ວັນນີ້ ໄພຮ້າຍໂຄວິດຕິດເພີ່ມອີກ 1 ກໍລະນີທີ່ລາວ ຈາກຊາຍຊາວ ສ ເກົາຫຼີ

    ວັນທີ 24 ກໍລະກົດ 2020 ທີ່ສູນປະຕິບັດງານຄະນະສະເພາະກິດ ໂຄວິດ-19 ທ່ານ ພອນປະດິດ ສັງໄຊຍະສາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ ໄດ້ຖະແຫຼງໃຫ້ຮູ້ວ່າ: ວັນທີ 23 ກໍລະກົດ ຜ່ານມາ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 425 ຄົນ ໃນນັ້ນ ແຮງງານລາວມາແຕ່ໄທ 143 ຄົນ ແຮງງານຈີນ 225 ຄົນ ແລະ ບຸກຄົນທົ່ວໄປທີ່ບໍ່ມີອາການ 57 ຄົນ ຜົນກວດວິເຄາະທັງໝົດມີ 1 ກໍລະນີພົບເຊື້ອ COVID-19 ເປັນເພດຊາຍ ອາຍຸ 32 ປີ ສັນຊາດ ສ ເກົາຫຼີ ອາຊີບວິຊາການໄຟຟ້າຢູ່ເຂື່ອນໄຟຟ້ານໍ້າງຽບ ຜູ້ກ່ຽວຍັງບໍ່ທັນໄດ້ລົງໄປເຄື່ອນໄຫວວຽກງານຢູ່ເຂື່ອນ ຍັງຢູ່ໃນໄລຍະການຈໍາກັດບໍລິເວນທີ່ໂຮງແຮມແຫ່ງໜຶ່ງໃນນະຄອນຫຼວງວຽງຈັນຈົນຄົບ 14 ວັນ ຕາມການລາຍງານ

ຂອງຜູ້ກ່ຽວກ່ອນເດີນທາງມາ ສປປ ລາວ ຜູ້ກ່ຽວບໍ່ມີອາການຫຍັງ ແລະ ໄດ້ກວດຊອກຫາເຊື້ອ COVID-19 ດ້ວຍ RT-PCR ໃຫ້ຜົນລົບ ແລະ ກ່ອນເດີນທາງມາປະເທດລາວ ຜູ້ກ່ຽວອາໄສຢູ່ນຳຄອບຄົວບໍ່ມີພີ່ນ້ອງເປັນພະຍາດ COVID-19 ປະຫວັດການເດີນທາງວັນທີ 18 ກໍລະກົດຜ່່ານມາ ເດີນທາງຈາກປະເທດຍີ່ປຸ່ນ (ໂອສະກາ ຫາ ໂຕກຽວ) ມາຜ່ານ ສ.ເກົາຫຼີ (ອິນຊອນ) ມາ ສປປ ລາວ ຜ່ານດ່ານສະໜາມບິນສາກົນວັດໄຕ ໂດຍຖ້ຽວບິນ QV922A ນ້ຳເບີຕັ່ງ: 015E ຜູ້ກ່ຽວເດີນທາງມາກັບກຸ່ມໝູ່ 4 ຄົນ ໃນຖ້ຽວບິນ QV922A ມີຜູ້ໂດຍສານ 109 ຄົນ ເດີນທາງຈາກສະໜາມບິນມາໂຮງແຮມ ດ້ວຍລົດຕູ້ເຊົ່າເຊິ່ງໂຮງແຮມເຊົ່າມາ ມີທັງໝົດ 6 ຄົນນັ່ງລົດຄັນດຽວກັນ ລວມທັງຜູ້ກ່ຽວ;

ນັບແຕ່ວັນທີ 18 ຫາ 23 ກໍລະກົດ  ຜູ້ກ່ຽວບໍ່ໄດ້ເດີນທາງອອກຈາກຫ້ອງ ກິນອາຫານຢູ່ໃນຫ້ອງ ໂດຍມີພະນັກງານນຳອາຫານ ນ້ຳດື່ມມາປະໄວ້ໜ້າຫ້ອງໃຫ້ ແລະ ບໍ່ມີໃຜເຂົ້າໄປໃນຫ້ອງ ພະນັກງານໂຮງແຮມໄດ້ແທກອຸນຫະພູມໃຫ້ຜູ້ກ່ຽວທຸກໆມື້ ເຊົ້າ-ແລງ ທີ່ໜ້າຫ້ອງ ໂດຍຮັກສາໄລຍະຫ່າງ 1 ແມັດ (ອຸນຫະພູມສະເລ່ຍ 36,3 – 36,6 ອົງສາເຊ) ຕາມກົດລະບຽບຂອງໂຮງແຮມ ບໍ່ອະນຸຍາດໃຫ້ພະນັກງານອະນາໄມເຂົ້າໄປທຳຄວາມສະອາດໃນຫ້ອງນອນ ຜູ້ກ່ຽວຕ້ອງຮັບຜິດຊອບເອງ ແລະ ໂຮງແຮມໄດ້ຈັດກຽມອຸປະກອນທີ່ຈຳເປັນໄວ້ໃນຫ້ອງພັກຈົນຄົບກຳນົດ 14 ວັນ ວັນທີ 22 ກໍລະກົດ 2020 ທີມງານສູນວິເຄາະ ແລະ ລະບາດວິທະຍາ ຮ່ວມກັບພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ຫ້ອງການສາທາເມືອງສີໂຄດຕະບອງ ໄດ້ໄປເກັບຕົວຢ່າງຢູ່ໂຮງແຮມດັ່ງກ່າວ ວັນທີ 23 ກໍລະກົດ 2020 ເວລາປະມານ 21:00 ໂມງ ຜົນກວດວິເຄາະແມ່ນພົບເຊື້ອ COVID-19 ເປັນບວກ ຫຼັງຈາກນັ້ນ ຄົນເຈັບດັງກ່າວຖືກນຳສົ່ງໄປປິ່ນປົວແຍກປ່ຽວທີ່ໂຮງໝໍມິດຕະພາບ ສໍາລັບຜູ້ສຳຜັດໃກ້ຊິດຜູ້ຕິດເຊື້ອ ໃນເບື້ອງຕົນມີ 17 ຄົນ.

    ສັງລວມການກວດວິເຄາະແຕ່ເດືອນມັງກອນ ຮອດວັນທີ 23 ກໍລະກົດ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 24.479 ຕົວຢ່າງ ກວດພົບເຊື້ອສະສົມ 20 ຄົນ. 

    ໃຫ້ກຽດເຂົ້າຮ່ວມຖະແຫຼງຂ່າວຂອງທ່ານ ພູນທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານ ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມ ແລະ ພະຍາດຕິດຕໍ່.

error: Content is protected !!