ທຳລາຍລະເບີດຕົກຄ້າງປາງສົງຄາມ ຈຳນວນ 116 ລູກໃນເຂດເມືອງປາກງື່ມ

    ໃນວັນທີ 30 ກໍລະກົດ 2020 ອຳນາດການປົກຄອງເມືອງປາກງື່ມ ສົມທົບກັບອຳນາດການປົກຄອງບ້ານທ່າກົກໄຮ ແລະ ພາກສ່ວນກ່ຽວຂ້ອງ ນຳໂດຍທ່ານ ຂັນທີ ສີວິໄລ ຮອງເຈົ້າເມືອງປາກງື່ມ ທ່ານ ສົນທະລາ ພິມມະວົງ ຊ່ຽວຊານທຳລາຍລະເບີດຂັ້ນສູງ ປະຈຳຫ້ອງການຄະນະກຳມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດທີ່ບໍ່ທັນແຕກ ຕົກຄ້າງຢູ່ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງໄດ້ລົງໄປທຳລາຍລະເບີດທີ່ບໍ່ທັນແຕກໃນປາງສົງຄາມທີ່ຍັງຕົກຄ້າງຢູ່ເຂດປຸງເມີຍ ເລາະລຽບຕາມສາຍຫ້ວຍຫ້ອມ ຕີນພູເຂົາຄວາຍ ເຊິ່ງເປັນເຂດທຳການຜະລິດຂອງພໍ່ແມ່ປະຊາຊົນຊາວບ້ານທ່າກົກໄຮ່.

    ໃນການທຳລາຍລະເບີດໃນຄັ້ງນີ້ລວມມີທັງໝົດ 116 ລູກ ກວມເອົາເນື້ອທີ່ 25 ເຮັກຕາ ເຂດປຸງເມີຍເລາະລຽບຕາມສາຍຫ້ວຍຫ້ອມຕີນພູເຂົາຄວາຍ ພາຍຫຼັງທຳລາຍສຳເລັດ ປະຊາຊົນຈະສາມາດເຂົ້າໃນທຳການຜະລິດໃນເຂດດັ່ງກ່າວ ເຊິ່ງຈະມີ 532 ຄົວເຮືອນ ແລະ 3.537 ຄົນຈະໄດ້ຮັບຜົນປະໂຫຍດ ນອກຈາກນີ້ ພາກສ່ວນກ່ຽວຂ້ອງຈະສືບຕໍ່ທຳລາຍລະເບີດຕາມເຂດອື່ນໆຖ້າຍັງພົບເຫັນ.

.

# ຂ່າວ & ພາບ: ເພັດສະໝອນ

error: Content is protected !!