ນວ ວາງຄາດໝາຍພັດທະນາການສຶກສາ 2020-2025

ເພື່ອ​ເສີມ​ຂະ­ຫຍາຍ​ໝາກ­ຜົນ​ທີ່​ຍາດ​ມາ​ໄດ້​ໃນ​ຊຸມ​ປີ­ຜ່ານ­ມາ ແກ້​ໄຂ​ຈຸດ​ອ່ອນ ຂໍ້­ຄົງ­ຄ້າງ ຮັບ​ມື​ກັບ​ການ​ທ້າ​ທາຍ​ທົດ​ສອບ​ໃໝ່ ເພື່ອ​ຜັນ​ຂະ­ຫຍາຍ​ມະ­ຕິ​ກອງ​ປະ­ຊຸມ​ໃຫຍ່​ຄັ້ງ​ທີ 5-6 ຂອງ​ພັກ ມະ­ຕິ​ກອງ​ປະ­ຊຸມ​ໃຫຍ່ ຄັ້ງ​ທີ 6-7 ຂອງ​ອົງ­ຄະ​ນະ​ພັກ​ນະ­ຄອນ­ຫຼວງ​ວຽງ​ຈັນ ແລະ ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ 5 ປີ ຄັ້ງ​ທີ 8-9 ໃຫ້​ປາ­ກົດ​ເປັນ​ຈິງ ຄະ­ນະ​ພັກ​ຮາກ​ຖານ​ພະ​ແນກ​ສຶກ​ສາ​ທິ​ການ ແລະ ກີ­ລາ ນະ­ຄອນ­ຫຼວງ​ວຽງ​ຈັນ ຈຶ່ງ​ໄດ້​ກຳ­ນົດ​ທິດ​ທາງ ຄາດ­ໝາຍ ແລະ ໜ້າ­ທີ່ ຈຸດ​ສຸມ​ໃນ​ສຸມ​ປີ​ຕໍ່­ໜ້າ ເພື່ອ​ເປັນ​ທິດ​ທາງ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໃຫ້​ໄດ້​ຮັບ​ໝາກ­ຜົນ.

ສຳ­ລັບ​ທິດ​ທາງ​ພັດ­ທະ­ນາ​ການ​ສຶກ​ສາ ບົນ​ພື້ນ­ຖານ​ຜັນ​ຂະ­ຫຍາຍ​ວິ­ໄສ​ທັດ ຍຸດ​ທະ​ສາດ ແລະ ຄາດ­ໝາຍ​ໃນ​ການ​ພັດ­ທະ­ນາ​ນະ­ຄອນ­ຫຼວງ​ວຽງ​ຈັນ​ໃນ​ໄລ­ຍະ​ໃໝ່ ເຊິ່ງ​ພົນ­ລະ­ເມືອງ​ຂອງ​ນະ­ຄອນ­ຫຼວງ​ວຽງ​ຈັນ​ທຸກ​ຄົນ ໄດ້​ເຂົ້າ​ເຖິງ​ການ​ສຶກ​ສາ​ຢ່າງ​ເທົ່າ​ທຽມ​ກັນ ພ້ອມ​ກັນ​ນັ້ນ ໃຫ້­ການ​ສຶກ​ສາ­ມີ​ຄຸນ​ນະ​ພາບ​ໃກ້​ຄຽງ​ກັບ​ບັນ­ດາ​ປະ­ຊາ­ກອນ​ຂອງ​ປະ­ເທດ​ອາ​ຊຽນ ແລະ ສາ­ກົນ ເພື່ອ​ໃຫ້​ເຂົາ­ເຈົ້າ​ໄດ້​ພັດ­ທະ­ນາ​ຕົນ​ເອງ ກາຍ­ເປັນ​ພົນ­ລະ­ເມືອງ​ດີ​ຂອງ​ຊາດ ມີ​ຄຸນ­ສົມ­ບັດ ລະ­ບຽບ​ວິ​ໃນ ມີ​ສຸ­ຂະ­ພາບ​ດີ ເປັນ​ຄົນ​ເກ່ງ ມີ​ຄຸນ​ນະ​ພາບ ມີ​ຄວາມ​ເປັນ​ອາ­ຊີບ​ໃນ​ການ​ພັດ­ທະ­ນາ​ຕົນ​ເອງ ແລະ ປະ­ເທດ​ຊາດ ຫຼຸດ­ຜ່ອນ​ຄວາມ​ແຕກ​ໂຕນ​ລະ­ຫວ່າງ​ຕົວ​ເມືອງ ແລະ ຊານ­ເມືອງ.

