ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງ ທ່ຽວ ນະຄອນຫຼວງວຽງຈັນ(ຖວທ ນວ) ຮ່ວມກັບ ຫ້ອງການຖະແຫຼງຂ່າວເມືອງນາຊາຍທອງ ບໍລິສັດ ທິບພະຈັນກໍ່ສ້າງຕິດຕັ້ງໄຟຟ້າຄົບວົງຈອນ ແລະ ຮ້ານອາຫານ 89 ຈັດແຂງຂັນເຕະບານມິດຕະພາບ.

ກິດຈະກໍາຄັ້ງນີ້ແນໃສ່ເພື່ອຊົມເຊີຍຜົນສຳເລັດກອງ ປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກເມືອງ ນາຊາຍທອງ ແລະ ຊົມເຊີຍຜົນສຳເລັດກອງ ປະຊຸມຄະນະພັກຮາກຖານຂອງພະແນກ ຖວທ ນວ ພ້ອມເປັນການເສີມສ້າງຄວາມສາມັກຄີລະຫວ່າງ 4 ພາກສ່ວນ.


ການແຂ່ງຂັນຄັ້ງນີ້ຈັດຂຶ້ນໃນຕອນບ່າຍຂອງມື້ນີ້ທີ່ເດີ່ນເຕະບານຫຍ້າທຽມ TPC ເມືອງນາຊາຍທອງນະ ຄອນຫຼວງວຽງຈັນ ໂອກາດດັ່ງກ່າວທາງຮ້ານອາຫານ 89 ຍັງໄດ້ມອບ ເສື້ອເປັນທີ່ລະລືກຈຳນວນ 50 ຊຸດ.

