ສຫລ ເອົາໃຈໃສ່ສົ່ງເສີມສີໄມ້ລາຍມືຊາວຊ່າງຫັດຖະກຳ
ກອງປະຊຸມໃຫຍ່ ຄັ້ງທີ IX ສະມາຄົມຫັດຖະກຳລາວ (ສຫລ) ຈັດຂຶ້ນວັນທີ 29 ກໍລະກົດ 2020 ຢູ່ໂຮງແຮມແລນມາກ ຣີເວີໄຊ ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ຫານຊະນະ ສີສານ ປະທານສະມາຄົມຫັດຖະກຳລາວ…
ການນຳສູນກາງຊາວໜຸ່ມ ລົງຊຸກຍູ້ວຽກງານຊາວໜຸ່ມເມືອງໄຊທານີ
ວັນທີ 24 ກໍລະກົດ 2020 ທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ພ້ອມຄະນະໄດ້ລົງຊຸກຍູ້ວຽກງານຂະບວນການຊາວໝຸ່ມຢູ່ເມືອງໄຊທານີ ນະຄອນຫຼວງວຽງຈັນ (ນວ) ເພື່ອສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ VII ຄະນະບໍລິຫານງານຊາວໝຸ່ມ ນວ…
ສ້າງຄວາມເຂັ້ມແຂງໃຫ້ຄູເຝິກຂະແໜງທ່ອງທ່ຽວ
ເພື່ອສ້າງຄວາມເຂັ້ມແຂງແກ່ພະນັກງານຄູເຝິກຂັ້ນແຂວງ ບັນດາກົມ ໃນຂະແໜງການທ່ອງທ່ຽວດ້ານທັກສະການນຳສະເໜີ ໃຫ້ສາມາດເປັນຄູເຝິກທີ່ມີຄວາມຊຳນານງານ ໃຫ້ກັບບັນດາຂະແໜງທ່ອງທ່ຽວພາຍໃນເມືອງ ວັນທີ 29 ກໍລະກົດ 2020 ທີ່ສະຖາບັນວິທະຍາສາດ-ສັງຄົມແຫ່ງຊາດ ສະຖາບັນສື່ມວນຊົນ ວັດທະນະທຳ ແລະ ທ່ອງທ່ຽວ ຈັດພິທີເປີດຊຸດເຝິກອົບຮົມຄູເຝິກໃນຂະແໜງການທ່ອງທ່ຽວຂຶ້ນ ໂດຍມີທ່ານ…
ລັດຖະບານຍີ່ປຸ່ນ ສືບຕໍ່ມອບທຶນການສຶກສາໃຫ້ລາວ
ວັນທີ 28 ກໍລະກົດ 2020 ຢູ່ກົມຮ່ວມມືສາກົນ ກະຊວງແຜນການ ແລະ ການລົງທຶນ ມີພິທີເຊັນສັນ ຍາຮັບເອົາການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ ປະຈຳປີ 2020 ສຳລັບໂຄງການສະໜອງທຶນການ ສຶກສາ ເພື່ອການພັດທະນາຊັບພະຍາກອນມະນຸດ ມູນຄ່າ…
ອຸບັດເຫດເກີດຂຶ້ນໄດ້ຕະຫຼອດເວລາ ຖ້າບໍ່ມີສະຕິລະວັງຕົວ
ເວລາປະມານ 9 ໂມງ ວັນທີ 29 ກໍລະກົດ 2020 ມີອຸບັດເຫດລົດໃຫຍ່ກັບລົດຈັກຕຳກັນຢູ່ເສັ້ນທາງໂນນຄໍ້-ນາຄວາຍ ຈຸດເກີດເຫດຢູ່ຕໍ່ໜ້າຕະຫຼາດຄຳສະຫວາດ ບ້ານຄຳສະຫວາດ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຜູ້ຂັບຂີ່ລົດຈັກໄດ້ຮັບບາດເຈັບເລັກໜ້ອຍ ດັ່ງນັ້ນ ຜູ້ຂັບຂີ່ຈົ່ງມີສະຕິ ແລະ…
