ທ່ານເຈົ້າຄອງ ນວ ກວດກາຄວາມຄືບໜ້າໂຄງການສ້າງທາງລົດໄຟ ລາວ-ຈີນ

    ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ພ້ອມຄະນະ ລົງຕິດຕາມກວດກາຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການສ້າງທາງລົດໄຟ ລາວ-ຈີນ ນັບແຕ່ຈຸດສະຖານີບ້ານໄຊ-ສະ ຖານີທ່ານາແລ້ງ ວັນທີ 24 ກໍລະກົດ 2020 ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ໂພຄຳ ໄຊຍະສອນ ເຈົ້າເມືອງໄຊເຊດຖາ ແລະ ພາກສ່ວນກ່ຽວຂ້ອງ.

    ການລົງຕິດຕາມຄັ້ງນີ້ ເບື້ອງຕົ້ນໄດ້ຕິດຕາມກວດກາຈຸດກໍ່ສ້າງສະຖານີໂດຍສານລົດໄຟ ລາວ-ຈີນ ບ້ານໄຊ-ດົງສ້າງຫີນ ເຊິ່ງເປັນສະຖານີໂດຍສານຫຼັກຢູ່ ນວ ປັດຈຸບັນຄືບໜ້າ ແລະ ສຳເລັດຫຼາຍໜ້າວຽກ ເປັນຕົ້ນ ສຳເລັດການຖອກເສົາເຂັມ 157 ເສົາ ສ່ວນອາຄານສະຖານີ ຂຸດຂຸມຮາກຖານຄືບໜ້າ 40% ສຳເລັດການກໍ່ສ້າງແຜ່ນກັນນໍ້າດ້ານລຸ່ມຂອງໂຮງປໍ້ານໍ້າ ແລະ ພື້ນຂອງອ່າງນໍ້າດັບເພີງ ດຳເນີນການມັດເຫຼັກເສັ້ນ ລົງເສົາເຂັມຂອງໂຄງຫຼັງຄາ 40 ເສົາ ຄືບໜ້າ 24,3% ສໍາເລັດການລົງເສົາພື້ນຖານອາຄານທີ່ພັກພະນັກງານຂັບລົດໄຟ 48 ເສົາ ແລະ ຄາດວ່າອາຄານສະຖານີໂດຍສານແຫ່ງນີ້ຈະໃຫ້ສໍາເລັດກາງເດືອນສິງຫາ ຈາກນັ້ນ ກໍໄດ້ລົງກວດກາຈຸດຂົວຂ້າມທາງ ຍາວ 47 ແມັດ ເຂດບ້ານໂພນທອງ ແລະ ຈຸດຂ້າມທາງ 450 ປີ ຍາວ 32 ແມັດ ເຂດບ້ານດຸງ ກວດກາຈຸດໂຮງງານປະສົມເບຕົງ ເຂດບ້ານນາຄວາຍໃຕ້ ແລະ ໄດ້ຮັບຟັງການລາຍງານຄວາມຄືບໜ້າ

ໂຄງການທາງໄຟລາວ-ຈີນ ຢູ່ ນວ ໂດຍບໍລິສັດກໍ່ສ້າງທາງລົດໄຟຈີນ ເລກ 5 ຮັບຜິດຊອບ ໂຄງການກໍ່ສ້າງລົດໄຟ ລາວ-ຈີນ ນວ ຕອນໃຕ້ ຍາວ 17 ກວ່າກິໂລແມັດ ແລວທາງຜ່ານເມືອງໄຊທານີ ໄຊເຊດຖາ ແລະ ເມືອງຫາດຊາຍຟອງ ໂຄງການທີ່ສຳຄັນປະກອບມີທາງສາຍຫຼັກ ແລວທາງຢູ່ໃນສະຖານີ ແລວທາງລົດໄຟເສັ້ນຕາວຫົວລົດ ແຄັມສັງລວມ ນວ ສູນເຕັກນິກສ້ອມແປງ ແລະ ທາງລົດໄຟເຊື່ອມຕໍ່ກັບສະຖານີທ່ານາແລ້ງ ປັດຈຸບັນ ອຸປະກອນກົນຈັກທີ່ນຳເຂົ້າມາສະໜາມກໍ່ສ້າງ ລວມ 34 ຄັນ ສາມາດຕອບສະໜອງຄວາມຕ້ອງການໃນການກໍ່ສ້າງ ຖ້າຈຳເປັນຈະນຳເຂົ້າເພີ່ມອີກ ນອກນີ້ ບໍລິສັດຍັງໄດ້ສ້າງໂຮງປະສົມເບຕົງ ຫ້ອງທົດລອງສະໜາມຜະລິດຫຼໍ່ຂາງຂົວ ສະໜາມຫຼໍ່ຂາງຂົວ ສາງລວມເກັບມ້ຽນວັດສະດຸ ໂຮງງານປະກອບປຸງແຕ່ງເຫຼັກກ້າ ແລະ ແຄັມຫ້ອງການໜ່ວຍງານກໍ່ສ້າງ ເນື້ອທີ່ 157 ເຮັກຕາ ປັດຈຸບັນໄດ້ສຳຫຼວດຕອນດິນທີ່ຖືກຜົນກະທົບ 40 ເຮັກຕາ.