ພັດ­ທະ­ນາ​ຊັບ­ພະ­ຍາ­ກອນ​ມະ­ນຸດ​ໃຫ້​ໄປ​ຕາມ 3 ທັດ­ສະ­ນະ ແລະ 5 ຫຼັກ​ມູນ​ຂອງ​ການ​ສຶກ​ສາ ພ້ອມ​ທັງ​ຮັບ­ປະ­ກັນ​ໃຫ້​ມີ​ທັດ­ສະ­ນະ ແລະ ຄວາມ​ຮູ້ ຄວາມ​ສາ­ມາດ ນຳ​ໃຊ້​ວິ­ທະ­ຍາ­ສາດ ເຕັກ​ໂນ​ໂລ​ຊີ ຂໍ້​ມູນ​ຂ່າວ­ສານ ແລະ ພາ­ສາ​ສາ­ກົນ​ຢ່າງ​ເປັນ​ຮູບ​ປະ​ທຳ ພັດ­ທະ­ນາ​ການ​ສຶກ​ສາ ແລະ ກີ­ລາ ໃຫ້​ກາຍ­ເປັນ​ວຽກ​ງານ​ໃຈ​ກາງ­ຂອງ​ການ​ພັດ­ທະ­ນາ​ຊັບ­ພະ­ຍາ­ກອນ​ມະ­ນຸດ ໃຫ້​ຂະ­ຫຍາຍ­ຕົວ​ຮອບ­ດ້ານ ມີ​ຄຸນ​ນະ​ພາບ​ດີ ແລະ ໂອ­ກາດ​ຮຽນ​ຮູ້​ຕະ­ຫຼອດ​ຊີ­ວິດ ເພື່ອ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ໃຫ້​ຍືນ​ຍົງ.