ສື່ທົ່ວປະເທດ ຮຽນຮູ້ກ່ຽວກັບການປົກປ້ອງເດັກ ຄົນລາວຮຸ່ນໃໝ່ປ້ອງກັນ COVID-19
ສື່ມວນຊົນ Online ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມກອງປະຊຸມປະຈໍາປີ ວຽກງານສື່ມວນຊົນທົ່ວປະເທດ ກ່ຽວກັບການປົກປ້ອງເດັັກນ້ອຍຄົນລາວຮຸ່ນໃໝ່ປີ 2030 ແລະ ປ້ອງກັນ COVID-19 ແນໃສ່ເພື່ອປະກອບສ່ວນໃນການໂຄສະນາຂໍ້ມູນຂ່າວສານ ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ໄດ້ຮັບປະສິດທິຜົນ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອທົບທວນການມີສ່ວນຮ່ວມຂອງສື່ມວນຊົນລາວ…
ອາຍຸຄວາມ
ໃນການດຳເນີນຄະດີອາຍາ ກໍຄືກັນກັບການດຳເນີນຄະດີແພ່ງ ລ້ວນແຕ່ມີກຳນົດເວລາ ຊຶ່ງກົດໝາຍໄດ້ລະບຸໄວ້ຢ່າງຈະແຈ້ງ ໂດຍສະເພາະ ເວລາທີ່ມີການລະເມີດສິດ ແລະ ຜົນປະໂຫຍດຊຶ່ງກັນ ແລະ ກັນ ອາຍຸຄວາມແມ່ນໄລຍະເວລາຂອງການໄດ້ສິດ ຫຼື ເສຍສິດທີ່ໄດ້ກຳນົດໄວ້ໃນກົດໝາຍ ເພື່ອໃຫ້ຜູ້ມີສິດນຳໃຊ້ສິດຂອງຕົນ ທວງເອົາ ຮ້ອງຟ້ອງຕໍ່ບຸກຄົນ…
ເບິ່ງມາດຕະການເພື່ອຄວາມປອດໄພຂອງອິນໂດເນເຊຍ ແລະ ສ ເກົາຫຼີ
ທີ່ອິນໂດເນເຊຍ: ກ່ອນໜ້ານີ້ປະມານ 3 ປີກວ່າໆ ກະຊວງການຕ່າງປະເທດອິນໂດເນເຊຍ ໄດ້ສ້າງຕັ້ງເຄືອຄ່າຍແອບປະລິເຄຊັນ ຫຼື ແອບ (APP) ເພື່ອຄວາມປອດໄພໃນການເດີນທາງ (Safe Travel app) ໂດຍມີເປົ້າໝາຍສະໜອງຂໍ້ມູນຂ່າວສານສຳລັບປະຊາຊົນອິນໂດເນເຊຍ ທີ່ເດີນທາງໄປຕ່າງປະເທດ ບໍ່ວ່າຈະເປັນການເດີນທາງຊົ່ວຄາວ…
ປະຢັດພະລັງງານເພື່ອເສດຖະກິດຂອງຕົນເອງ ທັງເປັນການຫຼຸດພາວະໂລກຮ້ອນ
ການປະຕິບັດພັນທະຂອງ ສປປ ລາວ ວ່າດ້ວຍເອກະສານດັດແກ້ກິກາລີໄດ້ຖືກຈັດຕັ້ງປະຕິບັດ ແລະ ເຜີຍແຜ່ເປັນທີ່ກວ້າງຂວາງ ສົມຄູ່ກັບການຍົກລະດັບເຕັກນິກວິຊາການໃຫ້ພາກສ່ວນທີ່ກ່ຽວຂ້ອງ ໃນວຽກງານການຫຼຸດຜ່ອນ ແລະ ນຳໃຊ້ສານເຄມີທີ່ທຳລາຍຊັ້ນໂອໂຊນ ເຊິ່ງພາກລັດປະກອບດ້ວຍເຈົ້າໜ້າທີ່ພາສີປະຈຳດ່ານຕ່າງໆ ສະຖາບັນສຶກສາວິຊາຊີບການຊ່າງໄຟຟ້າ ກົມກອງຮອບຂ້າງກະຊວງພະລັງງານ ແລະ ບໍ່ແຮ່ ກະຊວງອຸດສາຫະກຳ…