    ໂອກາດນີ້ ທ່ານເຈົ້າຄອງ ນວ ກໍໄດ້ເນັ້ນໃຫ້ອໍານາດການປົກຄອງເມືອງ ບໍລິສັດຮັບເໝົາ ແລະ ອຳ ນາດການປົກຄອງບ້ານ ເອົາໃຈໃສ່ເຜີຍແຜ່ຄວາມສຳຄັນຂອງໂຄງທາງລົດໄຟ ລາວ-ຈີນ ເຊິ່ງເປັນໂຄງ ການແຫ່ງສັນຍະລັກ ໜຶ່ງແລວ ໜຶ່ງເສັ້ນທາງ ເພື່ອສ້າງເປັນເສັ້ນທາງມິດຕະພາບທີ່ປອດໃສ ຂາວສະອາດ ແລະ ເປັນເສັ້ນທາງແຫ່ງຄວາມຜາສຸກ ແບ່ງຄວາມຮັບຜິດຊອບໃນການໄກ່ເກ່ຍຕາມລຳດັບຂັ້ນຂອງຕົນເພື່ອເຮັດການໄກ່ເກ່ຍສຳລັດທັນຕາມເວລາ (ເດືອນສິງຫາ) ສຳລັບລາຄາໄກ່ເກ່ຍແມ່ນໃຫ້ອີງໃສ່ກົດໝາຍ ແລະ ລະບຽບ ພ້ອມນີ້ ອຳນາດການປົກຄອງທຸກຂັ້ນ ຕ້ອງເພີ່ມທະວີປຸກລະດົມໃຫ້ປະຊາຊົນເຂົ້າໃຈ ແລະ ໃຫ້ການຮ່ວມມືໃນການຈັດຕັ້ງປະຕິບັດໂຄງການ ແນໃສ່ໃຫ້ໂຄງການສຳເລັດໄດ້ຕາມລະດັບຄາດໝາຍ ເຊິ່ງເປັນໂຄງການຕົວແບບ ນຳມາສູ່ການພັດທະນາ ແລະ ອຳນວຍຄວາມສະດວກໃນການຂົນສົ່ງ.

    ຈາກນັ້ນ ທ່ານເຈົ້າຄອງ ແລະ ຄະນະ ກໍໄດ້ລົງໄປຊຸກຍູ້ການຜະລິດກະສິກໍາຢູ່ຟາມພັນເພັດ ບ້ານນາໄຫ ເມືອງຫາດຊາຍຟອງ ເຊິ່ງເປັນຟາມຕົວແບບແຫ່ງຊາດດ້ານກະສິກຳ ເປັນຕົ້ນການສົ່ງເສີມຊາວກະສິ ກອນຫັນມານຳໃຊ້ກົນຈັກທັນສະໄໝໃນການຜະລິດກະສິກຳແບບຄົບວົງຈອນ ເພື່ອຫຼຸດຜ່ອນແຮງງານຄົນ ເວລາ ແລະ ຕົ້ນທຶນການຜະລິດ ລົບລ້າງໄຮ່ນານ້ອຍເປັນໄຮ່ນາໃຫຍ່ ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ວົງເດືອນ ບຸນຍະແສງ ເຈົ້າເມືອງຫາດຊາຍຟອງ ທ່ານ ທອງສະຫວັນ ມີບຸນ ປະທານບໍລິສັດພັນເພັດພັດ ທະນາກະສິກຳຈຳກັດ ແລະ ພາກສ່ວນກ່ຽວຂ້ອງ. 

    # ຂ່າວ & ພາບ: ເພັດສະໝອນ

error: Content is protected !!