ສຳ­ລັບ​ຄາດ­ໝາຍ​ໃນ​ການ​ພັດ­ທະ­ນາ​ການ​ສຶກ​ສາ​ແຕ່​ນີ້​ຮອດ​ປີ 2025 ແມ່ນ​ໄດ້​ສຸມ​ໃສ່​ການ​ສ້າງ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມ­ແຂງ ໜັກ​ແໜ້ນ ໃນ​ແຕ່​ລະ​ປີ​ໃຫ້​ໄດ້ 85% ຂອງ​ຈຳ­ນວນ​ໜ່ວຍ​ພັກ ສືບ­ຕໍ່​ຈັດ​ຕັ້ງ​ແຜນ​ຍຸດ​ທະ​ສາດ​ການ​ສຶກ​ສາ​ແຫ່ງ​ຊາດ ເອົາ­ໃຈ­ໃສ່​ພັດ­ທະ­ນາ​ຄູ​ໃຫ້​ມີ​ຄວາມ​ເຂັ້ມ­ແຂງ​ຮອບ­ດ້ານ ຊຸກ­ຍູ້​ສົ່ງ­ເສີມ​ໃຫ້​ເປັນ​ຄູ​ປະ­ສົບ​ການ​ໃຫ້​ໄດ້ 10 ຄົນ ຄູ​ຊຳ­ນານ​ງານ 4 ຄົນ ແລະ ຄູ​ຊ່ຽວ­ຊານ​ບໍ່​ໃຫ້​ຫຼຸດ 1 ຄົນ ສ້າງ​ກຸ່ມ​ໂຮງ­ຮຽນ​ມັດ­ທະ­ຍົມ​ໃຫ້​ສຳ­ເລັດ 100% ພ້ອມ​ຈັດ​ສັນ​ຄູ​ບູ​ລິ​ມະ​ສິດ​ອາ­ສາ​ໃຫ້​ໄປ​ຕາມ​ນິ­ຕິ​ກຳ​ຂອງ​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ພົນ­ລະ­ເມືອງ​ລາວ​ເກນ​ອາ­ຍຸ​ຮຽນ​ທຸກ​ຄົນ ໃຫ້​ມີ​ລະ­ດັບ​ການ​ສຶກ​ສາ​ຈົບ​ຊັ້ນ​ມັດ­ທະ­ຍົມ​ປາຍ ມີ​ລະ­ດັບ​ພາ­ສາ​ສາ­ກົນ​ຢ່າງ​ໜ້ອຍ 1 ພາ­ສາ ອັດ­ຕາ​ການ​ເຂົ້າ​ຮຽນ​ຂອງ​ເດັກ 5 ປີ ໃຫ້​ໄດ້ 98% ສູງ​ກວ່າ 5 ປີ ໃຫ້​ໄດ້ 92% ໃນ 8 ເມືອງ ອັດ­ຕາ​ເຂົ້າ​ຮຽນ​ສຸດ­ທິ​ຊັ້ນ​ປະ­ຖົມ​ໃຫ້​ໄດ້ 100% ອັດ­ຕາ​ປະ­ລະ​ການ​ຮຽນ​ຂອງ​ນັກ­ຮຽນ​ຂັ້ນ ປ1 ໃຫ້​ຫຼຸດ​ລົງ 2,5% ຄ້າງ​ຫ້ອງ​ຫຼຸດ​ລົງ 3% ອັດ­ຕາ​ປະ­ລະ​ຊັ້ນ​ປະ­ຖົມ​ໃນ​ລະ­ດັບ 1% ອັດ​ຕາ­ຄ້າງ​ຫ້ອງ 1,5% ລອດ​ເຫຼືອ ປ5 ໃຫ້​ໄດ້ 94,5% ອັດ­ຕາ​ເຂົ້າ​ຮຽນ​ໃຫ້​ໄດ້ 100% ອັດ­ຕາ​ເຂົ້າ​ຮຽນ​ຊັ້ນ​ມັດ­ທະ­ຍົມ​ຕົ້ນ 99% ອັດ­ຕາ​ເຂົ້າ​ຮຽນ​ລວມ​ໃໝ່​ຊັ້ນ ມ4 ຂອງ​ນັກ­ຮຽນ​ຍິງ​ສູງ​ກວ່າ 92% ໃຫ້​ໄດ້ 9 ເມືອງ ອັດ­ຕາ​ປະ­ລະ​ໃຫ້​ຕ່ຳ​ກວ່າ 2% ອັດ­ຕາ​ເຂົ້າ​ຮຽນ​ຊັ້ນ ມ​ປາຍ ໃຫ້​ໄດ້ 86,5% ອັດ­ຕາ​ປະ­ລະ​ໃຫ້​ຕ່ຳ​ກວ່າ 3,5% ພົນ­ລະ­ເມືອງ​ລາວ ໃນ​ເກນ​ອາ­ຍຸ​ເຂົ້າ​ຮຽນ​ຈົບ​ຊັ້ນ​ມັດ­ທະ­ຍົມ​ປາຍ ໄດ້​ຮຽນ​ພາ­ສາ​ສາ­ກົນ ນັບ​ແຕ່ ປ3 ຂຶ້ນ​ໄປ ແລະ 60% ຂອງ​ນັກ­ຮຽນ​ມັດ­ທະ­ຍົມ ໄດ້​ຮຽນ​ຄອມ​ພີວ​ເຕີ ສ່ວນ​ລົບ​ລ້າງ​ຄວາມ​ບໍ່​ຮູ້​ໜັງ­ສື ອາ­ຍຸ 15-40 ປີ ໃຫ້​ສູງ​ກວ່າ 2.000 ຄົນ ບຳ­ລຸງ​ຍົກ​ລະ­ດັບ​ມັດ­ທະ­ຍົມ​ຕົ້ນ ໃນ​ເກນ​ອາ­ຍຸ 15-35 ປີ ຜູ້​ປະ­ລະ​ການ​ຮຽນ ແລະ ຍົກ­ຍ້າຍ​ເຂົ້າ​ມາ​ໃໝ່​ໃຫ້​ໄດ້ 3.000 ຄົນ ມັດ­ທະ­ຍົມ​ປາຍ ໃຫ້​ໄດ້ 2.000 ຄົນ ແລະ ປະ­ຊາ­ກອນ​ໃນ​ນະ­ຄອນ­ຫຼວງ ຫັນ​ມາ​ຫຼີ້ນ​ກີ­ລາ ແລະ ອອກ­ກຳ­ລັງ​ກາຍ​ໃຫ້​ໄດ້ 40% ຂອງ​ຈຳ­ນວນ​ພົນ­ລະ­ເມືອງ ສູ້​ຊົນ​ຮັກ­ສາ​ມູນ­ເຊື້ອ​ເຈົ້າ​ຫຼຽນ​ຄຳ ໃນ​ການ​ແຂ່ງ­ຂັນ​ກີ­ລາ​ແຫ່ງ​ຊາດ ແລະ ກີ­ລາ​ນັກ­ຮຽນ​ທົ່ວ​ປະ­ເທດ.

ນຳ​ສະ­ເໜີ​ໂດຍ: ແວ່ນ​ຂາວ

error: Content is protected !!