ວາງສະແດງຮູບພາບ ໂອກາດວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນ

    ງານວາງສະແດງຮູບພາບ ໃນໂອກາດວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນ ຄົບຮອບ 93 ປີ (1 ສິງຫາ 1927-1 ສິງຫາ 2020) ຈັດຂຶ້ນວັນທີ 31 ກໍລະກົດ 2020 ຢູ່ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ເຊິ່ງເປັນອາຄານແຫ່ງສັນຍະລັກການຮ່ວມມືມິດຕະພາບ ລະຫວ່າງກອງທັບ ຈີນ-ລາວ ໂດຍມີພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ທ່ານ ຈ່ຽງ ຈາຍຕົງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ພ້ອມດ້ວຍຜູ້ຕາງໜ້າຈາກກອງທັບລາວ ແລະ ຈີນ ເຂົ້າຮ່ວມ.

    ທ່ານ ພັນເອກພິເສດ ເສີນ ຢົງຈີ້ງ ທີ່ປຶກສາທູດປ້ອງກັນຊາດຈີນ ປະຈໍາ ສປປ ລາວ ກ່າວວ່າ: ງານວາງສະແດງຮູບພາບຄັ້ງນີ້ ເພື່ອສົ່ງເສີມຄວາມເຂົ້າໃຈ ມິດຕະພາບ ແລະ ການຮ່ວມມື ລະຫວ່າງ ຈີນ- ລາວ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ ເຊິ່ງງານວາງສະແດງປະກອບດ້ວຍ 2 ພາກໃຫຍ່ ຄື: ພາກທີ 1 ແມ່ນຮູບພາບການເຄື່ອນໄຫວ ໄລຍະ 1 ປີຜ່ານມາຂອງກອງທັບປົດປ່ອຍປະຊາຊົນຈີນ ພາຍໃຕ້ການຊີ້ນໍາ-ນໍາພາຂອງສູນກາງພັກກອມມູນິດຈີນ ທີ່ຖືເອົາທ່ານ ສີ ຈີ້ນຜີງ ເປັນແກນນໍານັ້ນ ໄດ້ເນັ້ນໃສ່ການສ້າງກອງທັບໃຫ້ເຂັ້ມແຂງຕາມສີສັນພິເສດຂອງຈີນ ແລະ ຍາດໄດ້ຜົນສຳເລັດອັນຍິ່ງໃຫຍ່ເປັນກ້າວໆມາ ພາກທີ 2 ແມ່ນສະແດງໃຫ້ເຫັນການເອົາໃຈໃສ່ ແລະ ຊີ້ນໍາຂອງການນໍາສູງສຸດ ລະຫວ່າງສອງພັກ ສອງລັດ ສອງປະເທດ ຈີນ-ລາວ ລາວ-ຈີນ ສອງກອງທັບໄດ້ເສີມຂະຫຍາຍການພົວພັນຮ່ວມມືໃນທຸກລະດັບ ເພື່ອຮັດແໜ້ນມູນເຊື້ອຄວາມສາມັກຄີ ສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ພ້ອມທັງລົງເລິກການຮ່ວມມືຕົວຈິງໃນທຸກຂະແໜງການ ປະກອບ ສ່ວນໃນການປົກປັກຮັກສາການກໍ່ສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ລາວ-ຈີນ ແລະ ການປົກປັກຮັກສາສັນຕິພາບ ສະຖຽນລະພາບໃນພາກພື້ນ ແລະ ສາກົນ.

    ພາຍຫຼັງເກີດການລະບາດຂອງພະຍາດໂຄວິດ-19 ກອງທັບ ຈີນ-ລາວ ໄດ້ເດັດດ່ຽວຈັດຕັ້ງປະຕິບັດຢ່າງເຂັ້ມງວດດ້ານມາດຕະການປ້ອງກັນຕ່າງໆຜ່ານໂທລະສັບ ລະຫວ່າງການນໍາສູງສຸດຂອງຈີນ ແລະ ລາວ ພ້ອມທັງດໍາເນີນການເຄື່ອນໄຫວຢ່າງວ່ອງໄວ ແລະ ປະສານສົມທົບຢ່າງໃກ້ຊິດ ສະໜັບສະໜູນ ຮ່ວມມືກັນປ້ອງກັນ ແລະ ສະກັດກັ້ນພະຍາດໂຄວິດ-19 ເຊິ່ງໄດ້ເປັນແບບຢ່າງທີ່ດີໃຫ້ການກໍ່ສ້າງປະຊາຄົມດ້ານສາທາລະນະສຸກຂອງມວນມະນຸດ ປັດຈຸບັນພະຍາດໂຄວິດ-19 ໄດ້ແຜ່ລະບາດໄປທົ່ວໂລກ ແລະ ຍັງບໍ່ສາມາດແກ້ໄຂໄດ້ ແຕ່ກອງທັບຈີນໄດ້ເປັນເອກະພາບກັບກອງທັບລາວ ສືບຕໍ່ຮ່ວມມືກັນຄວບຄຸມພະຍາດນີ້ ເພື່ອປົກປ້ອງສຸຂະພາບຂອງປະຊາຊົນສອງຊາດ ແລະ ສອງກອງທັບໃຫ້ມີຄວາມປອດໄພ.

    ໂອກາດນີ້ ພົນເອກ ຈັນສະໝອນ ຈັນຍາລາດ ແລະ ທ່ານ ຈ່ຽງ ຈາຍຕົງ ກໍໄດ້ຮ່ວມກັນປູກຕົ້ນໄມ້ ເພື່ອເປັນສັນຍາລັກໃຫ້ການເຄື່ອນໄຫວຮ່ວມກັນປ້ອງກັນ ຄວບຄຸມ ແລະສະ ກັດກັ້ນພະຍາດໂຄວິດ-19 ລະຫວ່າງ ກອງທັບ ລາວ-ຈີນ ຕື່ມອີກ.

# ຂ່າວ & ພາບ: ສີພອນ

error: Content is protected !!