ສ້າງພະນັກງານນໍາທ່ຽວລະດັບຊາດໃຫ້ມີຄວາມຮັກດ້ານວັດທະນະທໍາ

    ສະຖາບັນສື່ມວນຊົນ ວັດທະນະທໍາ ແລະ ທ່ອງທ່ຽວ ກະຊວງຖະແຫຼງຂ່າວ ວັດທະນະທໍາ (ສວທ) ແລະ ທ່ອງທ່ຽວ (ຖວທ) ໄດ້ເປີດຊຸດເຝິກອົບຮົມພະນັກງານນໍາທ່ຽວລະດັບຊາດຄັ້ງທີ 27 ຂຶ້ນ ວັນທີ 3 ສິງຫາ 2020 ທີ່ກະຊວງດັ່ງກ່າວ (ຄຸ້ມສີເມືອງ) ມີທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງ ຖວທ ມີຫົວໜ້າກົມ ຮອງກົມ ພະແນກອ້ອມຂ້າງກະຊວງ ວິທະຍາກອນ ແລະ ສໍາມະນາກອນ 50 ກວ່າຄົນທີ່ມາຈາກທົ່ວປະເທດເຂົ້າຮ່ວມ.

    ທ່ານ ນາງ ດາລານີ ພົມມະວົງສາ ຮອງຫົວໜ້າສະຖາບັນ ສວທ ກ່າວວ່າ: ການເປີດຊຸດເຝິກອົບຮົມຄັ້ງນີ້ ມີຈຸດປະສົງເພື່ອສ້າງພະນັກງານນໍາທ່ຽວລະດັບຊາດໃຫ້ມີຄວາມຮູ້ຄວາມສາມາດທີ່ໄດ້ມາດຕະຖານ ສ້າງພະນັກງານນໍາທ່ຽວລະດັບຊາດໃຫ້ມີຄວາມຮັກ ອະນຸຮັກວັດທະນະທໍາ ຮີດຄອງປະເພນີອັນດີງາມຂອງຊາດ ແລະ ສ້າງພະນັກງານນໍາທ່ຽວລະດັບຊາດໃຫ້ມີຄຸນນະທໍາ ຈາລິຍະທໍາ ແລະ ມີຈັນຍາບັນໃນອາຊີບ ສໍາລັບເນື້ອໃນການຮຽນ-ການສອນ ປະກອບມີ 3 ພາກຄື: ຄວາມຮູ້ທົ່ວໄປມີ 6 ວິຊາ ຄວາມຮູ້ພື້ນຖານ 5 ວິຊາ ພາກຄວາມຮູ້ສະເພາະອາຊີບ 13 ວິຊາ ໂດຍຈະນໍາສະເໜີໃນຫ້ອງຮຽນເຮັດວຽກເປັນກຸ່ມ ເຝິກແອບກັບທີ່ ແລະ ບາງວິຊາຈະໄດ້ລົງໄປເຝິກພື້ນທີ່ຕົວຈິງພາຍໃນນະຄອນຫຼວງວຽງຈັນ ໃຊ້ເວລາທັງໝົດ 55 ວັນ ເລີ່ມແຕ່ມື້ເປີດເຝິກອົບຮົມ ຈົນເຖິງວັນທີ 16 ຕຸລາ 2020.

.

# ຂ່າວ & ພາບ: ຂັນທະວີ

error: Content is protected !!